Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມາເລເຊຍ ມອບວັກຊິນປ້ອງກັນໂຄວິດ-19 ຈໍານວນ 500.000 ໂດສ ໃຫ້ແກ່ ສປປ ລາວ

Posted on 20/06/202220/06/2022 By ປະກາດ Pakaad No Comments on ມາເລເຊຍ ມອບວັກຊິນປ້ອງກັນໂຄວິດ-19 ຈໍານວນ 500.000 ໂດສ ໃຫ້ແກ່ ສປປ ລາວ

ໃນວັນທີ 20 ມິຖຸນາ 2002 ນີ້, ສປປ ລາວ ໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ຍີ່ຫໍ້ ຊີໂນຟາມ ຈາກລັດຖະບານແຫ່ງ ມາເລເຊຍ ຈຳນວນ 500.000 ໂດສ ເຊິ່ງວັກຊິນຈຳນວນດັ່ງກ່າວ ໄດ້ຂົນສົ່ງມາຮອດສະໜາມບິນສາກົນວັດໄຕ ແລະ ໄດ້ມີພິທີມອບ-ຮັບຢາວັກຊິນ ຢູ່ສະໝາມບິນດັ່ງກ່າວ ຕາງໜ້າມອບໂດຍ ທ່ານ ໂມດ ໄອນີ ອາຕັນ (Mohd Aini Atan) ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ມາເລເຊຍ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

ການຊ່ວຍເຫລືອດ້ານວັກຊິນ ຈາກລັດຖະບານມາເລເຊຍ ໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ຄັ້ງນີ້ແມ່ນເປັນຄັ້ງທີ 2, ມາເຖິງປັດຈຸບັນ ສປປ ລາວ ໄດ້ຮັບການຊ່ວຍເຫລືອດ້ານວັກຊິນ ຈາກລັດຖະບານມາເລເຊຍ ຈໍານວນ 780.400 ໂດສ ເຊິ່ງເປັນການປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນການຊຸກຍູ້ໃຫ້ປະເທດລາວ ດຳເນີນນະໂຍບາຍພູມຄຸ້ມກັນແຫ່ງຊາດ ແລະ ສາມາດບັນລຸການສັກວັກຊິນ ໃຫ້ແກ່ພົນລະເມືອງລາວ ໃຫ້ໄດ້ 80% ໃນປີ 2022 ກໍຄື ການເພີ່ມທະວີການສ້າງພູມຄຸ້ມກັນໃຫ້ປະຊາຊົນລາວ ເພື່ອເສີມສ້າງຄວາມເຂັ້ມແຂງໃນການປ້ອງກັນການແພ່ລະຍາດຂອງ ພະຍາດໂຄວິດ-19 ຢູ່ໃນ ສປປ ລາວ.

ຂ່າວ: ມະນີທອນ

Featured, ການກຸສົນ, ຂ່າວສານບ້ານເມືອງ

Post navigation

Previous Post: ຈັບພໍ່ຄ້າຂົນຢາໄອ້ນໍ້າໜັກ 110 ກິໂລກຣາມ ທີ່ບໍລິຄຳໄຊ
Next Post: ພະຍາກອນອາກາດ ປະຈຳວັນທີ່ 21 ມິຖຸນາ 2022

Related Posts

ແຂວງຫຼວງພະບາງອອກມາດຕະການເພີ່ມເຕີມມື້ນີ້ Featured
ສະຖານທີ່ສ່ຽງ ຢູ່ນະຄອນຫຼວງວຽງຈັນ ອັບເດດ 29/6/2021 Featured
ຕິດເຊື້ອໃໝ່ 135 ປົວດີ 60 Featured
foodpanda ຮ່ວມກັບ ໂຄງການແລ່ນເພື່ອນ້ອງ ມອບອຸປະກອນການແພດ ໃຫ້ໂຮງໝໍ 9 ຕົວເມືອງ, ມູນຄ່າ 56,000,000 ກີບ Featured
ມ້າງແຫຼ່ງຜະລິດຢາເສດຕິດຄັ້ງໃຫຍ່ທີ່ ແຂວງອຸດົມໄຊ Featured
ພະຍາກອນອາກາດ ປະຈໍາວັນທີ 3 ກຸມພາ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme