Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມອບ-ຮັບ ຫ້ອງການກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ

Posted on 03/08/202003/08/2020 By ປະກາດ Pakaad No Comments on ມອບ-ຮັບ ຫ້ອງການກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ

ພິທີ ມອບ-ຮັບ ໂຄງການກໍ່ສ້າງຫ້ອງການກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ລະຫວ່າງ ບໍລິສັດ ພີເຄເອັສ (PKS) ກໍ່ສ້າງຈໍາກັດຜູ້ດຽວ ກັບກອງບັນຊາການ ປກສ ແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ກໍລະກົດ 2020 , ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ທ່ານ ພົຈວ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ມີຫົວໜ້າກອງບັນຊາການ ປກສ ແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງໆແກ່ນທ້າວ, ສະມາຊິກສະພາປະຊາຊົນແຂວງ, ທີມງານກົມໃຫຍ່ພະລາທິການ, ບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງ, ຫົວໜ້າດ່ານສາກົນຂົວມິດຕະພາບນໍ້າເຫືອງ, ນາຍບ້ານເທດສະບານ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ພັທ ບຸນທອນ ປັນຍາສີດ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ລາຍງານ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຫ້ອງການກອງບັນຊາການ ປກສ ເມືອງແກ່ນທ້າວ ມີມູນຄ່າການກໍ່ສ້າງ ທີ່ສະພາຮັບຮອງທັງໝົດ 9 ຕື້ກີບ ແລະ ໄດ້ເຊັນສັນຍາການກໍ່ສ້າງກັບ ບໍລິສັດ ພີເຄເອັສ (PKS) ກໍ່ສ້າງຈໍາກັດຜູ້ດຽວ ມູນຄ່າ 8 ຕື້ 950 ລ້ານກວ່າກີບ, ໄລຍະການກໍ່ສ້າງ 36 ເດືອນ ປະກອບມີ 5 ວຽກໃຫຍ່ຄື: ວຽກຕັດດິນ, ຖົມດິນສະຖານທີ່ກໍ່ສ້າງ, ວຽກກໍ່ສ້າງຫ້ອງການຂະໜາດ 28 x 49 ແມັດ (ເປັນອາຄານ 2 ຊັ້ນ), ວຽກເຟີນີເຈີ, ວຽກຮ່ອງລະບອຍນໍ້າ-ຂຸມພັກນໍ້າ, ທໍ່ລອດທາງ, ເດີ່ນເບຕົງ, ຫຼັກທຸງ, ເດີ່ນຫຍ້າ, ຕົ້ນໄມ້ປະດັບ, ວຽກຕາຂ່າຍໄຟຟ້າ ແລະ ເຈາະນໍ້າບາດານ. ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 28 ກັນຍາ 2018 ມາຮອດວັນທີ 29 ກໍລະກົດ 2020 ໄດ້ສໍາເລັດກ່ອນສັນຍາ 14 ເດືອນ.

ຈາກນັ້ນ, ທ່ານ ພອນແກ້ວ ສອນມີໄຊ ຜູ້ອໍານວຍການບໍລິສັດ ພີເຄເອັສ (PKS) ກໍ່ສ້າງຈໍາກັດຜູ້ດຽວ ໄດ້ກ່າວມອບໂຄງການກໍ່ສ້າງຫ້ອງການກອງບັນຊາການ ປກສ ເມືອງແກ່ນທ້າວ ໃຫ້ກອງບັນຊາການ ປກສ ແຂວງໄຊຍະບູລີ ແລະ ທ່ານ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ກ່າວຮັບເອົາໂຄງການດັ່ງກ່າວ.


ໃນພິທີ ຍັງໄດ້ລົງນາມເຊັນມອບ-ຮັບ ໂຄງການກໍ່ສ້າງຫ້ອງການກອງບັນຊາການ ປສກ ເມືອງແກ່ນທ້າວ ລະຫວ່າງ ທ່ານ ພອນແກ້ວ ສອນມີໄຊ ຜູ້ອໍານວຍການບໍລິສັດ ພີເຄເອັສ (PKS) ກໍ່ສ້າງຈໍາກັດຜູ້ດຽວ ກັບທ່ານ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ໂດຍມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ທ່ານ ພົຈວ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ເຈົ້າເມືອງ, ຮອງເຈົ້າເມືອງໆແກ່ນທ້າວ, ສະມາຊິກສະພາປະຊາຊົນແຂວງ, ທີມງານກົມໃຫຍ່ພະລາທິການ, ບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມເປັນສັກຂີພິຍານ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານອຸປະທູດການາດາເຂົ້າຢ້ຽມຢາມ ທ່ານຮອງເຈົ້າແຂວງສະຫວັນນະເຂດ ພ້ອມປຶກສາຫາລືການພັດທະນາເສດຖະກິດ-ສັງຄົມຂອງແຂວງ
Next Post: ຄຳແນະນຳ ກ່ຽວກັບການດຳເນີນກິດຈະການໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ

Related Posts

ສະຖິຕິໃໝ່ມື້ນີ້ເພີ່ມ1062ຄົນ Featured
ລາວແລະລັດເຊຍປຶກສາຫາລືດ້ານການແພດ ໂດຍສະເພາະ ໂຄວິດ-19 Featured
ໂຄງການແຫຼ່ງທ່ອງທ່ຽວເຂດໃໝ່ ວັງວຽງ ບໍ່ມີການຍົກຍ້າຍບ້ານ-ຍົກຍ້າຍປະຊາຊົນ Featured
ລັດຖະບານອັງກິດ ຊ່ວຍເຫລືອວັກຊິນ ອ໋ອກສ໌ຟອດ-ແອສຕາເຊເນກາ ຈໍານວນ 415.000 ໂດສ ໃຫ້ ສປປ ລາວ Featured
ສະພາບໂຄວິດມື້ນີ້ ຕິດເພີ່ມ 579 ເສຍຊີວິດ 5 Featured
ພະຍາກອນອາກາດ ປະຈໍາວັນທີ 4 ພຶດສະພາ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme