Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຈີເອລຊີເນັ້ນການຜະລິດສີຂຽວ ແລະເປັນມິດກັບສິ່ງແວດລ້ອມ

Posted on 01/08/202301/08/2023 By ປະກາດ Pakaad No Comments on ຈີເອລຊີເນັ້ນການຜະລິດສີຂຽວ ແລະເປັນມິດກັບສິ່ງແວດລ້ອມ


ບໍລິສັດ ຈີເອລຊີ (ລາວ) ເມໂທລຈຳກັດ ເປັນສາຂາທີ່ລົງທຶນໂດຍ ບໍລິສັດ GLC ສິງກະໂປໃນລາວ ໄດ້ກຳນົດຍຸດທະສາດການລົງທຶນສ້າງຕັ້ງໂຮງງານຜະລິດໃນລາວ ໃນເດືອນ ມິຖຸນາ ປີ 2022 ແລະໄດ້ເລິ່ມລົງມຶກໍ່ຕັ້ງໃນເດືອນ ຕຸລາ 2022 ມາເປັນເວລາ 10 ເດືອນ ແລະ ໄດ້ຜ່ານການອະນຸມັດຈາກ ບັນດາກົມທີ່ກ່ຽວຂ້ອງເຊັ່ນ: ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ອື່ນໆ ໂດຍເປີດນຳໃຊ້ຢ່າງເປັນທາງການ ແລະ ໄດ້ເລິ່ມຜະລິດ ວັນທີ 1 ເດືອນ ສິງຫາ 2023 ນີ້ຢ່າງເປັນທາງການ.

ທ່ານ ຢາງ ມິງຕົ້ງ ປະທານບໍລິສັດ ຈີເອລຊີ (ລາວ) ເມໂທລຈຳກັດ ໄດ້ກ່າວວ່າ ຈີເອລຊີ ສຳນັກງານໃຫຍ່ ແມ່ນຢູ່ ປະເທດ ສິງກະໂປ ເປັນບໍລິສັດສະໜອງວັດຖຸດິບທີ່ມີຄຸນນະພາບສູງສຳຫລັບວັດສະດຸພະລັງງານໃໝ່ສຳລັບຜູ້ຜະລິດພະລັງງານໃໝ່ທົ່ວໂລກ ແລະໃຫ້ບໍລິການຜູ້ຜະລິດວັດສະດຸພະລັງງານໃໝ່ແບບຄົບວົງຈອນ ແລະເປັນບໍລິສັດໄດ້ຊື້ວັດຖຸດິບຈາກທົ່ວໂລກຂາຍອີກດ້ວຍ ເຊິ່ງໂຮງງານຂອງພວກເຮົາມີພະນັກງານປະມານ 150 ຄົນ, ໂຮງງານຂອງພວກເຮົາໄດ້ແນ່ໃສ່ນຳໃຊ້ເຕັກໂນໂລຊີການຜະລິດຫຼ້າສຸດຂອງຄະນະວິຊາການຂອງ ສະຖາບັນຄົ້ນຄວ້າການຂຸດຄົ້ນບໍ່ແຮ່ແລະໂລຫະທົ່ວໄປຂອງປັກກິ່ງ (Beijing General Research Institute of Mining and Metallurgy) ຂອງຈີນ ແລະ ຄັດເລືອກເອົາອຸປະກອນທີ່ທັນສະໄໝທີ່ສຸດ ເຊິ່ງກຳລັງການຜະລິດປະຈຳປີແມ່ນ 22,000 ໂຕນຕໍ່ປີຂອງ ນິແກນໂກບານໄອດອກໄຊດິບ nickel cobalt hydroxide ແລະ 4,500ໂຕນຂອງ ລິຕິຄາບອນເນດດິບ lithium carbonate ເຊິ່ງການຜະລິດທັງໝົດປ່ອຍແກ໊ສອາຍເສຍເປັນສູນ, ນໍ້າເສຍເປັນສູນ ແລະ ການປ່ອຍສິ່ງເສດເຫຼືອອອກທາງນອກເປັນສູນ ແລະວິສາຫະກິດຂອງພວກເຮົາເນັ້ນໃສ່ການຜະລິດສີຂຽວແລະເປັນມິດກັບສິ່ງແວດລ້ອມຢ່າງແທ້ຈິງ ໂຮງງານຂອງພວກເຮົາໄດ້ຜ່ານການກວດກາ ແລະ ອະນຸມັດຈາກບັນດາກົມຄຸ້ມຄອງທີ່ກ່ຽວຂ້ອງທັງການປົກປັກຮັກສາ ສິ່ງແວດລ້ອມ, ອຸດສາຫະກຳແລະການຄ້າ, ພະລັງງານ ແລະ ບໍ່ແຮ່. ພາຍຫຼັງທີ່ໄດ້ນຳມາຜະລິດເປັນສິນຄ້າແລ້ວ ຍັງສະໜອງວຽກເຮັດງານທຳໃຫ້ກັບຄົນທ້ອງຖິ່ນ ໄດ້ 100 ກວ່າວຽກ ແລະ ຄາດວ່າຈະສາມາດປະກອບສ່ວນໃນລາຍຮັບອາກອນແຫ່ງຊາດ ຂອງ ສປປ ລາວ ໃນແຕ່ລະປີເຖິງ 1ຕື້ກວ່າກີບ.

ຜູ້ນຳທຸລະກິດທີ່ກ່ຽວຂ້ອງແມ່ນມາຈາກປະເທດສິງກະໂປ, ປະເທດຈີນ, ປະເທດ ສະວິດ, ປະເທດ ຍີ່ປຸ່ນແລະປະເທດອື່ນໆ ແລະຜູ້ທີ່ໃຫ້ກຽດເຂົ້າຮ່ວມງານພິທີເປີດໂຕບໍລິສັດໃນຄັ້ງນີ້ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ໜູກີ ສີຫາລາດ ເຈົ້າເມືອງໄຊເສດຖາ ນະຄອນຫຼວງ, ທ່ານສອນໄຊ ສີສົມພັນ ຮັກສາການ ຫົວໜ້າຫ້ອງວ່າການນະຄອນຫຼວງ, ທ່ານ ສະຖາພອນ ດວງຕາວັນ ຮອງຫົວໜ້າກົມບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກົມສ່ວຍສາອາກອນ ນະຄອນຫຼວງ, ກົມຄຸ້ມຄອງສິ່ງແວດລ້ອມນະຄອນຫຼວງ, ຄະນະບໍລິຫານຫ້ອງການຄຸ້ມຄອງອຸດສາຫະກຳແລະການຄ້າປະຈຳອຸດສາຫະກຳການຄ້າວຽງຈັນ, VITAPARK และ ແຂກກິດຕິມະສັກຈາກບັນດາການນຳຕ່າງໆທີ່ເຂົ້າຮ່ວມງານໃນຄັ້ງນີ້.

🌟http://www.glcrecycle.com

Featured, ທຸລະກິດ

Post navigation

Previous Post: ICBC ເລັ່ງຈັດຕັ້ງປະຕິບັດເປີດໃຫ້ບໍລິການຂອງສູນຊໍາລະສະສາງເງິນຢວນຢູ່ ສປປ ລາວໃນໄວໆນີ້

Related Posts

Facebook WhatsApp Instagram Messenger ເຂົ້າບໍ່ໄດ້ໝົດຄືນ Featured
ລາວ-ໄທ ຮ່ວມຫາລື ເພື່ອກຳນົດແນວທາງແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດ ໂຄວິດ-19 Featured
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ Featured
ຜູ້ນຳລາວ ຕ້ອນຮັບລັດຖະມົນຕີ ຕ່າງປະເທດ ສສ ຫວຽດນາມ Featured
ສປປ ລາວ ກຽມເປີດປະເທດແລ້ວ Featured
ເປີດກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme