ນະຄອນຫຼວງວຽງຈັນ: ໃນວັນທີ 4 ພະຈິກ 2020, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນເງິນຕາ ປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ແລະ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນການປະຈຳປີ 2021 ດ້ວຍຄະແນນສຽງສ່ວນຫລາຍ.
ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍລັດຖະບານທີ່ໄດ້ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ໃນທ່າມກາງສະພາບແວດລ້ອມສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ, ຫຍຸ້ງຍາກ ແລະ ຄາດຄະເນໄດ້ຍາກ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຜົນກະທົບຈາກໄພພິບັດທໍາມະຊາດ ເຮັດໃຫ້ປະເທດເຮົາພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ-ເງິນຕາ, ແຕ່ລັດຖະບານ ກໍໄດ້ເອົາໃຈໃສ່ ແລະ ສຸມທຸກຄວາມພະຍາຍາມໃນຊີ້ນຳ-ນຳພາບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນເງິນຕາປະຈຳປີ 2020, ເຊິ່ງຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງຕະຫລອດ 9 ເດືອນ ປີ 2020 ເຫັນວ່າບາງຄາດໝາຍສາມາດບັນລຸໄດ້ຕາມແຜນ, ປະເທດຊາດສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ຄຽງຄູ່ກັນນັ້ນ ຍັງເຫັນວ່າຫລາຍຄາດໝາຍທາງດ້ານເສດຖະກິດມະຫາພາກ ຍັງມີຄວາມບອບບາງ ແລະ ບໍ່ທັນມີຄວາມໝັ້ນທ່ຽງເຊັ່ນ: ອັດຕາເງິນເຟີ້ສູງ, ຄວາມແຕກໂຕນລະຫວ່າງອັດຕາແລກປ່ຽນ, ລາຄາສິນຄ້າທີ່ຈຳເປັນຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າເພີ່ມສູງຂຶ້ນ ແລະ ອື່ນໆ, ພ້ອມດຽວກັນນັ້ນ ກໍເຫັນວ່າຫລາຍຕົວຊີ້ວັດໃນຂົງເຂດວັດທະນະທຳ-ສັງຄົມ, ການພັດທະນາຊົນນະບົດລົບລ້າງຄວາມທຸກຍາກ ແລະ ຕົວຊີ້ວັດໃນຂົງເຂດອື່ນໆ ຍັງບໍ່ທັນສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້.
ສະນັ້ນ, ກອງປະຊຸມ ຈຶ່ງສະເໜີໃຫ້ລັດຖະບານຊີ້ນຳບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດ 10 ມາດຕະການ ແລະ 9 ວຽກງານຈຸດສຸມ ທີ່ຍັງເຫລືອ 3 ເດືອນທ້າຍປີ 2020 ທີ່ລັດຖະບານໄດ້ສະເໜີຕໍ່ກອງປະຊຸມ ໃຫ້ບັນລຸຄາດໝາຍ.
ຂະນະດຽວກັນ, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2021 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ກອງປະຊຸມ ສະເໜີໃຫ້ລັດຖະບານໃຫ້ສືບຕໍ່ເອົາໃຈໃສ່ມາດຕະການເພີ່ມຕື່ມ ເປັນຕົ້ນແມ່ນ ຄົ້ນຄວ້ານະໂຍບາຍ ແລະ ມາດຕະການລະອຽດຂອງບັນດາຂະແໜງການ ເພື່ອຫັນວິກິດໃຫ້ເປັນໂອກາດ ໃນການຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ຮັບປະກັນການບັນລຸອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ທີ່ກໍານົດໄວ້ໃນແຜນການ, ສືບຕໍ່ເອົາໃຈໃສ່ຕິດຕາມກວດກາວຽກງານດ້ານເງິນຕາ ເພື່ອຮັບປະກັນສະຖຽນລະພາບຂອງຄ່າເງິນກີບ ແລະ ບໍ່ສ້າງແຮງກົດດັນຕໍ່ລະດັບລາຄາ ກໍຄືອັດຕາເງິນເຟີ້, ລວມທັງຍົກສູງຄຸນນະພາບຂອງສິນເຊື່ອ ເພື່ອຮັບປະກັນໃຫ້ອັດຕາສ່ວນໜີ້ເກີດດອກອອກຜົນຢູ່ໃນກອບທີ່ສະພາແຫ່ງຊາດຮັບຮອງ.
ນອກຈາກນັ້ນ, ໃຫ້ເອົາໃຈໃສ່ຄຸ້ມຄອງໂຄງການລົງທຶນຂອງລັດແຕ່ລະປະເພດ ໃຫ້ສອດຄ່ອງຕາມຂັ້ນຕອນຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ, ຈັດສັນງົບປະມານໃສ່ບັນດາໂຄງການທີ່ມີຄວາມສຳຄັນ ແລະ ຈຳເປັນ, ເພີ່ມທະວີການຈັດຕັ້ງປະຕິບັດແຜນງົບ, ໂຄງການ, ໜ້າວຽກ ແລະ ກິດຈະກໍາ ຂອງໂຄງການຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເພື່ອຊົມໃຊ້ພາຍໃນ, ຫລຸດຜ່ອນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ, ລວມທັງ ຄົ້ນຄວ້າພິຈາລະນາການຈັດສັນງົບປະມານສະເພາະໃຫ້ຂະແໜງການສຶກສາ ແລະ ກິລາ, ຂະແໜງສາທາລະນະສຸກ ຢ່າງມີຈຸດສຸມ ແລະ ຈັດຕັ້ງປະຕິບັດວຽກງານອື່ນໆ ໃຫ້ນັບມື້ນັບມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.
ຂ່າວ: ສິງຄຳ, ຂປລ