Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

Posted on 16/07/202216/07/2022 By ປະກາດ Pakaad No Comments on ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

(ສພຊ) ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປລາວ ເຂົ້າຢ້ຽມຂໍ່ານັບທ່ານ ເວືອງ ດິງ ເຫວະ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ໃນໂອກາດທີ່ ທ່ານຮອງປະທານສະພາແຫ່ງຊາດລາວ ນໍາພາຄະນະຜູ້ແທນສະພາແຫ່ງຊາດ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ.ຫວຽດນາມ ນັບແຕ່ວັນທີ 7-14 ກໍລະກົດ 2022.

ທ່ານຮອງປະທານສະພາແຫ່ງຊາດ ສົມມາດ ພົລເສນາ ຖືໂອກາດເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຈາກທ່ານ ປອ. ໄຊຊົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ທີ່ຝາກເຖິງ ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ພ້ອມທັງໄດ້ແຈ້ງໃຫ້ທ່ານປະທານສະພາແຫ່ງຊາດຫວຽດນາມຊາບ ກ່ຽວກັບຜົນສໍາເລັດຂອງການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປລາວ ຢູ່ ສສ.ຫວຽດນາມ ໃນຄັ້ງນີ້. ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ພັກ ລັດ ປະຊາຊົນ ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍຄືສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ພັກ ລັດ ປະຊາຊົນລາວ ກໍຄືສະພາແຫ່ງຊາດ ແຫ່ງ ສປປລາວ.

ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈທີ່ໄດ້ອໍານວຍຄວາມສະດວກໃນການມາເຮັດວຽກ ແລກປ່ຽນບົດຮຽນ ແລະ ຕ້ອນຮັບຄະນະດ້ວຍຄວາມອົບອຸ່ນ, ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງຕໍ່ການມາເຮັດວຽກ ແລະ ຢ້ຽມຢາມຂອງຄະນະຜູ້ແທນສະພາແຫ່ງຊາດລາວໃນຄັ້ງນີ້ ເຊິ່ງຢູ່ໃນໄລຍະທີ່ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດພວມຫ້າງຫາກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ-ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ-ລາວ ຄົບຮອບ 45 ປີ ແລະ ເປັນປີສາມັກຄີ ມິດຕະພາບ ຫວຽດນາມ-ລາວ.

ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ໃນຄັ້ງນີ້ ແມ່ນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືລະຫວ່າງສອງສະພາແຫ່ງຊາດຫວຽດນາມ-ລາວ ເຊິ່ງເປັນການປະກອບສ່ວນສົ່ງເສີມສາຍພົວພັນມິດຕະພາບທີ່ມີມູນເຊື້ອ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ກໍຄືສອງສະພາແຫ່ງຊາດຫວຽດນາມ-ລາວ ເວົ້າສະເພາະ. ປະທານສະພາແຫ່ງຊາດຫວຽດນາມ ຍັງໄດ້ຍົກໃຫ້ເຫັນກ່ຽວກັບປະສົບການຂອງຫວຽດນາມໃນການຜ່ານຜ່າບັນຫາຫຍຸ້ງຍາກທາງດ້ານເສດຖະກິດໃນໄລຍະຜ່ານມາ ແລະ ຊຸກຍູ້ໃຫ້ມີການແລກປ່ຽນບົດຮຽນ ແລະປະສົບການນໍາກັນ.

ໃນຕອນບ່າຍຂອງວັນທີ 13 ກໍລະກົດ 2022 ຢູ່ທີ່ຫ້ອງຮັບແຂກຂອງສະພາແຫ່ງຊາດຫວຽດນາມ ນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ.

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ເຊີນຊວນຜູ້ມີອາຍຸ 6 ປີຂຶ້ນໄປ ໄປສັກວັກຊີນກັນ ພະຍາດໂຄວິດ-19 ເຂັມ 1, ເຂັມ 2 ແລະ ເຂັມກະຕຸ້ນ
Next Post: U19 ກຽມລຸຍລາຍການ U20 ເດືອນກັນຍາ ນີ້

Related Posts

ຜູ້ເສຍຊີວິດໃໝ່ສາມຄົນລາຍງານມື້ນີ້ມີນັກໂທດຄົນໜຶ່ງ Featured
ຂໍ້ມູນປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ ທັງສອງ ຂອງວັນທີ 20 ເມສາ 2021 Uncategorized
ຜູ້ຕິດໂຄວິດຈາກໄປອີກສາມຄົນແລະຕິດເພີ່ມ685ຄົນ Featured
ລັດຖະບານຍີ່ປຸ່ນໃຫ້ທຶນການສຶກສາລະດັບປະລິນຍາໂທ ແລະປະລິນຍາເອກ ແກ່ ສປປ ລາວ Featured
ຂ່າວດ່ວນ! ກະຊວງການເງິນ ສັ່ງໂຈະການຈຳໜ່າຍ ຫວຍພັດທະນາຊ່ອງທາງອ່ອນລາຍ ທີ່ບໍ່ໄດ້ຮັບອະນຸຍາດ! Featured
ເມືອງວຽງທອງມອບເງິນນະໂຍບາຍອຸດໜູນເສຍສະຫຼະຊີວິດ ຕໍ່ຜູ້ມີຜົນງານໃນພາລະກິດຮັບໃຊ້ປະເທດຊາດ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme