Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ທະນາຄານແຫ່ງ ສປປ ລາວ ກຽມອອກພັນທະບັດ ດອກເບ້ຍ 20% ຕໍ່ປີ ມູນຄ່າ 5 ພັນຕື້ກີບ

Posted on 12/06/202212/06/2022 By ປະກາດ Pakaad No Comments on ທະນາຄານແຫ່ງ ສປປ ລາວ ກຽມອອກພັນທະບັດ ດອກເບ້ຍ 20% ຕໍ່ປີ ມູນຄ່າ 5 ພັນຕື້ກີບ

ທະນາຄານແຫ່ງ ສປປ ລາວ ກຽມອອກພັນທະບັດ ດອກເບ້ຍ 20%/ປີ ມູນຄ່າ 5 ພັນຕື້ກີບ ຈຳໜ່າຍແກ່ບຸກຄົນທົ່ວໄປແລະນິຕິບຸກຄົນທີ່ບໍ່ແມ່ນສະຖາບັນການເງິນ

ອີງຕາມຂໍ້ຕົກລົງວ່າດ້ວຍການຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະບັບເລກທີ 409/ທຫລ, ລົງວັນທີ 07 ມີຖຸນາ 2022.

ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງທ່ານເພື່ອຊາບກ່ຽວກັບ ການອອກຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ງວດທີ 1 ມູນຄ່າ 5.000.000.000.000 ກີບ (ຫ້າພັນຕື້ກີບ) ອາຍຸພັນທະບັດ 6 ເດືອນ ແລະ ເປັນພັນທະບັດທີ່ບໍ່ສາມາດປ່ຽນມືໄດ້; ອັດຕາດອກເບ້ຍ 20%ຕໍ່ປີ (ຊຳລະດອກເບ້ຍຄັ້ງດຽວ ເມື່ອຄົບກຳນົດໄຖ່ຖອນພັນທະບັດ) ເລີ່ມອອກຈຳໜ່າຍແຕ່ກາງ ເດືອນມິຖຸນາ 2022 ເປັນຕົ້ນໄປ

ເປັນພັນທະບັດຮູບແບບບໍ່ມີໃບພັນທະບັດເປັນເຈ້ຍ (Scripless) ແຕ່ມີການອອກໃບຢັ້ງຢືນການຖືຄອງພັນທະບັດໃຫ້ແກ່ເຈົ້າຂອງພັນທະບັດ ພັນທະບັດທີ່ຈະອອກຈຳໜ່າຍນີ້ສາມາດຖືຄອງໄດ້ໂດຍບຸກຄົນ ແລະ ນິຕິບຸກຄົນ ທີ່ມີຖິ່ນຖານຢູ່ ສປປ ລາວ ຍົກເວັ້ນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບຝາກເງິນ;

ສຳລັບທະນາຄານທີ່ມີຄວາມສົນໃຈເປັນຕົວແທນໃນການຈໍາໜ່າຍພັນທະບັດ ທະນາຄານແຫ່ງ ສປປ ລາວໃນ ຄັ້ງນີ້ ສະເໜີມາຍັງກົມບໍລິການທະນາຄານ ພາຍໃນວັນທີ 10 ມິຖຸນາ 2022 ເພື່ອຈະພິຈາລະນາການເປັນຕົວແທນ ເຊິ່ງຕົວແທນຈໍາໜ່າຍຈະໄດ້ຮັບຄ່າທຳນຽມໃນການຈຳໜ່າຍພັນທະບັດ 0,047% ຂອງມູນຄ່າທີ່ສາມາດຈໍາໜ່າຍໄດ້.

.

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ເປີດບໍລິການມື້ນີ້ 70 ປໍ້າ ທົ່ວນະຄອນຫຼວງວຽງຈັນ
Next Post: ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງ ຊາດຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

Related Posts

ພົບຄົນຕິດເຊື້ອຈາກແຮງງານນໍາເຂົ້າ 86 ຄົນ ໃນຊຸມຊົນ 3 ຄົນ Featured
Instagram Lite ເປີດໂຕນຳໃຊ້ໃນຫຼາຍກວ່າ 170 ປະເທດ, ລວມເຖິງ ສປປ ລາວ Featured
ຂ່າວດີ! ລູກຄ້າທະນາຄານລາວກໍ່ສ້າງ ຈະໄດ້ຮັບເງິນຄືນ ພາຍໃນເດືອນສິງຫາ 2021 Featured
ການອອກໃບຕາດິນໃຫ້ແກ່ ບຸກຄົນ ນິຕິບຸກຄົນ ຕາມຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ລັດຖະບານ
ຄົນເຂົ້າ-ອອກເມືອງດ່ານສາກົນບໍ່ເຕ່ນ ຍັງບໍ່ທັນຟົດຟື້ນ Featured
ກອງປະຊຸມຄະນະລັດຖະບານ ປະຈໍາເດືອນສິງຫາ 2020 ມີຫຼາຍປະເດັນຖືກຮັບຮອງ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme