Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມອບ – ຮັບໂຄງການກໍ່ສ້າງ, ສ້ອມແປງສູນບັນຊາ ແລະ ສະໜາມບິນຍົນບໍ່ມີຄົນຂັບ (Drone)

Posted on 06/07/202006/07/2020 By ປະກາດ Pakaad No Comments on ມອບ – ຮັບໂຄງການກໍ່ສ້າງ, ສ້ອມແປງສູນບັນຊາ ແລະ ສະໜາມບິນຍົນບໍ່ມີຄົນຂັບ (Drone)

ກອງທັບ: ໃນວັນທີ 2 ກໍລະກົດ ນີ້, ໂຄງ ການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ ກົມໃຫຍ່ເສນາ ທິການກອງທັບໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງ-ສ້ອມແປງ ສູນບັນຊາ ແລະ ສະ ໜາມບິນຍົນບໍ່ ມີຄົນຂັບ (Drone ) ລະຫວ່າງບໍ ລິສັດ ແອວຊີຂາເຂົ້າ-ຂາອອກ ຈຳ ກັດຜູ້ດຽວກັບໂຄງການສື່ສານ ຮັບໃຊ້ການນຳ ແລະ ພາກລັດບໍລິ ຫານ ໂດຍການເຂົ້າຮ່ວມເປັນປະ ທານຂອງ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງ ພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ຫົວໜ້າກົມສື່ສານ ກົມໃຫຍ່ເສນາ ທິການກອງທັບ, ປະທານສະພາບໍລິຫານບໍລິສັດສະກາຍໂທລະຄົມ, ມີສະຫາຍ ກິນ້ອຍ ວິວົງພັນ ປະທານບໍລິສັດແອວຊີຂາເຂົ້າ-ຂາອອກຈຳກັດຜູ້ດຽວ ພ້ອມດ້ວຍ ພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີສະຫາຍ ກິນ້ອຍ ວິວົງພັນ ປະທານບໍລິສັດແອວຊີ ຂາເຂົ້າ ຂາອອກຈໍາກັດຜູ້ດຽວ ໄດ້ຂຶ້ນຜ່ານ ບົດລາຍງານຫຍໍ້ກ່ຽວກັບໂຄງ ການກໍ່ສ້າງດັ່ງກ່າວ ອີງຕາມສັນ ຍາຮັບເໝົາກໍ່ສ້າງໂຄງການສູນ ບັນຊາ ແລະ ສະໜາມບິນຍົນບໍ່ ມີຄົນຂັບ ລະຫວ່າງ ບໍລິສັດ ສະ ກາຍ ໂທລະຄົມ (ໂຄງການສື່ສານ ຮັບໃຊ້ການ ນຳພາກລັດບໍລິຫານ)ເຈົ້າຂອງໂຄງການ ແລະ ບໍລິສັດ ແອວຊີຂາເຂົ້າ-ຂາອອກຈຳກັດ ຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ, ອີງຕາມບົດລາຍງານຜົນສຳເລັດ ການກວດວຽກ 100% ຄັ້ງທີ 3, ສະບັບ ເລກທີ 06, LC – Sk1 ລົງວັນທີ 16 ມິຖຸນາ 2020,

ໂຄງ ການກໍ່ສ້າງສູນບັນຊາ ແລະ ສະ ໜາມບິນຍົນບໍ່ມີຄົນຂັບແມ່ນໂຄງ ການໜຶ່ງທີ່ມີຄວາມສຳຄັນຢ່າງ ຍິ່ງທີ່ນອນຢູ່ໃນແຜນຍຸດທະສາດ ການພັດທະນາຂອງກອງ ທັບ ໃຫ້ມີຄວາມເຂັ້ມແຂງ ແລະ ທັນ ສະໄໝຂຶ້ນເທື່ອລະກ້າວຮັບປະ ກັນວຽກງານສູ້ຮົບມີໄຊ. ດັ່ງນັ້ນ, ໂຄງການນີ້ແມ່ນສ່ວນໜຶ່ງຈະ ໄດ້ນຳໃຊ້ເຂົ້າໃນການເຝິກອົບ ຮົມຕົວຈິງໃນການຕິດຕໍ່ສື່ສານ ແລະ ບັງຄັບບັນຊາດ້ວຍຍົນບໍ່ມີ ຄົນຂັບໃຫ້ພະນັກງານຜູ້ນຳໃຊ້ ສາມາດຮຽນຮູ້ ແລະ ປະຕິບັດໜ້າ ທີ່ຢ່າງຊຳນານໃນການຕິດຕໍ່ ສື່ ສານ, ບັງຄັບບັນຊາການບິນຍົນບໍ່ ມີຄົນຂັບໃຫ້ໄປຕາມຈຸດປະສົງ, ເປົ້າໝາຍ, ໂດຍສະເພາະແມ່ນໃນ ຍາມໄພພິບັດຈາກທຳມະຊາດ ແລະ ພາວະເພີ່ມທະວີເພື່ອຊອກ ຄົ້ນ ແລະ ສືບຂ່າວຫາເປົ້າໝາຍ ເຊັ່ນ: ຈຸດພິກັດ GPS ຂອງວັດ ຖຸເທິງແຜນທີ່, ສະຖານີວິທະຍຸໃນ ພາກພື້ນດິນ, ຖ່າຍຮູບຄົງທີ່ ແລະ ບັນທຶກວີດີໂອ ທັງກາງເວັນ, ກາງ ຄືນໂດຍຜູ້ບັງຄັບການບິນສາມາດ ຮັບຮູ້ ແລະ ເຫັນສະພາບການ ເຄື່ອນໄຫວຕົວຈິງຢູ່ໃນພາກສະ ໜາມ ເພື່ອລາຍງານໃຫ້ຂັ້ນເທິງ, ເພື່ອສ້າງຄວາມຕັດສິນໃຈ.

ດັ່ງ ນັ້ນໂຄງການນີ້ແມ່ນມີຄວາມຈຳ ເປັນ ແລະ ທັນສະໄໝພ້ອມທັງເປັນ ວຽກງານອັນໃໝ່ທີ່ມີຄວາມທ້າ ທາຍຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ. ໂຄງການດັ່ງກ່າວໄດ້ມີການ ເຊັນສັນຍາ ໄດ້ເລີ່ມລົງມືກໍ່ສ້າງ ໃນວັນທີ 27 ພະຈິກ 2019 ຫາ ວັນທີ 30 ເມສາ 2020 (ກຳນົດ ເວລາ 06 ເດືອນ) ເຊິ່ງປະກອບມີ

ໜ້າວຽກຂອງໂຄງການໃນເບື້ອງ ຕົ້ນຄື: 1. ປັບປຸງອາຄານຫ້ອງ ການຂະໜາດ 8×32 ແມັດ. 2. ປັບປຸງອາຄານຫ້ອງອາຫານ, ຫ້ອງຄົວ ແລະ ບ່ອນຈອດລົດ, 3. ປັບປຸງອາຄານເຮືອນນອນປ້ອງ ກັນ 6×18ແມັດ, 4. ກໍ່ສ້າງ ເດີ່ນບິນຂະໜາດ 245 x11.6.2 ແມັດ, 5. ກໍ່ສ້າງກຳແພງອ້ອມ ຮອບຄ້າຍຍາວ 1,364 ແມັດ, ສູງ 2 ແມັດ, 6. ຕິດຕັ້ງຕາຂ່າຍ ໄຟຟ້າ 22 kv ຄວາມຍາວ 266 ແມັດ ແລະ ຕາຂ່າຍ 0,4kv ຄວາມຍາວ 600 ແມັດ, ລວມມູນຄ່າການ ກໍ່ສ້າງທັງໝົດ 255.223 ໂດ ລາສະຫະລັດ,

ໜ້າວຽກທີ 2 : ໜ້າວຽກເພີ່ມຕາມການສະເໜີ ຂອງເຈົ້າຂອງໂຄງການທີ່ທາງບໍ ລິສັດແອວຊີຊ່ວຍເຫຼືອເພີ່ມເຕີມ ໂດຍບໍ່ຄິດໄລ່ມູນຄ່າມີຄື: 1. ກໍ່ ສ້າງສາລາກຽມບິນຂະໜາດ 6×10 ແມັດ, 2. ສ້ອມແປງທາງ ເຂົ້າຄ້າຍ ແລະ ພາຍໃນຄ້າຍ, 3. ສ້ອມແປງອ່າງເກັບນ້ຳຂະ ໜາດ 2×2,5 ແມັດ, 4. ສ້ອມ ແປງຫ້ອງນ້ຳຂະໜາດ 3×5 ແມັດ, 5. ກໍ່ສ້າງປ້ອມຍາມ 1 ຫຼັງຂະໜາດ 2×2 ແມັດ, 6. ສ້າງຕາຂ່າຍໄຟຟ້າ 22kv ໃຫ້ ເພີ່ມ 184 ແມັດ ແລະ ອື່ນໆ ອີກຈຳນວນໜຶ່ງລວມມູນຄ່າທັງ ໝົດ 46.704 ໂດລາ ( ສະກຸນ ເງິນສະຫະລັດ)

ໃນພິທີ ພັນເອກ ສຸບັນ ພັນທະວີ ຜູ້ອຳນວຍການໃຫຍ່ ບໍລິສັດ ສະກາຍໂທລະຄົມ, ຫົວໜ້າ ໂຄງການສື່ສານຮັບ ໃຊ້ການ ນຳ ແລະ ພາກລັດບໍລິຫານ ກໍ ໄດ້ຂຶ້ນກ່າວຮັບໂຄງການດັ່ງກ່າວ ແລະ ໄດ້ມອບຕໍ່ໃຫ້ ພັນ ໂທ ສົມໃຈ ເທບພະໂສລັດ ຫົວ ໜ້າສູນ 206 ເປັນຜູ້ຄຸ້ມຄອງ ນຳໃຊ້ຕາມສິດ, ໜ້າທີ່ ແລະ ພາ ລະບົດບາດຂອງກົມກອງທີ່ຂັ້ນ ເທິງມອບໝາຍໃຫ້, ຫຼັງຈາກນັ້ນ ກໍໄດ້ເຊັນບົດບັນທຶກມອບຮັບຢ່າງ ເປັນທາງການລະຫວ່າງບໍລິສັດ ແອວຊີຂາເຂົ້າ-ຂາອອກຈຳ ກັດຜູ້ດຽວ ແລະ ໂຄງການສື່ສານ ຮັບໃຊ້ການນຳ ແລະ ພາກລັດບໍ ລິຫານກັບສູນ 206 .

ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາສູນເອົາໃຈໃສ່ຄົ້ນ ຄວ້າ, ເຊື່ອມຊຶມ ແລະ ຜັນຂະ ຫຍາຍເນື້ອໃນອັນລະອຽດ, ຊີ້ ນຳການຈັດຕັ້ງປະຕິບັດ, ຍົກສູງ ຄວາມຮັບຜິດຊອບຂອງຕົນເຂົ້າ ໃນຍຸກເຕັກໂນໂລຊີໃນການພັດ ທະນາກົມກອງ ກໍຄືພັດທະນາ ເຫຼົ່າຮົບສື່ສານໃຫ້ເຕີບໃຫຍ່ເຂັ້ມ ແຂງຮອບດ້ານ, ສຶບຕໍ່ເອົາໃຈໃສ່ ປົກປັກຮັກສາວັດຖຸ, ອຸປະກອນ ໃຫ້ນຳໃຊ້ໄດ້ຍາວນານ.

ໂດຍ: ແສງສຸລີ ພົມມະຈັກ

ຂ່າວສານບ້ານເມືອງ

Post navigation

Previous Post: ສາວອ້ອຍ ໄຊຍະ ເຕົ້າໂຮມນໍ້າໃຈ ໄປຊ່ວຍ ປະຊາຊົນບ້ານຖໍ້າລອດ
Next Post: ນາຍົກ ສົ່ງສານສະແດງຄວາມເສົ້າໃຈ ກັບເຫດການ ນໍ້າຖ້ວມທີ່ຍີ່ປຸ່ນ

Related Posts

ຂ່າວດີ! ແຜນການບໍລິການນ້ຳມັນປະຈຳວັນທີ 21-22 ມິຖຸນາ 2022 ຂອງປໍ້າ ລນລ Featured
ໂຄວິດຍັງສືບຕໍ່ລະບາດໃນຊຸມຊົນເປັນວົງກວ້າງໃນ 11ແຂວງ Featured
ມຊ ຈະຮັບນັກສຶກສາປີນີ້ ພຽງແຕ່ 7 ພັນຄົນເທົ່ານັ້ນ Featured
ລະເບີດແຕກໃສ່ພະນັກງານເກັບກູ້ລະເບີດເສຍຊິວິດ 3 ຄົນ ທີ່ເມືອງປາກຊ່ອງ Featured
ແຂວງຈຳປາສັກ ແລະ ຈັງຫວັດອຸບົນຣາຊະທານີ ເພີ່ມທະວີການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ Featured
ດ່ານສາກົນນາເພົ້າ ເກັບລາຍຮັບໄດ້ 14 ຕື້ກວ່າກີບໃນໄຕມາດທໍາອິດປີ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme