Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ

Posted on 13/05/202213/05/2022 By ປະກາດ Pakaad No Comments on ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ

ວັນທີ 12 ພຶດສະພາ 2022 ທີ່ ນະຄອນຫລວງ ວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດ ສະໄໝພິເສດ ເພື່ອສະເຫລີມສະຫລອງການພົວພັນອາຊຽນ-ອາເມລິກາ ຄົບຮອບ 45 ນັບແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນຄູ່ເຈລະຈານຳກັນ ໃນປີ 1977.


ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນໄປເປັນເວລາ 2 ວັນ, ໃນກອງປະຊຸມມື້ທຳອິດ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ພ້ອມຜູ້ນຳບັນດາປະເທດສະມາຊິກອາຊຽນອື່ນ ໄດ້ພົບປະກັບ ປະທານສະພາຕໍ່າ ແລະ ບັນດາຜູ້ແທນສະມາຊິກສະພາ ອາເມລິກາ ແລະ ໄດ້ພົບປະກັບພາກທຸລະກິດຂອງອາເມລິກາ ເຊິ່ງການພົບປະກັບຜູ້ແທນສະມາຊິກສະພາ, ບັນດາຜູ້ນຳອາຊຽນ ໄດ້ສະແດງຄວາມຊົມເຊີຍ ບັນດາຜູ້ແທນສະມາຊິກສະພາ ອາເມລິກາ ທີ່ໄດ້ຊຸກຍູ້ການພົວພັນຮ່ວມມືອາຊຽນ-ອາເມລິກາ ຕະຫລອດໄລຍະ 45 ປີຜ່ານມາ ພ້ອມທັງສະເໜີໃຫ້ສືບຕໍ່ການສະໜັບສະໜູນດັ່ງກ່າວ.
ທ່ານ ພັນຄຳ ວິພາວັນ ໄດ້ຕີລາຄາບົດບາດອັນສຳຄັນຂອງ ສະມາຊິກສະພາອາເມ ລິກາ ໃນການຊຸກຍູ້ ແລະ ຮັບຮອງເອົາການຊ່ວຍເຫລືອໃຫ້ແກ່ ສປປ ລາວ ໃນຫລາຍໆດ້ານ ລວມທັງດ້ານສາທາລະນະສຸກ, ການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ ອື່ນໆ.

ສຳລັບການພົບປະກັບ ພາກທຸລະກິດ, ບັນດາຜູ້ນຳ ແລະ ຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ກໍໄດ້ປຶກສາຫາລື ກ່ຽວກັບຄວາມສຳຄັນຂອງພາກທຸລະກິດອາເມລິກາ ທີ່ມີບົດບາດໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການພັດທະນາເສດຖະກິດຂອງອາຊຽນ ແລະ ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບກາລະໂອກາດ ໃນການດຳເນີນທຸລະກິດຢູ່ອາຊຽນໃຫ້ຫລາຍຂຶ້ນ, ປັດຈຸບັນອາເມລິກາ ເປັນຄູ່ຄ້າໃຫຍ່ອັນດັບສອງຂອງອາຊຽນ (ໃນປີ 2020 ການຄ້າສອງຝ່າຍ ລະຫວ່າງອາຊຽນ ແລະ ອາເມລິກາ ບັນລຸໄດ້ 308,3 ຕື້ໂດລາສະຫະລັດ) ແລະ ເປັນຜູ້ລົງທຶນໃຫຍ່ອັນດັບໜຶ່ງຢູ່ໃນອາຊຽນ (ລວມມູນຄ່າທັງໝົດສະເລ່ຍສູງເຖິງ 34,7 ຕື້ໂດລາສະຫະລັດໃນປີ 2020).

ໃນທ່າມກາງສະພາບເສດຖະກິດຂອງພາກພື້ນ ແລະ ຂອງໂລກ ທີ່ມີທ່າອ່ຽງຖົດຖອຍ ອັນເນື່ອງມາຈາກການແພ່ລະບາດຂອງພະຍາດໂຄວິດ-19, ບັນດາຜູ້ນຳອາຊຽນ ເຫັນວ່າການມີສ່ວນຮ່ວມຂອງພາກທຸລະກິດອາເມລິກາ ໃນການຟື້ນຟູເສດຖະກິດ ແລະ ສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ການຜະລິດ ໂດຍຜ່ານການຮ່ວມມືໃນດ້ານການເຊື່ອມຈອດ, ການພັດທະນາຈຸນລະວິສາຫະກິດ, ວິສາ ຫະກິດຂະໜາດນ້ອຍ ແລະ ກາງ, ການຫັນເປັນດີຈິຕອນ, ການສົ່ງເສີມນະວັດຕະກຳ ແລະ ເຕັກໂນໂລຊີ, ການພັດທະນາຕົວເມືອງອັດສະລິຍະ ແລະ ອື່ນໆ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງ.

ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາໂຄງການຊ່ວຍເຫລືອຂອງອາເມລິກາ ເພື່ອສົ່ງເສີມການຂະຫຍາຍຕົວແບບກວມລວມຢູ່ໃນອາຊຽນ ໂດຍຜ່ານນະວັດຕະກຳ, ການຄ້າ ແລະ ການຄ້າທາງເອເລັກໂຕຣນິກ ຫລື ອິກໄນທ໌ (IGNITE) ແລະ ໂຄງການອື່ນໆ ທີ່ໄດ້ປະກອບສ່ວນສົ່ງເສີມການອໍານວຍຄວາມສະດວກ ທາງດ້ານການຄ້າ, ການຈັດຕັ້ງປະຕິບັດລະບົບປະຕູດຽວອາຊຽນ, ເສດຖະກິດດີຈິຕອນ ແລະ ການສ້າງຂີດຄວາມສາມາດໃນການນໍາໃຊ້ເຕັກໂນໂລຊີ, ວິທະຍາສາດ ແລະ ນະວັດຕະກໍາ ເຂົ້າໃນການສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດ ຢູ່ໃນພາກພື້ນ.

ໃນຕອນແລງວັນດຽວກັນ, ບັນດາຜູ້ນຳອາຊຽນ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບທີ່ຈັດໂດຍປະທານາທິບໍດີ ໂຈ ໄບເດັນ ແຫ່ງ ສະຫະລັດ ອາເມລິກາ ຢູ່ທີ່ທຳນຽບຂາວ ເຊິ່ງບັນດາຜູ້ນຳອາຊຽນ ແລະ ອາເມລິກາ ກໍໄດ້ມີໂອກາດພົບປະສັງສັນ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບການຮ່ວມມືອາຊຽນ-ອາເມລິກາ ໃນໄລຍະຜ່ານມາ ແລະ ທິດທາງການພົວພັນໃນອະນາຄົດ.

Uncategorized

Post navigation

Previous Post: ພະຍາກອນອາກາດ ປະຈໍາວັນທີ 12 ພຶດສະພາ 2022
Next Post: ແຈ້ງການປັບຄ່າໂດຍສານລົດເມ ເລີ່ມ 14 ພຶດສະພາ 2022

Related Posts

ດ່ວນ !!! ສືບຕໍ່ໂຈະການຮຽນ-ການສອນໃນຂອບເຂດທົ່ວປະເທດ Uncategorized
ນາຍົກລັດຖະມົນຕີ ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ Uncategorized
ວັນທີ່ 3 ພຶດສະພາ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ Uncategorized
ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ ຜູ້ອໍານວຍການໃຫຍ່ ອົງການພະລັງງານປະລະມະນູສາກົນ Uncategorized
ແຈ້ງການ ຊີ້ແຈ້ງ ເລື້ອງຄົນໂດດຕຶກຕາຍ ຢູ່ແຂວງບໍ່ແກ້ວເປັນຂ່າວປອມ!!!! Uncategorized
ລາຄານໍ້າມັນລົງ ເລີ່ມ 6 ກໍລະກົດ 2022 Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme