Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂ່າວເສົ້າຈາກແຂວງຫຼວງພະບາງ

Posted on 13/10/202113/10/2021 By ປະກາດ Pakaad No Comments on ຂ່າວເສົ້າຈາກແຂວງຫຼວງພະບາງ

ໃນວັນທີ່ 13 ຕຸລາ 2021 ນີ້ ດຣ ທອງພຸດ ສຸກກະເສີມ ອຳນວຍການໂຮງໝໍແຂວງຫຼວງພະບາງ ໄດ້ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງ ພະຍາດ COVID-19 ຂັ້ນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວປະຈໍາວັນກ່ຽວກັບ ການຄຸ້ມຄອງ-ປີ່ນປົວກໍລະນີຄົນເຈັບ ຜູ້ທີ່ຕິດເຊື້ອພະຍາດໂຄວິດ 19 ຢູ່ໃນ ໂຮງໝໍແຂວງຫຼວງພະບາງ ທ່ານກ່າວວ່າ: ຜູ້ຕິດເຊື້ອສະສົມ ທີ່ເຂົ້າປີ່ນປົວໃນໂຮງໝໍແຂວງມາເຖີງປັດຈຸບັນ ມີຕົວເລກສະສົມທັງໝົດ 141 ຄົນ, ຍັງມີໜ້າປີ່ນປົວ 41 ຄົນ, ເຊີ່ງເປັນຄົນເຈັບທີ່ມີອາການປານກາງ 39 ຄົນ ແລະອາການໜັກ 2 ຄົນ ເປັນເພດຍີງທັງ 2 ຄົນ, ສ່ວນຢູ່ໂຮງໝໍພາກສະໜາມຂອງແຂວງ ມີໜ້າປີ່ນປົວທັງໝົດ 174 ຄົນ, ສ່ວນຫຼາຍແມ່ນຕິດຕາມອາການ ເປັນຄົນເຈັບເບົາບາງ,

ນອກຈາກນັ້ນ ແມ່ນການປີ່ນປົວຢູ່ໂຮງໜໍພາກສະໜາມ ຂອງແຕ່ລະເມືອງພາຍໃນແຂວງ, ສຳລັບກໍລະນີຄົນເຈັບເສຍຊີວິດ ເປັນເພດຊາຍອາຍຸ 60 ປີ ສັນຊາດລາວ, ອາຊີບປະຊາຊົນ, ບ້ານນາຫຼວງ ນະຄອນ ຫຼວງພະບາງ ເຂົ້າປີ່ນປົວຢູ່ໂຮງໝໍແຂວງວັນທີ່ 10 ຕຸລາ 2021 ເວລາ 20 ໂມງ 40 ນາທີ,

ສາເຫດເຂົ້າໂຮງໝໍ ແມ່ນຕິດເຊື້ອພະຍາດໂຄວິດ-19 ປະຫວັດຜ່ານມາ ຄົນເຈັບມີພະຍາດປະຈໍາຕົວຫຼາຍຢ່າງເຊັ່ນ: ຄວາມດັນເລືອດສູງ, ເສັ້ນເລືອດສະໝອງຕິບຕັນ, ອໍາມະພຶກອໍາມະພາດ, ລ່ອຍແຂນຂາເບື້ອງຊ້າຍ ເຮັດໃຫ້ຄົນເຈັບເສຍຊີວິດໃນວັນທີ່ 12 ຕຸລາ 2021 ເວລາ 24 ໂມງ 00 ນາທີ

ສ່ວນສົບຂອງຜູ້ເສຍຊີວິດ ເຈົ້າໜ້າທີ່ແພດໄດ້ເອົາໄປຈູດ ຢູ່ວັດວັດປ່າຫຍ້າທຶບ ແລະອັດທິ ຫຼື ກະດູກຂອງຜູ້ເສຍຊິວິດ ຈະຕ້ອງໄດ້ຝັງ ຫຼື ໃສ່ທາດ ຫ້າມບໍ່ໃຫ້ເອົາໄປໄຫຼນໍ້າເດັດຂາດ, ໃນກໍລະນີສະມາຊິກໃນຄອບຄົວຜູ້ໃດຜູ້ໜື່ງເສຍຊີວິດ ຄະນະສະເພາະກິດຂອງແຂວງ ບໍ່ສາມາດມອບສົບ ໃຫ້ກັບຄອບຄົວໄປບໍາເພັນກູສູນໄດ້ ເພື່ອບໍ່ໃຫ້ເຊື້ອໂລກແຜ່ກະຈາຍ ເວລາໄປສົ່ງສະການ ກໍ່ໃຫ້ມີແຕ່ຍາດພີ່ນ້ອງຄອບຄົວເປັນວົງແຄບ ແລະຢູ່ຫ່າງໄກຈາກສົບ.

ລາຍງານໂດຍ: ອາພຸດເດດ ບຸບຜາ ນັກຂ່າວແຂວງຫລວງພະບາງ

Featured, ໂຄວິດ-19

Post navigation

Previous Post: ສປ.ຈີນ ມອບວັກຊິນໃຫ້ ສປປ.ລາວອີກ 1 ລ້ານໂດສ
Next Post: ເຕືອນສະບັບທີ2 ພາຍຸກົມປາສຸ(KOMPASU)

Related Posts

ເຮືອບ້ານດົງເກາະໂລງຄວ້າແຊ້ມໜ້ານໍ້ານະຄອນປາກເຊ Featured
ດ່ວນ! ແຂວງຄໍາມ່ວນ ປະກາດເຄີຟິວ ຫ້າມອອກເຮືອນ 21:30-05:00 ພ້ອມມາດຕະການລົງໂທດ Featured
ສູງອີກແລ້ວເພີ່ມ 1323 ປົວດີ 795 Featured
ຜົນຂອງ ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ລະຫວ່າງວັນທີ 21-25 ມິຖຸນາ 2021 Featured
ຕໍາຫຼວດສາມຄົນຖືກໄລ່ອອກຈາກໜ້າທີ່ຍ້ອນເມີນເສີຍຕໍ່ຄຳສັງຂອງຂັ້ນເທິງ Featured
ກອງປະຊຸມສາມັນຄົບຄະນະຄັ້ງທີ II ສະໄໝທີ V ຂອງຄະນະພັກກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme