ນັບແຕ່ປີ 2020 ICBC ສາຂານະຄອນຫຼວງວຽງຈັນ ກໍ່ໄດ້ມີການເລີ່ມລົງມື ໂຄງການ ພັດທະນາທະນາຄານໃຫ້ກາຍເປັນ ICBC Intelligence Bank ຢ່າງເປັນທາງການ ໂດຍໄດ້ຖືເອົາ“ນະວັດຕະກຳເປັນແຮງບັນດານໃຈ ໃນການ ພັດທະນາ”, ພວກເຮົາໄດ້ມີການອອກແບບ ແລະ ປັບປຸງສະຖານທີ່ ໃຫ້ບໍລິການ ແກ່ລູກຄ້າ ໃນຮູບແບບໃໝ່ ແລະ ທັນສະໄໝທີ່່ນຳໃຊ້ ນະວັດ ຕະກຳໃໝ່.
ການເປີດນຳໃຊ້ຄັ້ງນີ້ແມ່ນ ນອນໃນໂຄງການໄລຍະທີ 1, ເຊິ່ງຈະເນັ້ນໃສ່ ການໃຫ້ ບໍລິການທ່ີທັນສະໄໝໃຫ້ກັບລູກຄ້າ, ສ້າງເວທີທີ່ມີຄວາມເໝາະສົມສໍາລັບລູກຄ້າ ເພື່ອສໍາເລັດ ທຸລະກໍາພື້ນຖານດ້ວຍ ນະວັດຕະກຳທີ່ທັນສະໄຫມ. ເຊ່ິ່ງໃນ ອະນາຄົດ ICBC ສາຂານະຄອນຫຼວງ ວຽງຈັນ ຈະໃຊ້ເວລາປະມານ 3 ເຖິງ 5 ປີໃນການສືບຕໍ່ຊຸກຍູ້ ໂຄງການກໍ່ສ້າງ ທະນາຄານ ICBC Intelligence Bank ໄລຍະທີ 2 ແລະ 3 , ເຊື່ອມຕໍ່ລະບົບ ຊໍາລະສະສາງພາຍໃນປະເທດລາວເຂົ້າສູ່ເຄື່ອງຈັກອັດສະລິຍະ,ເພີ່ມປະເພດຂອງຜະລິດຕະພັນທາງດ້ານການເງິນ. ໃຫ້ລູກຄ້າໄດ້ສໍາພັດກັບຄວາມສະດວກແລະ ຄວາມທັນສະໄໝ ຂອງ ICBC Intelligence Bank ຂອງທະນາຄານພວກເຮົາ.
ໂຄງການໄລຍະທີ 1 ນີ້ແມ່ນປະກອບມີ 2 ເຕັກໂນໂລຢີຫຼັກ, 8 ເຄື່ອງຈັກ ອັດສະລິຍະ, 9 ຄວາມສາມາດພິເສດ:
2ເຕັກໂນໂລຊີຫຼັກ

ການພົກພາບັດປະຈໍາຕົວ, ບັດທະນາຄານ, ລະຫັດ ເພື່ອເປັນການຢັ້ງຢືນຕົນເອງ ໃນຮູບແບບເກົ່າແມ່ນມີຄວາມຫຍຸ້ງຍາກດ້ານການພົກພາ, ງ່າຍຕໍ່ການເສຍຫາຍ ຫຼື ລະຫັດ ຖືກລັກ ແລະບັນຫາອື່ນໆຫຼາຍຢ່າງ, ກ່ຽວກັບເຕັກໂນໂລຢີໃນການສະແກນໃບໜ້າ ເພື່ອ ເປັນການຢືນຢັນຕົວເອງແມ່ນເປັນວິທີທີ່ມີຄວາມປອດໄພ, ຄວາມໜ້າເຊື່ອຖື ແລະ ມີ ປະສິດຕິພາບກວ່າ.

ເມື່ອຄໍານຶງເຖິງຄວາມເປັນສາກົນຂອງລູກຄ້າ, ການນໍາໃຊ້ໃນຄັ້ງນີ້ແມ່ນປະກອບ ມີ3ພາສາຄື: ພາສາລາວ, ພາສາຈີນ ແລະ ພາສາອັງກິດ,ເພື່ອຕອບສະໜອງຄວາມຕ້ອງການ ໃນການຊົມໃຊ້ຂອງລູກຄ້າຈາກທຸກປະເພດ.
ຄວາມສາມາດພື້ນຖານຂອງເຄື່ືອງຈັກ,ແບ່ງມີທຸລະກໍາສໍາລັບບຸກຄົນ ແລະ ບໍລິສັດ

ທຸລະກໍາສໍາລັບບຸກຄົນ:ການກວດກາຍອດເງິນ,ກວດກາລາຍການເຄື່ອນໄຫວບັນຊີ, ການໂອນເງິນພາຍໃນທະນາຄານ, ການໂອນເງິນຕ່າງປະເທດ,ການປ່ຽນແປງຂໍ້ມູນ ພື້ນຖານ, ການຄຸ້ມຄອງລະຫັດ.
ທຸລະກໍາສໍາລັບບໍລິສັດ: ການກວດກາຍອດເງິນ,ກວດກາລາຍການເຄື່ອນໄຫວບັນຊີ, ພິມໃບບີນ, ຟອມຂຽນລ່ວງໜ້າ
ຜ່ານການຄົ້ນຄວ້າລູກຄ້າແລະການວິເຄາະຂໍ້ມູນ ຫຼື ຕົວເລກ ຢ່າງເຕັມທີ່, ເພື່ອສົມທົບກັບເຕັກໂນໂລຢີການສະແກນໜ້າເພື່ອສໍາເລັດ ທຸລະກໍາພື້ນຖານ ຂອງບຸກຄົນແລະບໍລິສັດ ດ້ວຍນະວັດຕະກຳທີ່ທັນສະໄຫມ.

ຕູ້ກົດບັດຄິວອັດສະລິຍະ
ລູກຄ້າສາມາດກົດຄິວເຮັດທຸລະກໍາ ໄດ້ດ້ວຍການຮູດບັດ ທະນາຄານ, ການສະແກນໃບໜ້າ ແລະ ກົດຄິວໂດຍບໍ່ມີຕົວສື່ກາງ (ບໍ່ມີບັດທະນາຄານ ຫຼືສະແກນໜ້າ),ໃນເວລາດຽວກັນເຄື່ອງຈັກຍັງສາມາດຈັດແບ່ງລູກຄ້າໄດ້ຢ່າງສະຫຼຽວ ສະຫຼາດແລະຍັງຈັດແບ່ງຕູ້ໃຫ້ບໍລິການຢ່າງວ່ອງໄວ,ເປັນການຍົກລະດັບຂອງການໃຫ້ ບໍລິການຜ່ານປ່ອງບໍລິການ.

ລູກຄ້າສາມາດໃຊ້ເອກະສານຢັ້ງຢືນຕົວຕົນສະບັບແທ້ເພື່ອຮັບເອົາບັດ ATM ແລະ E-Banking ຢູ່ຕູ້ຮັບຜະລິດຕະພັນ,ບໍ່ຈໍາເປັນລໍຖ້າຄິວ, ເຮັດທຸລະກໍາ ສະດວກ,ວ່ອງໄວ ແລະ ມີປະສິດທິພາບ.

ຕູ້ກວດສອບ ແລະ ພິມລາຍການເຄື່ອນໄຫວບັນຊີ ທີ່ທະນາຄານຂອງພວກເຮົາ ໄດ້ເຮັດອອກມາໃນຄັ້ງນີ້, ສາມາດກວດສອບ ແລະ ພິມລາຍລະອຽດການເຄື່ອນໄຫວບັນຊີ ລູກຄ້າບຸກຄົນ ແລະ ບັນຊີລູກຄ້າບໍລິສັດ, ພ້ອມທັງພິມໃບບິນຂອງລູກຄ້າບໍລິສັດ, ເຊິ່ງສາ ມາດແກ້ໄຂບັນຫາລູກຄ້າບໍລິສັດ ບໍ່ໄດ້ ຮັບໃບບິນເມື່ອມີເງິນໂອນເຂົ້າ.ໂດຍຜ່ານການດຳເນີນ ການດ້ວຍການຈຳແນກໃບໜ້າ, ສະແກນໃບໜ້າຂອງພະນັກງານບັນຊີທີ່ພົວພັນກັບບັນຊີບໍລິສັດ ໄວ້ດ້ວຍກັນ, ລູກຄ້າ ສາມາດກວດສອບທຸລະກໍາດ້ວຍຕົນເອງ, ນອກຈາກເປັນການ ເພີ່ມປະສິດທິພາບໃນການ ບໍລິການແລ້ວ, ຂໍ້ມູນບັນຊີຂອງລູກຄ້າຍັງໄດ້ຮັບການປົກປ້ອງນຳ.

ຕູ້ຝາກຖອນເງິນໃນເຄື່ອງດຽວ.
ເພື່ອເປັນການຕອບສະໜອງຄວາມຕ້ອງການ ຂອງລູກຄ້າໃນການຝາກເງິນ ຈໍານວນໜ້ອຍ ທະນາຄານໄອຊີບີຊີ ສາຂານະຄອງຫຼວງວຽງຈັນ ຮ່ວມມືກັບ ສໍານັກງານ ໃຫຍ່ ຂອງ ທະນາຄານ ໄອຊີບີຊີ ໄດ້ອອກເຄື່ອງຈັກຝາກຖອນເງິນ ແບບໝູນວຽນ ທີ່ສາມາດຝາກ ໄດ້ຫຼາຍສະກຸນເງິນ ແລະ ເຄື່ອງທໍາອິດໃນສາຂາຕ່າງປະເທດ, ລູກຄ້າ ສາມາດນໍາເອົາເງິນ ຈໍານວນໜ້ອຍທີ່ຕ້ອງການຝາກເຂົ້າ ໄປຝາກໄດ້ທີ່ຕູ້ຝາກ-ຖອນໃນ ເຄື່ອງດຽວ ເພື່ອ ເປັນການຫຼຸດຜ່ອນເວລາໃນການລໍຖ້າ ໃນເວລາດຽວກັນເງິນ ທີ່ລູກຄ້າ ນໍາມາ ຝາກຍັງສາມາດຖອນອອກໄດ້.

ທະນາຄານ ຂອງພວກເຮົາ ໄດ້ຄິດຄົ້ນອຸປະກອນ ເຄື່ອງນີ້ ຂື້ນມາເພື່ອຈ່າຍຄ່າທໍານຽມ ວີຊ່າ ດ້ວຍຕົວເອງ ລູກຄ້າສາມາດຈ່າຍຄ່າທຳນຽມຄ່າວີຊ່າ ແລະ ທອນເງິນນ້ອຍ ດ້ວຍຕົວເອງ ດ້ວຍການສະແກນລະຫັດໃບບິນ ຢູ່ຕູ້ ທີ່ຕັ້ງຢູ່ສຳນັກງານ ຂອງສະຖານທູດ ສປຈີນ ປະຈຳ ສປປ ລາວ. ເຊິ່ງບໍ່ຈໍາເປັນຕ້ອງ ເຂົ້້າມາປ່ອງບໍລິການ ຂອງທະນາຄານ ເພື່ອຂຽນຟອມ, ລໍຖ້າຄິວ ແລະ ລໍຖ້າພະນັກງານ ເຮັດທຸລະກໍາໃຫ້, ເຊິ່ງນີ້ແມ່ນການເພີ່ມ ປະສິດທິພາບສູງໃນການເຮັດທຸລະກໍາ.

PAD ອະນຸມັດທຸລະກຳ
ພະນັກງານສາມາດຈັດແບ່ງລູກຄ້າວ່ອງໄວແລະຕະຫຼອດເວລາຜ່ານເຄື່ອງ PAD, ຍົກລະດັບການຊົມໃຊ້ປ່ອງບໍລິການ, ນອກຈາກນີ້ຍັງສາມາດແຈ້ງເຕືອນ ການມາເຖິງ ຂອງລູກຄ້າຜູ້ສໍາຄັນ, ຜູ້ອະນຸມັດສາມາດ ກວດກາການດໍາເນີນການ ຂອງທຸລະກໍາ ແລະອະນຸມັດໂດຍຜ່ານເຄື່ອງ PAD
ເຄື່ອງບໍລິການສອງໜ້າຈໍ

ເຄື່ອງຈັກເຄື່ອງນີ້ສາມາດສະແດງລາຍການການດໍາເນີນທຸລະກໍາທັນທີ່, ລູກຄ້າມີ ສວ່ນຮ່ວມ ໃນການເຮັດທຸລະກຳ, ການສື່ສານທີ່ມີປະສິດຕິພາບ ຊັດເຈນແລະມີປະສິດຕິພາບ, ເປັນການເພີ່ມທະວີປະສົບການຂອງລູກຄ້າແລະຫຼຸດຜ່ອນຄວາມສຽງໃນການດໍາເນີນງານ ຂອງພະນັກງານ.
ທຸລະກໍາໂອນເງິນໄປຕ່າງປະເທດຜ່ານສູນປະຕິບັດການແບບລວມສູນ

ລູກຄ້າສາມາດສົ່ງຄຳຮ້ອງຜ່ານທາງປ່ອງບໍລິການ, ຕູ້ອັດສະລິຍະຕ່າງໆ, mobile banking ແລະ internet bankingທຸກໆຄໍາຮ້ອງທີ່ສະເໜີມາຈາກຊ່ອງທາງ ດັ່ງກ່າວຈະຖືກ ຈັດສົ່ງໃຫ້ກັບສູນປະຕິບັດງານແບບລວມສູນ ອັດຕະໂນມັດ ໂດຍຜ່ານການ ສະແກນຕັດແບ່ງຂໍ້ມູນຈາກພາບໃບບິນ ແລະ ນຳໃຊ້ເຕັກໂນໂລຊີ Robotic Process Antomation(RPA)ສາມາດສໍາເລັດທຸລະກໍາ ໄດ້ຢ່າງ ວ່ອງໄວແລະມີປະສິດທິພາບ,ລູກຄ້າຈະໄດ້ຮັບປະສົບການທີ່ດີທີ່ສຸດແບບ “ພຽງແຕ່ກົດຄຳສັ່ງທຸລະກຳລະບົບແບບລວມສູນຮັບຮູ້ທຸກຂັ້ນຕອນ”


ເນື່ອງຈາກອົງປະກອບຂອງເທັກໂນໂລຢີທາງດ້ານການເງິນນັບມື້ນັບເພີ່ມທະວີ, ຜ່ານຮູບແບບຄວາມທັນສະໄໝ+ນະວັດຕະກໍາແບບໃໝ່,ທະນາຄານເນັ້ນໃສ່ການສ້າງປະສົບການ ແບບຮອບດ້ານທີ່ດີກ່ວາໃຫ້ກັບລູກຄ້າ, ການຮ່ວມມືເຮັດວຽກທີ່ໄວຂື້ນ ແລະ ການດໍາເນີນງານ ທີ່ມີປະສິດຕິພາບສູງເປັນຮູບແບບໃໝ່ໃນການບໍລິການ,ໃຫ້ປະສົບການ ການບໍລິການທາງດ້ານການເງິນແບບຮອບດ້ານແລະດີກ່ວາ.

