Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເຊີນຊວນຜູ້ມີອາຍຸ 6 ປີຂຶ້ນໄປ ໄປສັກວັກຊີນກັນ ພະຍາດໂຄວິດ-19 ເຂັມ 1, ເຂັມ 2 ແລະ ເຂັມກະຕຸ້ນ

Posted on 15/07/202215/07/2022 By ປະກາດ Pakaad No Comments on ເຊີນຊວນຜູ້ມີອາຍຸ 6 ປີຂຶ້ນໄປ ໄປສັກວັກຊີນກັນ ພະຍາດໂຄວິດ-19 ເຂັມ 1, ເຂັມ 2 ແລະ ເຂັມກະຕຸ້ນ

ກະຊວງສາທາລະນະສຸກ ເຊີນຊວນຜູ້ມີອາຍຸ 6 ປີຂຶ້ນໄປ ໃຫ້ໄປສັກວັກຊີນກັນພະຍາດໂຄວິດ-19 ເຂັມ1, ເຂັມ 2 ແລະ ເຂັມກະຕຸ້ນ ໃນໂຮງໝໍເມືອງ, ໂຮງໝໍແຂວງ ໃນຂອບເຂດທົ່ວປະເທດ ແລະ ຕາມຈຸດບໍລິການສັກວັກຊີນຕ່າງໆ ເພື່ອຄວາມປອດໄພຂອງທ່ານ ກໍຄືຄອບຄົວຂອງທ່ານ ແລະ ເພື່ອຄວາມປອດໄພຂອງທຸກໆຄົນໃນຊຸມຊົນ.

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ວັກຊິນປ້ອງກັນພະຍາດໂຄວິດ-19 ແມ່ນມີຄວາມປອດໄພສູງ ແລະ ມີປະສິດຕິພາບຫລຸດຜ່ອນຄວາມສ່ຽງ ໃນການຕິດເຊື້ອພະຍາດໂຄວິດ-19 ສຳລັບທ່ານ ແລະ ຄອບຄົວຂອງທ່ານ. ນອກຈາກນັ້ນ, ວັກຊິນຍັງສາມາດຊ່ວຍຫລຸດຜ່ອນຄວາມຮຸນແຮງຂອງພະຍາດ ໃນກໍລະນີທີ່ທ່ານໄດ້ຮັບເຊື້ອພະຍາດ.

ທ່ານ ບຸນແຝງ ພູມມະໄລສິດ ຢ້ຳອີກວ່າ: ປັດຈຸບັນ ສປປ ລາວ ມີວັກຊີນປ້ອງກັນພະຍາດໂຄວິດ-19 ພຽງພໍ ສຳລັບປະຊາຊົນທຸກຄົນ. ໃນຂະນະທີ່ພວກເຮົາ ເປີດກ້ວາງການເປີດປະເທດ, ພວກເຮົາຢາກໃຫ້ທ່ານເອົາໃຈໃສ່ປ້ອງກັນໂຕເອງ ແລະ ຄອບຄົວຂອງທ່ານ ດ້ວຍການສັກວັກຊີນປ້ອງກັນ ພະຍາດໂຄວິດ-19 ເພື່ອໃຫ້ປອດໄພ ແລະ ປ້ອງກັນການລະບາດຂອງພະຍາດດັງກ່າວ ປັດຈຸບັນ, ຂໍ້ມູນສະຖິຕິ ໄດ້ສະແດງໃຫ້ເຫັນວ່າ ຍັງມີປະຊາຊົນກຸ່ມສ່ຽງ ໂດຍສະເພາະແມ່ນຜູ້ສູງອາຍຸຫລາຍຄົນ ທີ່ຍັງບໍ່ທັນໄດ້ມາຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19.

ດັ່ງນັ້ນຂໍເຊີນຊວນ ບັນດາທ່ານໃຫ້ພາຜູ້ສູງອາຍຸ, ເດັກນ້ອຍ ລວມທັງໂຕທ່ານເອງມາຮັບວັກຊີນ ໃນໂຮງໝໍເມືອງ, ໂຮງໝໍແຂວງ ໃນຂອບເຂດທົ່ວປະເທດ ແລະ ຕາມຈຸດບໍລິການສັກວັກຊີນຕ່າງໆໃຫ້ຄົບຖ້ວນ.

ຂ່າວ: ກິດຕາ 007

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງອົງການ ສປຊ
Next Post: ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

Related Posts

ປັບຂຶ້ນອີກຄັ້ງ ລາຄານໍ້າມັນ ຂ່າວສານບ້ານເມືອງ
ໂຄວິດ-19 ມື້ນີ້ ລາຍງານເສຍຊີວິດ 1 ຕິດເພີ່ມ 110 Featured
ຄວາມໜາວເຢັນຍັງສືບຕໍ່ປົກຄຸມເປັນວົງກວ້າງ Featured
ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ Featured
ແຈ້ງການສະບັບໃໝ່ຂອງນະຄອນຫຼວງວຽງຈັນ Featured
ທັງຕິດເພີ່ມຫຼາຍແລະເສຍຊີວິດຫຼາຍຂຶ້ນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme