Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເຊັນສັນຍາສະຫນອງທຶນ ລະຫວ່າງ ກອງທຶນສີ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ ກັບສະຖາບັນການເງິນ ເພີ່ອນໍາໄປປ່ອຍກູ້ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ (ຈວນກ)

Posted on 24/06/202224/06/2022 By ປະກາດ Pakaad No Comments on ເຊັນສັນຍາສະຫນອງທຶນ ລະຫວ່າງ ກອງທຶນສີ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ ກັບສະຖາບັນການເງິນ ເພີ່ອນໍາໄປປ່ອຍກູ້ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ (ຈວນກ)

ໃນຕອນເຊົ້າຂອງວັນທີ 21 ມິຖຸນາ 2022, ທີ່ໂຮງແຮມ ລາວພາຊາ, ນະຄອນຫຼວງວຽງຈັນ ໄດ້ມີພິທີ ເຊັນສັນຍາສະຫນອງທຶນ ລະຫວ່າງ ກອງທຶນສີ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ ກັບສະຖາບັນການເງິນ ເພີ່ອນໍາໄປປ່ອຍກູ້ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ (ຈວນກ) ໃນ 03 ບ້ວງທຶນຄື:

ບ້ວງເງິນກໍ່ຕັ້ງ ກອງທຶນສີ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ (ທສວ) ທີ່ໄດ້ຮ່ວມກັບທະນາຄານ ພັດທະນາລາວ ຊຶ່ງການເຊັນສັນຍາຄັ້ງນີ້ ແມ່ນເປັນການສືບຕໍ່ໃຫ້ທະນາຄານນໍາໃຊ້ທຶນ ຈໍານວນ 16 ຕື້ກີບ ນໍາໄປປ່ອຍກູ້ໃຫ້ ຈວນກ;

ບ້ວງເງິນສະສົມ ຂອງ ທສວ ຈໍານວນ 4,2 ຕື້ກີບ ຊຶ່ງເປັນການເພີ່ມທຶນ ໃຫ້ 04 ສະຖາບັນການເງິນຄື: ສະ ຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄໍາ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເນັກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ, ສະຖາບັນການເງິນ ຈຸລະພາກທີ່ບໍ່ຮັບເງິນຝາກ ໄຊອຸດົມ ແລະ ເພີ່ມຄູ່ຮ່ວມມືໃຫມ່ ອີກ 01 ສະຖາບັນຄື: ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ປາກຊັນ;

ບ້ວງເງິນປະກອບທຶນຂອງ ລັດຖະບານ ໃຫ້ ທສວ 06 ເດືອນຕົ້ນປີ 2022 ຈໍານວນ 97 ຕື້ກີບ ຊຶ່ງເປັນ ການເພີ່ມທຶນ ໃຫ້ 03 ທະນາຄານທຸລະກິດຄື: ທະນາຄານພັດທະນາລາວ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ, ທະນາຄານມາຣູຮານເຈແປນ ລາວ ແລະ ເພີ່ມຄູ່ຮ່ວມມືໃຫມ່ອີກ 01 ທະນາຄານຄື: ທະນາຄານ ຫວຽດຕິນ ລາວ.
ພີທີເຊັນສັນຍາໃນຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ, ຫົວຫນ້າກົມຄຸ້ມຄອງຫນີ້ສິນສາທາລະນະ, ກະຊວງການເງິນ, ຮອງປະທານສະພາບໍລິຫານ ກອງທຶນສີ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ, ພ້ອມດ້ວຍແຂກທີ່ຖືກເຊີນຈາກທັງພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມຈໍານວນ 80 ກວ່າທ່ານ.

  • ✅ສາມາດເບິ່ງຂໍ້ມູນ ແລະ ການເຄື່ອນໄຫວເພີ່ມເຕີມໄດ້ທີ່:
  • 👉Youtube: https://www.youtube.com/watch?v=PlbuKNG38lg
  • 👉Website:https://www.laosmefund.org/
Featured, ທຸລະກິດ

Post navigation

Previous Post: ມອບ-ຮັບ ປະທານອົງການກວດສອບແຫ່ງລັດ ລະຫວ່າງຜູ້ເກົ່າ-ຜູ້ໃໝ່
Next Post: ປກສ ເມືອງຫາດຊາຍຟອງ ກວາດລ້າງກຸ່ມແກ້ງຢາເສບຕິດຢ່າງຕໍ່ເນື່ອງ ມື້ດຽວຢຶດຢາບ້າໄດ້ຫຼາຍ 10 ພັນເມັດ

Related Posts

ປົວດີ 708 ຕິດໃໝ່ 1471 ເສຍຊີວິດ 11 Featured
ສະພາບໂຄວິດມື້ນີ້ ປົວດີ 169 ຕິດໃໝ່ 273 Featured
ສິ້ນສຸດທຸກການລໍຄອຍ.. ຕຣີເພຊອີຊູຊຸສົ່ງ ລົດກະບະລຸ້ນໃໝ່! “All-New Isuzu D-Max… ຜູ້ນຳແຫ່ງໂລກກະບະໂຕຈິງ” ສູ່ ສປປ ລາວ Featured
ນະຄອນຫຼວງວຽງຈັນຍັງຄົງຕິດເພີ່ມຕໍ່ເນື່ອງຫຼາຍ Featured
ທ່ານມີຄໍາຖາມ ກ່ຽວກັບ ໂຄວິດ-19 ບໍ່? ທີ່ນີ້ມີຄໍາຕອບ Featured
Skyways ໂຈະການບິນໄປ ປາກເຊ ເລີ່ມ 14 ສິງຫາ ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການສະບັບໃໝ່ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme