Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສປປ ລາວ ມີຄົນຕິດເຊື້ອເພີ່ມ 115 ຄົນ ຍອດສະສະສົມ 14.466 ຄົນແລ້ວ!

Posted on 28/08/202128/08/2021 By ປະກາດ Pakaad No Comments on ສປປ ລາວ ມີຄົນຕິດເຊື້ອເພີ່ມ 115 ຄົນ ຍອດສະສະສົມ 14.466 ຄົນແລ້ວ!

ລາຍງານຈາກຄະນະສະເພາະກິດໃຫ້ຮູ້ ເຊົ້າວັນທີ 28 ສິງຫາ 2021 ນີ້ວ່າ, ໃນວັນທີ 27/08/2021 ໄດ້ກວດວິເຄາະທັງໝົດ 2939 ຕົວຢ່າງ, ນະຄອນຫຼວງ 1158 ຕົວຢ່າງ, ສະຫວັນນະເຂດ 471, ຈຳປາສັກ 151 ແລະ ພົບເຊື້ອ 115 ຕົວຢ່າງ ໃນນີ້ມີຕິດໃນຊຸມຊົນ 60 ຄົນ. ປະຈຸບັນມີ ຜູ້ຕິດເຊື້ອສະສົມທັງໝົດ 14.466, ເສຍຊີວິດ 12, ປິ່ນປົວ 4.843 ຄົນ.

ລາຍລະອຽດຜູ້ຕິດເຊື້ອໃໝ່ມີດັ່ງນີ້:

ນະຄອນຫຼວງວຽງຈັນ: 21 ຄົນໃນນັ້ນ 4 (ນໍາເຂົ້າ) ແລະ 17 ຄົນ (ຊຸມຊົນ) ເຊິ່ງເປັນ ຊື່ງລາຍລະອຽດຂອງຊຸມຊົນປະກອບມີ:  ຈຸ້ມບໍລິສັດຂົ່ງສົ່ງ ເຂດທ່າພະລານໄຊ 11 ຄົນ ໃນນັ້ນເປັນພະນັກງານບໍລິສັດ 6 ແລະ 4 ຄົນ ແມ່ນສະມາຊິກຄອບຄົວ ແລະ ຜູ້ທີ່ໄດ້ພົວພັນກັບຜູ້ຕິດເຊື້ອ (ຈາກ ບ້ານ ທ່າພະລານໄຊ 5, ສະພັງໝໍ້ 1, ດົງຄຳຊ້າງ 1, ໜອງໄຮ 1, ໂນນສະຫວ່າງ 1, ສ້າງເຫວີຍ 1),  ຈຸ້ມໜອງແຫ້ວ-ສິມະໂນ ທີ່ກ່ຽວພັນກັບ ບລສ ເບຍລາວ 7 ຄົນ (ສິມມະໂນ 4, ທ່າພະ 2), ມາຮອດປັດຈຸບັນຈຸ້ມນີ້ມີ ທັງໝົດ 35 ຄົນ.

ແຂວງວຽງຈັນ: 1 (ນໍາເຂົ້າ)

ແຂວງບໍ່ແກ້ວ : 20 ຄົນ (ຊຸມຊົນທັງໝົດ) ເປັນກໍລະນີສໍາຜັດຂອງຜູ້ຊິດເຊື້ອກ່ອນໜ້ານີ້ ຊື່ງລາຍລະອຽດຂອງຊຸມຊົນປະກອບມີ: ເມືອງຕົ້ນເຜິ້ງ (ບ້ານສີເມືອງງາມ 10 ຄົນ, ບ້ານດອນສະຫັວນ 5 ຄົນ, ບ້ານຄຸນບົງ 4 ຄົນ, ເຂດ ພິເສດ 1 ຄົນ)

ແຂວງຫຼວງນໍ້າທາ: 1 ຄົນ (ຊຸມຊົນ): ຍັງບໍ່ທັນໄດ້ຂໍ້ມູນ ເທື່ອ

ແຂວງຫຼວງພະບາງ: 02 ຄົນ ທີ່ຕິດເຊື້ອໃນຊຸມຊົນ ທັງ 2 ຄົນ ຊື່ງ ເປັນ ກຸ່ມ ເຊື່ອມໂຍງກັບ ບ້ານນາຝາຍ ເມືອງນານ

ແຂວງຄໍາມ່ວນ: 11 ໃນນັ້ນ 9 (ນໍາເຂົ້າ) ແລະ 2 (ຊຸມຊົນ)

ແຂວງສະຫວັນນະເຂດ: 30 ໃນນັ້ນ 12 (ນໍາເຂົ້າ) ແລະ 13 ຄົນ (ຊຸມຊົນ) ແລະ ພະນັກງານຕຳຫຼວດຢູ່ຄ້າຍຄຸມຂັງ 5, ແລະ ອີກ 5 ຄົນ ແມ່ນ ກຸ່ມ ບ້ານລາດສະວົງ ແລະ ສ່ວນທີ່ເຫຼືອ ແມ່ນ ທີ່ກ່ຽວພັນກັບພະນັກງານຂັບລົດລັດຕະນະວົງ

ແຂວງໄຊຍະບູລີ: 1 (ນໍາເຂົ້າ)

ແຂວງບໍລິຄໍາໄຊ: 1 (ນໍາເຂົ້າ)

ແຂວງຈຳປາສັກ: 12 (ນໍາເຂົ້າທັງໝົດ)

ແຂວງສາລະວັນ: 15 (ນໍາເຂົ້າ)

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ພະຍາກອນອາກາດ ເວລາ 7 ໂມງ ຂອງວັນທີ 27 ສິງຫາ 2021
Next Post: ເມືອງທ່າແຂກ ອອກແຈ້ງການ ປະກາດ ບ້ານສັນຕິສຸກ ແລະ ບ້ານໜອງບົວຄຳ ເປັນບ້ານແດງ

Related Posts

ລາຍລະອຽດຜູ້ເສຍຊີວິດໃໝ່ຈາກເມືອງວັງວຽງ Featured
ກະຊວງ ຖວທ ໃຫ້ບຸລິມະສິດການເຜີຍແຜ່ ໂຄສະນາ ຕ້ານຢາເສບຕິດ Featured
ຂໍ້ມູນຄົນຕິດເຊື້ອໃໝ່ 3 ຄົນ ແລະສະຖານທີ່ສ່ຽງ ນະຄອນຫຼວງວຽງຈັນ Featured
ແຂວງວຽງຈັນເຂັ້ມງວດມາດຕະການຮອດ 31/10/2021 Featured
ເມືອງທ່າແຂກ ອອກແຈ້ງການ ປະກາດ ບ້ານສັນຕິສຸກ ແລະ ບ້ານໜອງບົວຄຳ ເປັນບ້ານແດງ Featured
ຈັບໄວລຸ້ນ 2 ຄົນ ພ້ອມຂອງກາງເຮໂລອິນ 20 ແທ່ງ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme