Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງເຕືອນພາຍຸໝຸນເຂດຮ້ອນ Mulan ປະຈໍາວັນທີ 11 ສິງຫາ 2022

Posted on 11/08/202211/08/2022 By ປະກາດ Pakaad No Comments on ແຈ້ງເຕືອນພາຍຸໝຸນເຂດຮ້ອນ Mulan ປະຈໍາວັນທີ 11 ສິງຫາ 2022

ພາຍຸໝຸນເຂດຮ້ອນ ມູລານ (MULAN) ຫົວທີ 7 ປັດຈຸບັນຍັງເຄື່ອນທີ່ຢູ່ທາງພາກເໜືອຕອນເທິງຂອງເກາະໄຮໜໍາ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງມີກໍາລັງແຮງພັດປົກຄຸມ. ຊຶ່ງຈະເຮັດໃຫ້ມີຝົນ ຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຈະມີຝົນຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ຕື່ມອີກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມແຄມນໍ້າເຊໂດນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ເກີດມີດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ທີ່ຈະເກີດຂຶ້ນໃນໄລຍະວັນທີ 11 ຫາ 13 ສິງຫາ 2022, ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

.

.

.

Featured, ພະຍາກອນອາກາດປະຈໍາວັນ, ເຕືອນໄພ

Post navigation

Previous Post: ແຈ້ງເຕືອນ ພາຍຸມູລານ Mulan ສະບັບທີ 2
Next Post: ລາຍລະອຽດ ປັບລາຄານໍ້າມັນເຊື້ອໄຟລົງທຸກຊະນິດ ຢູ່ແຕ່ລະແຂວງ

Related Posts

ແຈ້ງເຕືອນຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ Featured
ຂ່າວດີ! ລູກຄ້າທະນາຄານລາວກໍ່ສ້າງ ຈະໄດ້ຮັບເງິນຄືນ ພາຍໃນເດືອນສິງຫາ 2021 Featured
foodpanda ຮ່ວມກັບ ໂຄງການແລ່ນເພື່ອນ້ອງ ມອບອຸປະກອນການແພດ ໃຫ້ໂຮງໝໍ 9 ຕົວເມືອງ, ມູນຄ່າ 56,000,000 ກີບ Featured
ຊາປະນະກິດ ຜູ້ເສຍຊິວິດຈາກ ໂຄວິດ-19 ຄົນທີ 4! ສະແດງຄວາມເສຍໃຈມາຍັງຄອບຄົວຜູ້ກ່ຽວ Featured
ຝົນແລະຄວາມເຢັນຍັງປົກຄຸມທົ່ວປະເທດ Featured
ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດ ດຳຣົງ ໃຄ່ຣຄວນ ພາຍຫລັງສໍາເລັດການປະຕິບັດຫນ້າທີ່ຢູ່ລາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme