Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂ່າວພະຍາກອນອາກາດ 1 ມີນາ 2022

Posted on 01/03/202201/03/2022 By ປະກາດ Pakaad No Comments on ຂ່າວພະຍາກອນອາກາດ 1 ມີນາ 2022

ພະຍາກອນອາກາດ ປະຈໍາວັນທີ 01 ມີນາ 2022 ເວລາ 7:00 ໂມງ

ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ ຊຶ່ງຈະ ເຮັດໃຫ້ອາກາດຮ້ອນຢູ່ແຂວງພາກກາງ ແລະ ພາກໃຕ້ ພ້ອມມີໝອກແຫ້ງ ປົກຄຸມຢູ່ທົ່ວໄປ. ສ່ວນແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູ ພຽງບໍລະເວນ ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 01/03/2022 ເຖິງ ເວລາ 7:00 ໂມງ ວັນທີ 02/03/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຍັງໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 12-27 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ສ່ວນຕອນບ່າຍອາກາດຮ້ອນ ໂດຍສະເພາະຢູ່ ແຂວງບໍ່ແກ້ວ, ຫລວງພະບາງ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 11-33 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ ຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 21-32 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງ ຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 18-34 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນ ຕອນເຊົ້າ. ອຸນຫະພູມໃນລະຫວ່າງ 12-26 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດ ຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 21-37 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 11-28 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ຄລິບປະຫຼາດ ງູມີຂົນ
Next Post: ເສຍຊີວິດໃໝ່ 2 ຕິດເຊື້ອເພີ່ມ 224

Related Posts

ປກສ ເມືອງຄູນຄໍາ ປະກາດຫາເຈົ້າຂອງລົດຈັກຈໍານວນ 24 ຄັນດ່ວນ Featured
ເຕືອນພາຍຸໄລອອນຣັອກປ່ຽນເປັນດີເປລຊັນຮອດລາວຝົນຕົກກວມທຸກພາກ Featured
ລະດັບນໍ້າເຊບັ້ງໄຟ ຂຶ້ນສີແດງແລ້ວ! ຂໍໃຫ້ມີສະຕິລະວັງຕົວ Featured
ສະມາຄົມສຽງແຄນລາວ ສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ກຳນົດທິດທາງໜ້າວຽກຈຸດສຸມ 6 ເດືອນທ້າຍປີ Featured
ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໂທສາຍປຶກສາຫາລືວຽກງານ Featured
ນະຄອນຫຼວງວຽງຈັນ ມີ 38 ປໍ້າ ເປີດມື້ນີ້ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme