Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ I ສຳເລັດການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9

Posted on 01/08/202001/08/2020 By ປະກາດ Pakaad No Comments on ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ I ສຳເລັດການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ I ໄດ້ສຳເລັດ ໃນວັນທີ່ 31 ກໍລະກົດ 2020 ພາຍຫຼັງດຳເນີນມາເປັນເວາລາ 1 ວັນເຄີ່ງ ຢູ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງແຂວງ ໂດຍເປັນປະທານຂອງ ທ່ານ ສາຍສະໝອນ ຄົມທະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົາແຂວງ ພ້ອມດ້ວຍຄະນະ, ມີ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ການນຳຂອງພະແນກການກົມກອງຂອງແຂວງ ແລະແຂກຮັບເຊີນເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງ ການລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງອົງການປົກຄອງແຂວງ ປະຈຳ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2020 ການສະເໜີດັດປັບເນື້ອໃນ ແຜນພັດທະນາເສດຖະກິດ-ສັງຄົມ ແລະການດັດແກ້ຕົວເລກລາຍຮັບ-ລາຍຈ່າຍລວມ ລວມຂອງແຂວງ, ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈຳ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2020, ຮັບຟັງການຊີ້ແຈງກ່ຽວກັບ ການປະຕິບັດແຜນການຜະລິດສະບຽງອາຫານ ເພື່ອບໍລິໂພກ ແລະເປັນສີນຄ້າສົ່ງອອກ ຕິດພັນກັບ ການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ, ການຊອກວຽກເຮັດງານທຳ ໃຫ້ປະຊາຊົນຢູ່ພາຍໃນ ແລະກັບຈາກຕ່າງປະເທດ ຍ້ອນການລະບາດຂອງພະຍາດໂຄວິດ 19, ແຜນການແກ້ໄຂໄພພິບັດທາງທຳມະຊາດ, ການປ່ອຍເງີນກູ້ ໃຫ້ແກ່ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະຂະໜາດກາງ (SME) ແລະຮັບຟັງການລາຍງານ ການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະວາງທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງຄະນະປະຈຳສະພາປະຊາຊົນແຂວງ.

ໂອກາດ ກ່າວປິດກອງປະຊຸມ ທ່ານ ສາຍສະໝອນ ຄົມທະວົງ ໄດ້ມີຄຳເຫັນວ່າ: ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ຍ້ອນສະມາຊິກສະພາປະຊາຊົນແຂວງ ໄດ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ ແລະການປະສານສົມທົບແຕ່ຫົວທີ ຂອງພາກສ່ວນທີ່ກ່ຽວຂ້ອງ ກັບບອົງການປົກຄອງແຂວງ ພ້ອມນີ້ ທ່ານໄດ້ສະແດງຄວາມຂອບໃຈທຸກພາກສ່ວນ ທີ່ໄດ້ປະກອບສ່ວນ ແລະມີສ່ວນຮ່ວມ ເຮັດໃຫ້ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ I ໄດ້ສຳເລັດ ຕາມລະດັບຄາດໝາຍທີ່ວາງໄວ້ທຸກປະການ.


ໃນລະຫວ່າງການດຳເນີນກອງປະຊຸມຄັ້ງນີ້ ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ຮັບໂທລະສັບສາຍດ່ວນ ຈາກປະຊາຊົນຜູ້ມີສິດເລືອກຕັ້ງ ທີ່ສະເໜີຂໍ້ຂ້ອງໃຈທາ ຈຳນວນ 5 ສາຍ ມີທັງໝົດ 8ເລື່ອງ ເຊີ່ງຄະນະປະຈຳສະພພາປະຊາຊົນແຂວງ ຈະນຳໄປຄົ້ນຄວ້າ ຮ່ວມກັບພາກສ່ວນກ່ຽວຂ້ອງ ເພື່ອຫາວິທີແກ້ໄຂໃຫ້ເໝາະສົມ ແລະທັນເວລາ.

ຂ່າວ,​ພາບ: ອາພຸດເດດ ບຸບຜາ

ຂ່າວສານບ້ານເມືອງ

Post navigation

Previous Post: ນາຍົກ ຢ້ຽມຢາມການກໍ່ສ້າງຕຶກ ສະພາແຫ່ງຊາດ ມີຄືບໜ້າຫຼາຍກວ່າ 60%
Next Post: ທ່ານອຸປະທູດການາດາເຂົ້າຢ້ຽມຢາມ ທ່ານຮອງເຈົ້າແຂວງສະຫວັນນະເຂດ ພ້ອມປຶກສາຫາລືການພັດທະນາເສດຖະກິດ-ສັງຄົມຂອງແຂວງ

Related Posts

ເສຍຊີວິດໃໝ່ 2 ຕິດເຊື້ອເພີ່ມ 1249 ຄົນ Featured
ຊຸມຊົນຍັງລະບາດໜັກມີເສຍຊີວີດອີກສອງຄົນ Featured
ບຸນທາດຫຼວງປີນີ້ອານຸຍາດໃຫ້ຈັດສາມມື້ Featured
ປ ກ ສ ເມືອງຕົ້ນເຜິ້ງ ປາບປາມໄດ້ອີີກຄັ້ງ ພ້ອມຂອງກາງ 40 ກວ່າກິໂລ! Featured
ແຂວງຄໍາມ່ວນ ແຈ້ງການໃຫ້ເຂັ້ມງວດປ້ອງກັນ ໂຄວິດ-19 Featured
ສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດຕໍ່ກອງປະຊຸມສະພາ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme