Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເກີດແຜ່ນດິນໄຫວ 1,9 ຣີກເຕີ ໃນບໍລິເວນແຂວງໄຊຍະບູລີ

Posted on 08/04/202208/04/2022 By ປະກາດ Pakaad No Comments on ເກີດແຜ່ນດິນໄຫວ 1,9 ຣີກເຕີ ໃນບໍລິເວນແຂວງໄຊຍະບູລີ

ສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຄັ້ງວັນທີ 07 ເມສາ 2022 ໃນເວລາ 21:43 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 01 ຄັ້ງ ເຊິ່ງຈຸດເກີດເຫດຢູ່ທີ່ບ້ານເສົາດຽວ ເມືອງໄຊສະຖານ ແຂວງໄຊຍະບູລີ ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.502 ອົງສາເໜືອ ແລະ ເສັ້ນແວງທີ 101.322 ອົງສາຕາເວັນອອກ

ດ້ວຍຄວາມ ແຮງສັ່ນສະເທືອນວັດແທກໄດ້ 1.9 ຣີກເຕີ ມີຄວາມເລິກຈາກເທິງໜ້າດິນ ປະມານ 01 ກິໂລແມັດ ເຊິ່ງຈຸດສູນກາງເກີດແຜ່ນດິນໄຫວແມ່ນຫ່າງຈາກ ເທສະບານເມືອງໄຊສະຖານ ປະມານ 11 ກິໂລແມັດ.

ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

.

ໄພທໍາມະຊາດ

Post navigation

Previous Post: ນະຄອນຫຼວງວຽງຈັນ +1.128 ທົ່ວປະເທດ +1.842 (ເສຍຊີວິດ 3)
Next Post: ຂ່າວດີ ລາຄານໍ້າມັນລົງ ເລີ່ມ 9 ເມສາ 2022

Related Posts

ກຽມຄວາມພ້ອມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ 2022 Featured
ລະວັງໄພພາຍຸດີເປຼ່ຊັນມາອີກແລ້ວ Featured
ພາຍຸລະດູຮ້ອນພັດເຂົ້າຫຼວງພະບາງ ສ້າງຄວາມເສຍຫາຍໜັກ Featured
ແຜ່ນດິນໄຫວທີ່ເມືອງຍອດອຸວັດແທັກໄດ້ 4,8 ຣິກເຕີ ຂ່າວສານບ້ານເມືອງ
ເກີດແຜ່ນດິນໄຫວ 3.0 ຣີກເຕີ ໃນບໍລິເວນເມືອງປາກລາຍ Featured
ນໍ້າຖ້ວມໜັກຫຼາຍເຂດ ນໍ້າຍູ້ນອງ ທີ່ເມືອງເມີງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme