Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນາຍົກລັດຖະມົນຕີ ຮ່ວມປູກຕົ້ນໄມ້ ສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

Posted on 31/05/202231/05/2022 By ປະກາດ Pakaad No Comments on ນາຍົກລັດຖະມົນຕີ ຮ່ວມປູກຕົ້ນໄມ້ ສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ໃນວັນທີ 31 ພຶດສະພາ 2022 ນີ້, ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ(ຫສນຍ) ໄດ້ຈັດກິດຈະກຳ ປູກຕົ້ນໄມ້ ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ເພື່ອສະເຫລີອມສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 97 ປີ ໂດຍມີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະ ມົນຕີ, ພ້ອມດ້ວຍພັນລະຍາ, ມີບັນດາການນຳພັກ-ລັດ, ລັດຖະມົນຕີ, ຮອງລັດຖະມົນຕີຈາກບັນດາກະຊວງທີ່ກ່ຽວຂ້ອງ, ພ້ອມດ້ວຍ ສະມາຊິກພັກ-ພະນັກງານ, ສະມາຊິກຊາວໜຸ່ມ ພາຍໃນ ຫສນຍ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມ.

ການຈັດກິດຈະກຳ ສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ໃນຄັ້ງນີ້, ຫສນຍ ໄດ້ນຳເອົາຕົ້ນຈຳປາມາປູກ ແລະ ໄດ້ຈັດ ໃຫ້ມີຫລາກຫລາຍກິດຈະ ກຳ ເປັນຕົ້ນ ແຈກຢາຍເຂົ້າໜົມໃຫ້ນ້ອງນ້ອຍເຍົາວະຊົນ, ສະແດງສິລະປະຈາກນ້ອງນັກຮຽນ, ສະແດງສິລະປະ ແລະ ກາຍະສິນ ຈາກກອງກາຍຍະສິນແຫ່ງຊາດ, ກິດຈະ ກຳຖາມ-ຕອບ ຄວາມຮູ້ທົ່ວໄປ ກ່ຽວກັບເດັກ. ພ້ອມນັ້ນ, ຍັງມີງານຕະຫລາດນັດ ແລະ ເທສະການອາຫານ ຢູ່ພາຍໃນ ຫໍປະຊຸມແຫ່ງຊາດ ຕື່ມອີກ.

ໂອກາດດັ່ງກ່າວ, ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າ ຫສນຍ ກ່າວວ່າ: ການຈັດກິດຈະກໍາປູກຕົ້ນ ເພື່ອສະຫລອງສອງວັນດັ່ງກ່າວ, ພາຍໃຕ້ຄຳຂວັນ “ການປູກຕົ້ນໄມ້ວັນນີ້ ເພື່ອອະນາຄົດລູກຫລານພວກເຮົາໃນຕໍ່ໜ້າ” ເປັນການຜັນຂະ ຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃນການເພີ່ມເນື້ອທີ່ປົກຫຸ້ມສີຂຽວໃນທົ່ວປະເທດ ໃຫ້ກວມອັດຕາສູງຂຶ້ນ 70%, ທັງເປັນການປູກຈິດສໍານຶກ ໃຫ້ນ້ອງນ້ອຍເຍົາວະຊົນ ຮຸ່ນສືບທອດ ກໍຄື ສະມາຊິກພັກ-ພະນັກງານ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນການຟື້ນຟູ ແລະ ປົກປັກຮັກສາສະພາບແວດລ້ອມທາງທຳມະຊາດ ໃຫ້ມີຄວາມຂຽວສົດງົດງາມ, ຊຸ່ມຊື່ນ, ອຸດົມສົມບູນ, ທັງເປັນການຊ່ວຍຕ້ານ ແລະ ຫລຸດຜ່ອນຜົນກະທົບ ທີ່ເກີດຈາກໄພພິບັດທຳມະຊາດ.

ພ້ອມນີ້, ທ່ານ ອາລຸນໄຊ ສູນນະລາດ ຍັງໄດ້ຮຽກຮ້ອງໃຫ້ ສະມາຊິກພັກ-ພະ ນັກງານ, ນ້ອງນ້ອຍເຍົາວະຊົນ ແລະ ພໍ່ແມ່ປະຊາຊົນ ຈົ່ງສືບຕໍ່ປຸ້ມລຸມຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍທ່າແຮງທາງດ້ານພູມີປະເທດ ພ້ອມກັນພັດທະນາຂະແໜງການຕ່າງໆ ໃຫ້ມີຄວາມຍືນຍົງ, ເປັນມິດກັບສະພາບແວດລ້ອມ ແລະ ສູ້ຊົນປູກຕົ້ນໄມ້ເພື່ອເຮັດໃຫ້ເນື້ອທີ່ປ່າໄມ້ໃນລາວ ກວມຫລາຍກວ່າ 70% ຂອງເນື້ອທີ່ປ່າໄມ້ໃນທົ່ວປະເທດ.

ຂ່າວ: ທະນູທອງ, ພາບ: ເກດສະໜາ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ລາຍຊື່ປໍ້າ ນະຄອນຫຼວງວຽງຈັນ ເປີດບໍລິການ 31 ພຶດສະພາ 2022
Next Post: ລາຍລະອຽດນໍ້າມັນຂຶ້ນລາຄາ ເລີ່ມ 1 ມິຖຸນາ 2022

Related Posts

ຕິດເພີ່ມ 2​ ຄົນໃນຊຸມຊົນ ນະຄອນຫຼວງວຽງຈັນ Featured
ລັດຖະບານ ເລັ່ງຂຶ້ນບັນຊີລົດລັດ ສະສາງລົດເກົ່າ ແລະ ຖອນຄືນຈຳນວນໜຶ່ງ Featured
ມາດຕະການສະບັບໃໝ່ຂອງແຂວງຈໍາປາສັກ Featured
ອີຊູຊຸສົ່ງທ້າຍປີ ເປີດໂຕກະບະລຸ້ນໃໝ່ “NEW! ISUZU D-MAX” ຜູ້ນຳແຫ່ງໂລກກະບະ…ເໜືອຂີດຈຳກັດ Featured
ຄໍ່າຄືນສົ່ງ ມະຫາ ງອນ ດໍາຣົງບຸນ ສູ່ນິບພານ Featured
ການພົບປະ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme