Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນະຄອນຫລວງວຽງຈັນ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະບຸນປີໃໝ່ລາວ

Posted on 07/04/202207/04/2022 By ປະກາດ Pakaad No Comments on ນະຄອນຫລວງວຽງຈັນ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະບຸນປີໃໝ່ລາວ

ນະຄອນຫລວງວຽງຈັນ ວາງມາດຕະການເຂັ້ມງວດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະບຸນປີໃໝ່ລາວ ປະຈໍາປີ ພສ 2565

ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ວາງມາດຕະການໄວ້ຢ່າງລະອຽດ ເພື່ອບໍ່ໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າ ຫລື ກັກຕຸນສິນຄ້າ, ລວມເຖີງໃຫ້ມີມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ດີ ໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ປະຈໍາປີ ພສ 2565 ທີ່ຈະມາເຖີງນີ້ ໂດຍຈະມີມາດຕະການຢ່າງເຂັ້ມງວດຕໍ່ຜູ້ລະເມີດ.

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນ ຫຼວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 6 ເມສາ 2022 ວ່າ: ມາດຕະການທີ່ປະຕິບັດ ເລີ່ມຈາກການອອກແຈ້ງການ ສະບັບເລກທີ 0496/ອຄ.ນວ.ຄພນ, ລົງວັນທີ 21 ມີນາ 2022 ເຖີງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງ, ລວມເຖີງສູນການຄ້າ, ຊູບເປີ້ມາເກັດ, ຮ້ານສະດວກຊື້, ຫົວໜ່ວຍທຸລະກິດຈັດສັນຕະຫລາດ, ຜູ້ປະກອບທຸລະກິດ ແລະ ຊາວຄ້າຂາຍບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ປະຈໍາປີ ພສ 2565 ໂດຍໄດ້ກໍານົດລາຄາຂາຍຍ່ອຍ ປະເພດຊີ້ນໝູ, ເຂົ້າ ແລະ ປານິນກະຊັງ ເຊີ່ງນອນຢູ່ໃນໝວດສິນຄ້າທີ່ລັດຄຸ້ມຄອງ ຄື:

– ລາຄາຊີ້ນໝູ: ປະເພດ 1: ສູງສຸດບໍ່ໃຫ້ເກີນ 50.000 ກີບ/ກິໂລ ແລະ ປະ ເພດ 2: ສູງສຸດບໍ່ໃຫ້ເກີນ 46.000/ກິໂລ.

– ລາຄາເຂົ້າ: ລາຄາຂາຍຍ່ອຍເຂົ້າສານໜຽວ ປະເພດ 2: ສູງສຸດບໍ່ໃຫ້ເກີນ 7.400 ກີບ/ກິໂລ.

– ລາຄາປານິນກະຊັງ: ສູງສຸດບໍ່ໃຫ້ເກີນ 20.000 ກີບ/ກິໂລ.

ນອກຈາກນີ້, ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເຄື່ອນໄຫວລົງກວດກາຢູ່ບັນດາຕະຫລາດ ແລະ ບັນດາຫ້າງຮ້ານທີ່ມີຂະໜາດກາງ ຫາ ໃຫຍ່ພາຍໃນ 4 ຕົວເມືອງໃນ ຄື: ສີສັດຕະນາກ, ໄຊເສດຖາ, ຈັນທະບູລີ ແລະ ສີໂຄດຕະ ບອງ ໂດຍຈະເລີ່ມເຄື່ອນໄຫວກວດກາ ແຕ່ວັນທີ 12-16 ເມສາ 2022. ສ່ວນຢູ່ 5 ເມືອງນອກ ແມ່ນມອບໃຫ້ຫ້ອງ ການອຸດສາຫະກໍາ ແລະ ການຄ້າແຕ່ລະເມືອງ ເຄື່ອນໄຫວຕິດ ຕາມຢ່າງໃກ້ສິດ.

ທ່ານ ນັນຕາ ສານຸວົງ ໃຫ້ຮູ້ຕື່ມວ່າ: ສໍາລັບມາດຕະການຕໍ່ຜູ້ລະເມີດ, ຖ້າພົບເຫັນແມ່ນຈະປະຕິບັດຕາມດໍາລັດສະບັບທີ 474\ນຍ, ລົງວັນທີ 18/11/2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິ ການຢ່າງເຂັ້ມງວດ ເພາະໃນໄລຍະຜ່ານມາໄດ້ກວດເຫັນຊາວຄ້າຂາຍຈໍານວນໜຶ່ງລະເມີດລະບຽບການທີ່ວາງໄວ້ ແລະ ໄດ້ນຳໃຊ້ດໍາລັດດັ່ງກ່າວຕໍ່ຜູ້ກະທໍາຜິດມາແລ້ວຫລາຍສົມຄວນ. ຢ່າງໃດກໍຕາມ, ທ່ານຝາກມາຍັງສັງຄົມ ກໍຄື ຊາວນະຄອນຫລວງວຽງຈັນ ກ່ຽວກັບລາຄາສິນຄ້າຕາມທ້ອງຕະຫລາດທີ່ມີທ່າອ່ຽງເພີ່ມຂຶ້ນ ແມ່ນເກີດຈາກຫລາຍປັດໃຈທີ່ສົ່ງຜົນກະທົບເຮັດໃຫ້ໂຄງປະກອບລາຄາສິນຄ້າ ຕົ້ນທຶນເພີ່ມຂຶ້ນ ເປັນຕົ້ນ: ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນ, ອັດຕາແລກປ່ຽນເງິນຕ່າເພີ່ມຂຶ້ນ ແລະ ອື່ນໆ.

ນອກຈາກນີ້ ທ່ານໄດ້ຝາກມາຍັງທຸກຄົນໃນນະຄອນຫລວງວຽງຈັນ ຖ້າຈະມີການສະເຫລີມສະຫລອງປີໃໝ່ລາວ ຕ້ອງວາງແຜນການໃຫ້ດີ ແລະ ຈັດງານໃນຂະໜາດທີ່ເໝາະສົມກັບສະພາບການ, ສິ່ງສໍາຄັນຕ້ອງໄປຊື້ເຄື່ອງບໍລິໂພກຢູ່ບັນດາຕະຫລາດໃຫຍ່ ເພາະສ່ວນໃຫຍ່ຕະຫລາດເຫລົ່ານີ້ສາມາດປະຕິບັດຕາມແຈ້ງການທີ່ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ວາງອອກໄດ້ດີ, ແຕ່ຖ້າໄປຊື້ຢູ່ບັນດາຮ້ານນ້ອຍ ຫລື ຮ້ານຂາຍຍ່ອຍທົ່ວໄປ ອາດມີລາຄາທີ່ສູງຂຶ້ນ ຍ້ອນເຂົາ ເຈົ້າຊື້ຕາມຕະຫລາດໃຫຍ່ໄປຂາຍຕໍ່. ຢ່າງໃດກໍຕາມ ຖ້າພົບກໍລະນີຖືກຊາວຄ້າຂາຍເອົາປຽບ ແມ່ນສາມາດໂທຫາສາຍດ່ວນ ໝາຍເລກ 1510 ຫລື ໂທຫາເຈົ້າໜ້າທີ່ກ່ຽວຂ້ອງຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ ຕາມໝາຍເລກທີ່ຕິດໄວ້ຢູ່ຕາມແຕ່ລະຕະຫລາດ ເພື່ອໄປແກ້ໄຂໃຫ້ທັນກັບສະພາບການ.

ຂ່າວ: ບຸນຕຽງ ຈັນທະວົງ, ພາບ: ຄໍາກອງ ກິດຕິຄຸນ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ເສຍຊີວິດ 3 ຕິດເພີ່ມ 2.033 (ນວ 1.077)
Next Post: ນະຄອນຫຼວງວຽງຈັນ +1.128 ທົ່ວປະເທດ +1.842 (ເສຍຊີວິດ 3)

Related Posts

ເກີດແຜ່ນດິນໄຫວໃນບໍລິເວນແຂວງໄຊຍະບູລີແລະແຂວງອຸດົມໄຊ Featured
ເລັ່ງຊອກຫາຜູ້ເດີນທາງຈາກບໍ່ແກ້ວ ເຂົ້າຫຼວງພະບາງ 35 ຄົນ ເຂົ້າສູນກັກກັນໃຫ້ໄວ Featured
ກຽມພ້ອມຮັບມື ຝົນຈະຕົກໜັກ ໃນຫຼາຍພື້ນທີ່ Featured
ແຂວງຜົ້ງສາລີອອກແຈ້ງການສະບັບໃໝ່ Featured
ງານຕະຫຼາດນັດ ສຸຂະພາບໜຶ່ງດຽວຈັດຂຶ້ນທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໃນວັນທີ 9-11 ກັນຍາ 2022 Featured
ເມືອງປາກທາແກ້ຕົ້ນເຫດເລີຍຮ້ານໃດຂາຍເຫຼົ້າເບຍໂທດໜັກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme