Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຟ້າວຈອງດ່ວນ! ເປີດຕົວສະມາດໂຟນ OPPO A93 ແລ້ວ ມັດຈໍາພຽງ 1 ແສນກີບເທົ່ານັ້ນ

Posted on 30/10/202006/11/2020 By ປະກາດ Pakaad No Comments on ຟ້າວຈອງດ່ວນ! ເປີດຕົວສະມາດໂຟນ OPPO A93 ແລ້ວ ມັດຈໍາພຽງ 1 ແສນກີບເທົ່ານັ້ນ

ເປີດໂຕຢ່າງເປັນທາງການແລ້ວ ສຳລັບ OPPO A93 ສະມາດໂຟນທີ່ອອກແບບໄດ້ໂດດເດັ່ນ ບາງເບົາ ຄວາມຈຳຫຼາຍ ແລະ ມ່ວນໄປກັບການຖ່າຍພາບດ້ວຍ 6 ກ້ອງ AI ທີ່ໂຮງແຮມແລນມາກ ຣີເວີຊາຍ ນະຄອນຫຼວງວຽງຈັນ ໃນຄືນວັນທີ່ 29 ຕຸລາ 2020.

ພິທີການເປີດຕົວແມ່ນ ປະຕິບັດຕາມມາດຕະການ ໂຮວິດ-19 ທີ່ທາງການແນະນໍາ, ຕິ່ງໄດ້ມີການ ຖ່າຍທອດສົດຜ່ານເພຈ ທາງການຂອງ OPPO Laos. ທ່ານສາມາດກົດຊົມຢ້ອນຫຼັງໄດ້ ກົດນີ້ເລີຍ 🟢

ເຊິ່ງກ່ອນການເປີດຕົວ OPPO A93 ກໍ່ມີການສະແດງ ແລະ ຣີວິວ ການນໍາໃຊ້ສະມາດໂຟນລຸ້ນນີ້ ດ້ວຍຄວາມຕື້ນເຕັ້ນແລະອາລັງການ.

ເມື່ອເວົ້າເຖິງສະເປັກຂອງ OPPO A93 ແລ້ວບອກໄດ້ເລີຍວ່າ ໄດ້ຄຸ້ມເກີນລາຄາ. ໂດຍສະເພາະຕອບໂຈດຄົນມັກຖ່າຍຮູບ, ມັກຫຼິ້ນເກມ.

ດ້ວຍລະບົບ AI ທີ່ຈະເຮັດໃຫ້ການຖ່າຍຮູບອອກມາສວຍງາມ ດ້ວຍຄຸນນະພາບກ້ອງໜ້າຄູ່ ຄວາມລະອຽດ 16+2MP, ສ່ວນກ້ອງຫຼັງມາພ້ອມກັນ 4 ເລນ ຄວາມລະອຽດ 48MP (ຄັກແທ້).

ໂທນສີຂາວງົດງາມດັ່ງໄຂ່ມຸກ ຫຼື ສີດໍາເງົາງາມ ທີ່ທ່ານສາມາດເລືອກໃຫ້ເຂົ້າກັບບຸກຄະລິກຂອງທ່ານ.

ພິເສດຄວາມເບົາບາງຂອງຕົວເຄື່ອງ ຈະເຮັດໃຫ້ທ່ານຈັບມືຖືດ້ວຍຄວາມສະດວກສະບາຍ ໂດຍ ການອອກແບບ ທີ່ມີຄວາມໜາພຽງ 7,48 ມິນລີແມັດເທົ່ານັ້ນ.

ນອກນີ້, ເລື່ອງຄວາມທົນຂອງແບັດເຕີຣີແມ່ນຫາຍຫ່ວງ ໃຊ້ໄດ້ຍາວນານຕະຫຼອດມື້ 4000 mAh ສາມາດສາກໄດ້ວ່ອງໄວນໍາອີກ (18W Fast Charge). ພ້ອມກັບລະບົບສະແກນລາຍນິ້ວມື ທີ່ເພີ່ມຄວາມປອດໄພແກ່ຜູ່ເປັນເຈົ້າຂອງ.

  • ເວົ້າເຖິງລາຄາແມ່ນສະບາຍກະເປົາ👉 ລາຄາພຽງ 2.899.000 ກີບ ເທົ່ານັ້ນເດີ.
  • 📍 ສາມາດສັ່ງຈອງໄດ້ແລ້ວມື້ນີ້ຕັ້ງແຕ່ 30.10.2020 – 05.11.2020. ມັດຈໍາການຈອງ 100.000 ກີບເທົ່ານັ້ນ.
  • ທີ່ຮ້ານຄ້າຊັ້ນນຳຂອງອ໋ອບໂປ້ https://bit.ly/2FDXhGK
  • ຫຼື ຂໍ້ມູນເພີ່ມເຕີມທີ່ Page: OPPOLAOS
  • 🎉 ສັ່ງຈອງມື້ນີ້ ຮັບຂອງແຖມໄປເລີຍ ມູນຄ່າສູງເຖິງ 500.000 ກີບ
  • #OPPOA93 #ເຕັມທີ່ໃນຄວາມເປັນທ່ານ
  • #PreOrder #OPPOLAOS

.

Featured, ທຸລະກິດ

Post navigation

Previous Post: ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິສັດ ພິທີທີ ລາວ ຈຳກັດ ແລະ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ເຊື່ອມຕໍ່ລະບົບການຊຳລະ ຜ່ານ M Money
Next Post: ອາດີດນັກການທູດສິງກະໂປ ສະເໜີຖອນ ລາວ ແລະ ກໍາປູເຈຍ ອອກຈາກອາຊຽນ (ຄົງເປັນໄປບໍ່ໄດ້)

Related Posts

ຈັບພໍ່ຄ້າຂົນຢາໄອ້ນໍ້າໜັກ 110 ກິໂລກຣາມ ທີ່ບໍລິຄຳໄຊ Featured
vivo V20 Pro ຮັບຮອງ 5G ພ້ອມຟັງຊັນການຖ່າຍຮູບ ທີ່ສຸດຍອດແທ້ໆ Featured
ທິວທັດຍາມແລງ ແຄມນໍ້າຊອງ ເມືອງວັງວຽງ Featured
ເລຂາທິການໃຫຍ່ ພັກປປ ລາວ ຕ້ອນຮັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ Featured
ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II Featured
EU ຊ່ວຍລາວ 515.000.000.000 ກີບ ໃຊ້ໃນວຽກງານການສຶກສາ ແລະ ໂພສະນາການ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme