Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກະຊວງ ຖວທ ແລະ ບໍລິສັດ ແອວ ຈີ ເອ ເອສ ກຽມສຶກສາຄວາມເປັນໄປໄດ້ໂຄງການ ພັດທະນາລະບົບຖານຂໍ້ມູນ ສຳລັບການບໍລິການວຽກງານສື່ມວນຊົນ

Posted on 19/08/202219/08/2022 By ປະກາດ Pakaad No Comments on ກະຊວງ ຖວທ ແລະ ບໍລິສັດ ແອວ ຈີ ເອ ເອສ ກຽມສຶກສາຄວາມເປັນໄປໄດ້ໂຄງການ ພັດທະນາລະບົບຖານຂໍ້ມູນ ສຳລັບການບໍລິການວຽກງານສື່ມວນຊົນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສຶກສາຄວາມເປັນໄປໄດ້ໂຄງການ ພັດທະນາລະບົບຖານຂໍ້ມູນ ສຳລັບການບໍລິການວຽກງານສື່ມວນຊົນໄດ້ຈັດຂຶ້ນໃນຕອນແລງວັນທີ 18 ສິງຫາ 2022 ທີ່ໂຮງແຮມ ລາວພລາຊາ ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ທ່ານ ຊິນນະກອນ ພົມມະສິດ ປະທານ ບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາ ດ້ານການຄ້າ ແລະ ການລົງທຶນ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້ໂດຍ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນທັງສອງຝ່າຍເຂົ້າຮ່ວມ.

ໂຄງການດັ່ງກ່າວ ຈະໃຊ້ເວລາໃນການສຶກສາ ພາຍໃນໄລຍະເວລາ 12ເດືອນ ຊຶ່ງຈະໄດ້ລົງເລິກສຶກສາໂຄງການພັດທະນາລະບົບຖານຂໍ້ມູນ ສຳລັບການບໍລິການວຽກງານສື່ມວນຊົນ, ທາງ ບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາ ດ້ານການຄ້າ ແລະ ການລົງທຶນ ຈະນຳເອົາປະສົບການ, ວິຊາການ-ເຕັກນິກ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະນຳເຂົ້າມາພັດທະນາລະບົບຖານຂໍ້ມູນໃຫ້ເປັນລະບົບ, ໄດ້ມາດຕະຖານ, ມີຄວາມປອດໄພ ແລະ ຍືນຍົງ ແລະ ໃນດ້ານເຕັກໂນໂລຊີຖານຂໍ້ມູນນັ້ນແມ່ນທາງ ບໍລິສັດ ແອວ ຈີ ເອ ເອັສ ຈະນຳໃຊ້ອຸປະກອນທີ່ສະໜອງໂດຍ ບໍລິສັດ ຫົວເຫວີຍໃນການສຶກສາໂຄງການນີ້.

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແມ່ນມີຄວາມມາດປາຖະໜາ ເພື່ອສົ່ງເສີມການພັດທະນາລະບົບຖານຂໍ້ມູນທັນສະໄໝ ຂອງກະຊວງ, ໂດຍວຽກງານພັດທະນາລະບົບຖານຂໍ້ມູນ ສໍາລັບການບໍລິການວຽກງານສື່ມວນຊົນໃນຂອບເຂດທົ່ວປະເທດກໍ່ແມ່ນໂຄງການໜຶ່ງທີ່ນອນຢູ່ໃນເປົ້າໝາຍຂອງກະຊວງ ເພື່ອເພີ່ມຄວາມສາມາດການຄຸ້ມຄອງວຽກງານ ສື່ມວນຊົນ ໃຫ້ມີຄວາມໂປ່ງໃສ, ທັນສະໄໝ, ວ່ອງໄວ ແລະ ມີຄວາມຍືນຍົງ, ເພີ່ມຄວາມສະດວກໃຫຜູ້ປະກອບການໃນລະບົບປະຕູດຽວທີ່ສະດວກສະບາຍ ແລະ ເພີ່ມຊ່ອງທາງ ຂຸດຄົົ້ນການເກັບລາຍຮັບໃໝ່ຂອງຂະແໜງສື່ມວນຊົນ.

ພາບ:ອ່າຍຄຳ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ຂ່າວດ່ວນ! ແຈ້ງປ່ອຍນໍ້າອອກເຂື່ອນນໍ້າລີກ 1 ແລະ 2
Next Post: ສະພາບອາກາດ ຂອງວັນທີ 22 ສິງຫາ 2022

Related Posts

ວິກິດໜັກ ເຫຼືອແຕ່ຫຼັງຄາ ຫຼາຍບ້ານທີ່ເມືອງພີນຈົມນໍ້າ ຂ່າວສານບ້ານເມືອງ
ຂໍ້ມູນການຕິດທີ່ນະຄອນຫຼວງວຽງຈັນມື້ນີ້ Featured
ນະຄອນຫຼວງວຽງຈັນໜັກສຸດມື້ນີ້ທົ່ວປະເທດກາຍພັນຄົນ Featured
ເສຍຊີວິດໃໝ່ 1 ແລະ ຕິດເຊື້ອເພີ່ມ 2.697 ຄົນ (ນວ 1.209) Featured
ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ບາງເຂດ Featured
ແຈ້ງການດ່ວນ ສປ ຈີນ ແຈ້ງປິດ 2 ດ່ານ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme