Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ບາງເຂດ

Posted on 21/07/202221/07/2022 By ປະກາດ Pakaad No Comments on ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ບາງເຂດ

ສະພາບອາກາດ ເວລາ 7:00 ໂມງ ຂອງວັນທີ 21 ກໍລະກົດ 2022

ຮ່ອງຄວາມກົດດັນອາກາດຕໍ່າ ໄດ້ສືບຕໍ່ພາດຜ່ານພາກເໜືອດ້ານ ຕາເວັນຕົກ ລົງຫາ ພາກກາງຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງແຮງເພີ່ມຂຶ້ນ ຊຶ່ງຈະເຮັດໃຫ້ ອາກາດຮ້ອນ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ພາກເໜືອດ້ານຕາເວັນຕົກ, ພາກກາງ ແລະ ພາກໃຕ້.

ພະຍາກອນອາກາດ ເວລາ 7:00 ໂມງຂອງວັນທີ 21/7/2022 ເຖິງ ເວລາ 7:00 ໂມງ ວັນທີ 22/7/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ 50% ຂອງພາກ ຊຶ່ງສ່ວນໃຫຍ່ຈະຕົກໃນລະດັບຄ່ອຍ ແລະ ຕົກປານກາງຢູ່ບາງ ທ້ອງຖິ່ນ ແຂວງຜົ້ງສາລີ. ອຸນຫະພູມໃນລະຫວ່າງ 20-31 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ 80% ຂອງພາກ ຊຶ່ງຈະຕົກໃນລະດັບຄ່ອຍ ຫາ ປານກາງ ເປັນສ່ວນໃຫຍ່ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ ແຂວງຫລວງນໍ້າທາ, ບໍ່ແກ້ວ, ຫລວງພະບາງ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 23-32 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ 80% ຊຶ່ງຈະຕົກໃນລະດັບຄ່ອຍເປັນສ່ວນໃຫຍ່ ແລະ ຕົກປານກາງ ຫາ ໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງ ໂອກາດ. ອຸນຫະພູມໃນລະຫວ່າງ 25-32 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ 60% ຂອງພາກ ຊຶ່ງຈະຕົກໃນລະດັບຄ່ອຍເປັນສ່ວນໃຫຍ່ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງວຽງຈັນ, ບໍລິຄໍາໄຊ ແລະ ຄໍາມ່ວນ. ອຸນຫະພູມໃນລະຫວ່າງ 25-33 ອົງສາ.

-ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ 60% ຊຶ່ງຈະຕົກ ໃນລະດັບຄ່ອຍເປັນສ່ວນໃຫຍ່ ແລະ ຕົກປານກາງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 18-27 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ 80% ຂອງພາກ ຊຶ່ງຈະຕົກໃນລະດັບຄ່ອຍ ຫາ ປານກາງເປັນສ່ວນໃຫຍ່ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນ ແຂວງຈໍາປາສັກ ແລະ ອັດຕະປື ພ້ອມມີລົມພັດແຮງ ເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 25-33 ອົງສາ.

-ເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ 80% ຊຶ່ງຈະຕົກໃນລະດັບຄ່ອຍ ຫາ ປານກາງເປັນສ່ວນໃຫຍ່ ແລະ ຕົກໜັກຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 17-26 ອົງສາ.

.

Featured

Post navigation

Previous Post: ຮັບຮອງເອົາມື້ເປີດ-ປິດ “ຊຽງຂວາງ ເກມ” ແລະ ຕັດເຫຼືອ 25 ປະເພດກິລາ
Next Post: ກອງປະຊຸມສົ່ງເສີມທຸລະກິດກະສິກຳສຳລັບ MSME

Related Posts

ຫ້າມບໍລິໂພກ ແລະ ຈຳໜ່າຍ ສາຫຼ່າຍທະເລປຸງລົດ ລົດດັ່ງເດີມ ແລະ ສາຫຼ່າຍທະເລແຫ້ງປຸງລົດ ລົດເຜັດ (ກາໝີແພນດ້າ) Featured
ອາກາດຮ້ອນ ຍັງຈະປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ Featured
ນັກໂທດຢູ່ສະຫວັນນະເຂດຕິດໂຄວິດ-19 ແລ້ວ 95 ຄົນ ພາຍໃນ 3 ມື້ Featured
ແຈ້ງເຕືອນ ຝົນຕົກໜັກ ຟ້າລົມຟ້າເຫຼື້ອມ ແລະ ລົມພັດແຮງ Featured
ວາງສີລາລຶກກໍ່ສ້າງອາຄານ ສໍານັກງານກອງບັນຊາການທະຫານອາກາດ Featured
ປະທານອົງການກາແດງແຫ່ງຊາດ ເຂົ້າຮ່ວມກອງປະຊຸມສະພາກາແດງ ແລະ ຊີກວົງເດືອນແດງສາກົນ ຄັ້ງທີ 23 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme