Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກະຊວງ ສສກ ແລະ ໂຄງການໂອກາດດ້ານການສຶກສາລາວ ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ໄລຍະ III

Posted on 05/07/202105/07/2021 By ປະກາດ Pakaad No Comments on ກະຊວງ ສສກ ແລະ ໂຄງການໂອກາດດ້ານການສຶກສາລາວ ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ໄລຍະ III

ກະຊວງສຶກສາທິການ ແລະ ກິລາຕາງໜ້າໂດຍພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ແລະ ໂຄງການໂອກາດດ້ານການສຶກສາລາວ( Lao Educational Opportunities Trust ) ໄດ້ຈັດພິທິຮ່ວມເຊັນບົດບັນທຶກຄວາມເຂົ້າໃຈໄລຍະ III ເມື່ອວັນທີ 5 ກໍລະກົດ 2021 ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ.

ໂດຍການລົງນາມເຊັນຮ່ວມຂອງທ່ານ ປອ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ບຸນໜຽວ ສົມສັກ ຜູ້ປະສານງານໂຄງການລີອ໊ອດປະຈໍາ ສປປ ລາວ ໃຫ້ກຽດເຂົ້າຮ່ວມມີ ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ກົມ-ຮອງກົມ, ຕາງໜ້າຫ້ອງວ່າການປົກຄອງເເຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ,ຫົວໜ້າ-ຮອງຫົວໜ້າຂະແໜງ,ພະນັກງານໂຄງການ ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ນາລີ ແພງພົມມີ ຮອງຫົວໜ້າພະແນກສົນທິສັນຍາ ແລະ ຮ່ວມມືສາກົນ ກົມພົວພັນການຕ່າງປະເທດກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານຂໍ້ຕົກລົງຂອງກະຊວງການຕ່າງປະເທດວ່າດ້ວຍການຕົກລົງອະນຸມັດຮັບເອົາໂຄງການຊ່ວຍເຫຼືອລ້າຈາກອົງການລີອ໊ອດ ປະຈຳ ສປປ ລາວ ໂຄງການໂອກາດດ້ານການສຶກສາລາວ ໄລຍະ III ເຊີ່ງປະກອບມີ 4 ເມືອງຂອງແຂວງຫຼວງພະບາງຄື: ນະຄອນ-ຫຼວງພະບາງ, ເມືອງຈອມເພັດ, ເມືອງປາກອູ ແລະ ເມືອງນໍ້າບາກ, ຜ່ານໃບມອບສິດຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາວ່າດ້ວຍການມອບສິດໃຫ້ພະະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງຕາງໜ້າກະຊວງສຶກສາທິການ ແລະ ກິລາເປັນຜູ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມອົງການລີອ໊ອດ ປະຈໍາ ສປປ ລາວກ່ຽວກັບໂຄງການໂອກາດດ້ານການສຶກສາລາວໄລຍະ III.

ໂຄງການໂອກາດດ້ານການສຶກສາລາວ( Lao Educational Opportunities Trust )ໄລຍະ III ເປັນໂຄງການທີ່ເປີດໂອກາດໃຫ້ຜູ້ທີ່ດ້ອຍໂອກາດໄດ້ເຂົ້າເຖິງການສຶກສາຂັ້ນສູງ, ວິຊາຊີບ, ມີວຽກເຮັດງານທຳ, ຍົກລະດັບພາສາອັງກິດໃຫ້ພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກໃນໄລຍະໃໝ່ ແລະ ເພື່ອໃຫ້ສະພາບແວດລ້ອມການຮຽນ-ການສອນ, ການດໍາລົງຊີວິດປະຈໍາວັນໃນເຂດຊົນນະບົດຫ່າງໄກສົກຫຼີກໄດ້ຮັບການປັບປຸງດີຂື້ນ. ເຊີ່ງໂຄງການດັ່ງກ່າວ, ຈະໄດ້ສືບຕໍ່ໃນໄລຍະ III ນີ້ແມ່ນເລີ່ມແຕ່ ເດືອນ ກໍລະກົດ 2021 ຫາ ເດືອນ ກໍລະກົດ 2023.

ໂດຍ: ແຈັກກີ້ ສກຂ ຫຼວງພະບາງ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: 8 ຂໍ້ຫ້າມ ແລະ 13 ຂໍ້ຜ່ອນຜັນ ອີກ 15 ມື້ ໃນການຮັບມື ໂຄວິດ-19
Next Post: ວາງສີລາລຶກກໍ່ສ້າງອາຄານ ສໍານັກງານກອງບັນຊາການທະຫານອາກາດ

Related Posts

ຍອດຜູ້ຕິດເຊື້ອເສຍຊີວິດກາຍ 300 ຄົນແລ້ວ ສປປ ລາວ Featured
ຂ່າວດ່ວນ! ແຈ້ງປ່ອຍນໍ້າອອກເຂື່ອນນໍ້າລີກ 1 ແລະ 2 Featured
ພົບຄົນຕິດເຊື້ອໃໝ່ 1 ຄົນ ລາຍງານ ວັນທີ 17 ມິຖຸນາ 2021 Featured
ພະຍາກອນອາກາດ ວັນທີ 16 ກໍລະກົດ 2021 ເວລາ 7:00 ໂມງ Featured
ຊົມເຊີຍ 73 ປີ ກອງທັບ ປະຊາຊົນລາວ Featured
ພະນັກງານລັດຖະກອນຈໍານວນຫຼາຍຍັງລະເມີດຄໍາສັ່ງ ຄະນະສະເພາະກິດຮຽກຮ້ອງໃຫ້ເປັນແບບຢ່າງແກ່ປະຊາຊົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme