Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພົບໝົດແລ້ວ! ຜູ້ເດີນທາງຈາກແຂວງບໍ່ແກ້ວ ເຂົ້າມາ ແຂວງຫຼວງພະບາງ

Posted on 18/07/202118/07/2021 By ປະກາດ Pakaad No Comments on ພົບໝົດແລ້ວ! ຜູ້ເດີນທາງຈາກແຂວງບໍ່ແກ້ວ ເຂົ້າມາ ແຂວງຫຼວງພະບາງ

ຜູ້ເດີນທາງ 35 ຄົນ ຈາກແຂວງບໍ່ແກ້ວ ເຂົ້າ ຫຼວງພະບາງ ມີມາຕົວຈິງແມ່ນ 31 ຄົນ ທັງໝົດຖືກຈຳກັດບໍລິເວນແລ້ວ.

ອີງຕາມບົດລາຍງານ ຄັ້ງວັນທີ 17/7/2021 ຈາກຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດ ໂຄວິດ-19 ແຂວງຫຼວງພະບາງ ກ່ຽວກັບຈຳນວນຜູ້ເດີນທາງມາຈາກ ແຂວງບໍ່ແກ້ວ ເຂົ້າມາຫຼວງພະບາງ ຕາມບັນຊີລາຍຊື່ທີ່ທາງແຂວງບໍ່ແກ້ວ ສົ່ງມາຫາຄະນະສະເພາະກິດ ແຂວງຫຼວງພະບາງ ທັງໝົດ 35 ຄົນ, ແຕ່ມາຕົວຈິງແມ່ນ 31 ຄົນ, ສ່ວນທີ່ເຫຼືອແມ່ນຍັງຢູ່ແຂວງບໍ່ແກ້ວ, ແລະໃນຈຳນວນ 31 ຄົນນັ້ນ ປັດຈຸບັນແມ່ນໄດ້ຈຳກັດບໍລິເວນຢູ່ເຮືອນ ມີທັງໝົດ 22 ຄົນ, ຢູ່ສູນກັກກັນ 9 ຄົນ ແລະເກັບຕົວຢ່າງໄປກວດຫາເຊື້ອ ໂຄວິດ-19 ເປັນທີ່ຮຽບຮ້ອຍແລ້ວ ເຊິ່ງມີລາຍລະອຽດມີດັ່ງນີ້:

  • 1. ນະຄອນ ຫຼວງພະບາງ ມີ 15 ຄົນ, ຜົນກວດທັງໝົດ ເປັນລົບ
  • 2. ເມືອງປາກແຊງ ມີ 3 ຄົນ, ຜົນກວດ ເປັນລົບ ທັງ 3 ຄົນ
  • 3. ເມືອງຊຽງເງິນ ມີ 3 ຄົນ, ຜົນກວດເປັນລົບ ທັງ 3 ຄົນ
  • 4. ເມືອງນ້ຳບາກ ມີ 8 ຄົນ, ຍັງລໍຖ້າຜົນກວດ ທັງ 8 ຄົນ
  • 5. ເມືອງງອຍ ມີ 1 ຄົນ, ຍັງລໍຖ້າຜົນກວດ
  • 6. ເມືອງວຽງຄຳ ມີ 1 ຄົນ, ຍັງລໍຖ້າຜົນກວດ

ສຳລັບມາດຕະການໃນການຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ ທາງຄະນະສະເພາະກິດຂັ້ນແຂວງ ໄດ້ສົ່ງບັນຊີລາຍຊື່ ແຮງງານ ທີ່ເດີນທາງມາຈາກ ແຂວງບໍ່ແກ້ວ ໃຫ້ແຕ່ລະເມືອງ ໃຫ້ ຕິດຕໍ່ຫາຜູ້ຕິດເຊື້ອ ແລະ ນຳເອົາເຂົາເຈົ້າ ເຂົ້າມາຈຳກັດບໍລິເວນ 14 ວັນ ແລະ ເກັບຕົວຢ່າງມາກວດ ຫາເຊື້ອ COVID-19 ຈຳນວນ 3 ຄັ້ງ ຄື: ມື້ທີ 1, ມື້ທີ5 ແລະ ມື້ທີ 12, ພ້ອມທັງແນະນຳພະນັກງານລະບາດຂັ້ນເມືອງ ໃຫ້ຕິດຕາມອາການບຸກຄົນໃນຄອບຄົວຂອງແຮງງານຂ້າງເທິງ ແລະ ລາຍງານ ລະບາດແຂວງທຸກວັນ.

ລາຍງານໂດຍ: ຄະນະສະເພາະກິດ ຫຼວງພະບາງ

Cr: ຂ່າວສານຫຼວງພະບາງ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: EU ຊ່ວຍລາວ 515.000.000.000 ກີບ ໃຊ້ໃນວຽກງານການສຶກສາ ແລະ ໂພສະນາການ
Next Post: ຄະນະສະເພາະກິດແຂວງຈໍາປາສັກ ອອກແຈ້ງການດ່ວນ ໃໝ່ຫຼ້າສຸດ

Related Posts

ເສຍຊີວິດໃໝ່ 1 ແລະ ຕິດເຊື້ອເພີ່ມ 2.697 ຄົນ (ນວ 1.209) Featured
ກະຊວງປ້ອງກັນປະເທດ ສະຫລຸບວຽກງານປ້ອງກັນຊາດປະຈໍາປີ 2021 Featured
ຫ້າມຊື້ຂາຍດິນໃນເຂດເມືອງທັນສະໄໝຂອງນະຄອນຫຼວງວຽງຈັນ Featured
ການອະນຸຍາດ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ໄລຍະລັອກດາວ Featured
ເໜືອໜາວໃຕ້ເຢັນເດີພີ່ນ້ອງ Featured
ອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme