ໃນວັນທີ 3 ສິງຫາ ນີ້, ກະ ຊວງປ້ອງກັນປະເທດ ໄດ້ຈັດພິທີ ຊາປະນະກິດສົບ ສະຫາຍ ພົນຈັດ ຕະວາ ບຸນລ້ຽງ ແສງພະຈັນ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຫົວໜ້າກົມ ປ້ອງກັນພາຍໃນ ໂດຍມີການ ນຳພັກ-ລັດ, ບັນດາສະຫາຍການ ນຳກະປ້ອງກັນປະເທດ, ພະນັກ ງານ-ນັກຮົບ ແລະ ຄອບຄົວ, ຍາດ ຕິພີ່ນ້ອງທີ່ໃກ້ຊິດເຂົ້າຮ່ວມ.
![](https://pakaad.com/wp-content/uploads/2020/08/fb_img_15963597017758725633246512498514.jpg)
ໃນທ່າມກາງຄວາມໂສກເສົ້າ ເສຍດາຍ ແລະ ອາໄລອາວອນ ຢ່າງສຸດຊຶ້ງ ຕໍ່ການ ຈາກໄປໂດຍ ບໍ່ມີວັນກັບຄືນມາອີກແລ້ວຂອງ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ກໍາມະການຄະນະ ພັກກະຊວງ, ຫົວໜ້າກົມປ້ອງ ກັນພາຍໃນກອງທັບ, ໄດ້ສິ້ນລົມ ຫາຍໃຈໃນເວລາ 21 ໂມງ 30 ນາທີ, ຂອງວັນທີ 30/07/2020 ລວມອາຍຸໄດ້ 70 ປີ.
ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ເກີດເມື່ອວັນທີ 15/ 5/1950 ໃນຄອບຄົວຊາວໄຮ່ນາ,ທີ່ບ້ານຈະລິ, ເມືອງຂວາ, ແຂວງ ຜົ້ງສາລີ, ການເຄື່ອນໄຫວປະຕິ ວັດແຕ່ ລະໄລຍະໂດຍຫຍໍ້ ດັ່ງນີ້:
- 1968-1989 ເປັນທະຫານ ປ້ອງກັນທີ່ຕັ້ງ, ເປັນອ້າຍລ້ຽງ, ຕິດຕໍ່ຢູ່ກອງບັນຊາການທະຫານ ແຂວງຜົ້ງສາລີ,
- 1969-1970 ເປັນນັກຮຽນແພດຢູ່ໂຮງໝໍທະ ຫານ ແຂວງຜົ້ງສາລີ,
- 1971- 1973 ເປັນແພດຢູ່ກອງບັນຊາ ການທະຫານເມືອງຂວາ ແຂວງ ຜົ້ງສາລີ,
- 1974-1975 ເປັນສະ ໝຽນກອງບັນຊາການທະຫານ ເມືອງຂວາ ແລະ ຢູ່ພະແນກກອງ ຫຼອນເມືອງ,
![](https://pakaad.com/wp-content/uploads/2020/08/fb_img_15965153454454279588683255034767-1024x526.jpg)
- 1975-1976 ເປັນຫົວໜ້າການເມືອງ ກອງ ບັນຊາການທະຫານເມືອງຂວາ ທັງເປັນກໍາມະການພັກເມືອງ,
- 1976-1978 ຮຽນວຽກງານ ປ້ອງກັນພາຍໃນ ຢູ່ ສສ ຫວຽດ ນາມ,
- 1978-1987 ເປັນພະນັກ ງານ ຊ່ວຍວຽກ ແລະ ເປັນຮອງຫົວ ໜ້າພະແນກຄົ້ນຄວ້າສັງລວມ- ແຜນການກົມປ້ອງກັນພາຍໃນ ກອງທັບ,
- 1987-1993 ເປັນ ຄະນະໜ່ວຍພັກ, ຄະນະພັກຮາກ ຖານ 4 ກົມກາງ, ຫົວໜ້າພະແນກ ຄົ້ນຄວ້າສັງລວມ-ແຜນການກົມ ປ້ອງກັນພາຍໃນກອງທັບ,
- 1994-2012 ເປັນຮອງເລຂາ ຄະນະພັກຮາກຖານ, ເປັນຮອງ ຫົວໜ້າກົມປ້ອງກັນພາຍໃນກອງ ທັບ,
- 2012-2020 ເປັນເລຂາ ໜ່ວຍພັກ, ເລຂາຄະນະພັກຮາກ ຖານ, ເປັນຫົວໜ້າກົມປ້ອງກັນ ພາຍໃນກອງທັບ.
![](https://pakaad.com/wp-content/uploads/2020/08/fb_img_1596359572799246123352737329619.jpg)
ຕະຫຼອດໄລຍະເວລາທີ່ ສະ ຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ເຈັບເປັນກະທັນຫັນ ແພດໝໍ ແລະ ເພື່ອນມິດສະຫາຍ ໄດ້ຊ່ວຍກອບກູ້ເອົາຊີວິດຂອງ ສະ ຫາຍຈົນສຸດຂີດຄວາມສາມາດ. ດ້ວຍຜົນງານ ແລະ ຄຸນງາມ ຄາມດີ ທີ່ສະຫາຍໄດ້ປະກອບ ສ່ວນອຸທິດຕົນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດຢ່າງສະໝໍ່າສະເໝີມາ ນັ້ນສະຫາຍ ພົນຈັດຕະວາ ບຸນ ລ້ຽງ ແສງພະຈັນ ຈຶ່ງໄດ້ຮັບການ ຍ້ອງຍໍຈາກພັກ-ລັດດ້ວຍຮູບການ ຍ້ອງຍໍປະເພດຕ່າງໆມີດັ່ງນີ້:
- ຫຼຽນໄຊຊະນະເລີດຊັ້ນ II 1 ໜ່ວຍ,
- ຫຼຽນ ໄຊອິດສະຫຼະຊັ້ນ II 3 ໜ່ວຍ,
- ຫຼຽນໄຊອິດສະຫຼະ ຊັ້ນ III 9 ໜ່ວຍ,
- ຫຼຽນໄຊແຮງ ງານຊັ້ນII 3 ໜ່ວຍ,
- ຫຼຽນໄຊ ແຮງງານຊັ້ນ III 6 ໜ່ວຍ,
- ຫຼຽນ ໄຊພິລາດອາດຫານຊັ້ນ II 3 ໜ່ວຍ,
- ຫຼຽນໄຊພິລາດອາດຫານ ຊັນ III 3 ໜ່ວຍ,
- ຫຼຽນກາຕໍ່ຕ້ານ ອາເມຣິກາ, ຫຼຽນກາແຮງງານ 3 ໜ່ວຍ,
- ຫຼຽນກາລະນຶກ 50 ປີ ກອງທັບ 1 ໜ່ວຍ,
- ຫຼຽນກາ 60 ປີ ກອງທັບ 1 ໜ່ວຍ,
- ຫຼຽນກາ 70 ປີ ກອງທັບ1 ໜ່ວຍ,
- ຫຼຽນກາ ປກສ 1 ໜ່ວຍ,
- ຫຼຽນກາແນວລາວ ສ້າງຊາດ 1 ໜ່ວຍ,
- ຫຼຽນກາ ເມືອງວຽງໄຊ ຄົບຮອບ 50 ປີ 1 ໜ່ວຍ,
- ໃບຍ້ອງຍໍແຂວງຜົ້ງສາ ລີ 2 ໃບ,
- ໃບຍ້ອງຍໍກອງບັນຊາ ການສູງສຸດກອງທັບປົດປ່ອຍປະ ຊາຊົນລາວ 4 ໃບ,
- ໃບຍ້ອງຍໍກະ ຊວງປ້ອງກັນປະເທດ 2 ໃບ
- ພ້ອມ ທັງໄດ້ຮັບການຍ້ອງຍໍຈາກຕ່າງ ປະເທດ ອ້າຍນ້ອງຈໍານວນໜຶ່ງຄື: ຫຼຽນກາ ປະທານໂຮ່ຈີມິນ 2 ໜ່ວຍ.
ໂດຍ: ອາຫວຸ້ນ