ລັດຖະບານ ໃຫ້ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດ 14 ມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ແຕ່ວັນທີ 1-15 ຕຸລາ 2021, ປິດການສັນຈອນຂອງພາຫະນະຢູ່ນະຄອນຫລວງວຽງຈັນ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນ ຕັ້ງແຕ່ເວລາ 21:00 ໂມງ-05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ, ລົດຂອງເຈົ້າໜ້າທີ່ປະຕິບັດງານ ແລະ ລົດທີ່ໄດ້ຮັບອະນຸ ຍາດຈາກຄະນະສະເພາະກິດ, ລາຍລະອຽດດັ່ງນີ້:
– ສຸມໃສ່ການສັກວັກຊິນ ໃຫ້ເປົ້າໝາຍຕ່າງໆຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້; ຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳພັດໃກ້ຊິດມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃຫ້ຖືກຕ້ອງຕາມຫຼັກວິຊາການກ່ຽວຂ້ອງ.
– ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ສ່ວນລົດຂົນສົ່ງສິນຄ້າ ໃຫ້ປະຕິບັດຕາມມາດຕະການໃນຂໍ້ 10 ຂອງມາດຕະການຜ່ອນ ຜັນ.
-ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ ທີ່ມີຄວາມຈໍາເປັນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະ ການ ແລະ ໂຄງການຕ່າງໆ ທີ່ເປັນບູລິມະສິດ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດ ໃຫ້ຂັ້ນເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ສ່ວນຂັ້ນຖັດລົງມາແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ.
-ສືບຕໍ່ປິດກິດຈະການຮ້ານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະປາ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ, ຮ້ານສະນຸກເກີ, ກາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວປະເທດ.
-ຫ້າມເປີດຮ້ານນວດ, ຮ້ານເສີມຄວາມງາມ, ຮ້ານຕັດຜົມ, ຮ້ານເສີມສວຍ, ຕະ ຫລາດກາງຄືນ, ສວນອາຫານ ແລະ ສະຖານທີ່ທ່ອງທ່ຽວ ຢູ່ເຂດທີ່ມີການລະບາດໃນຊຸມຊົນ.
-ປິດບັນດາໂຮງງານອຸດສາຫະກຳ ແລະ ບັນດາວິສາຫະກິດ ຢູ່ເຂດທີ່ມີການລະບາດພາຍໃນໂຮງງານ ແລະ ໃນຊຸມຊົນ. ຍົກເວັ້ນ ໂຮງງານທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ, ໂຮງງານທີ່ຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ ແລະ ອຸປະກອນການແພດ, ແຕ່ໃຫ້ມີການຄຸ້ມຄອງຮັບປະກັນຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ. ໂຮງງານໃດ ບໍ່ໃຫ້ການຮ່ວມມື ແລະ ບໍ່ປະຕິບັດຕົວຈິງ ຕໍ່ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດ ຂອງໂຄວິດ-19 ຕ້ອງໂຈະຊົ່ວຄາວ ຈຶ່ງຈະພິຈາລະນາໃຫ້ເປີດຄືນ.
-ຫ້າມບຸກຄົນເດີນທາງເຂົ້າ-ອອກ ເຂດທີ່ມີການນລະບາດໃນຊຸມຊົນ ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ການຂົນສົ່ງສິນຄ້າ.
-ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກຳລັງກາຍຕາມສວນສາທາລະນະຕ່າງໆ ຢູ່ເຂດທີ່ມີການລະບາດໃນຊຸມຊົນ.
-ຫ້າມຈັດງານສັງສັນ ຫລື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
-ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ, ອຸປະ ກອນການແພດ ແລະ ສິນຄ້າອື່ນໆທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.
-ປິດການສັນຈອນຂອງພາຫະນະ ຢູ່ນະຄອນຫລວງ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນ ຕັ້ງແຕ່ເວລາ 21:00 ໂມງ-05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, -ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ, ລົດຂອງເຈົ້າໜ້າທີ່ປະຕິບັດງານ ແລະ ລົດທີ່ໄດ້ຮັບອະນຸ ຍາດຈາກຄະນະສະເພາະກິດ.
-ປິດການຮຽນການສອນ ສຳລັບການສຶກສາທຸກຊັ້ນທຸກສາຍ ແລະ ສືບຕໍ່ເລື່ອນການເປີດສົກຮຽນ ສຳລັບການສຶກສາທຸກຊັ້ນ ທຸກສາຍ ແລະ ການເສັງເຂົ້າຮຽນສາຍອາຊີວະສຶກສາ, ການສຶກສາຄູ ແລະ ການສຶກສາຊັ້ນສູງ ຢູ່ເຂດທີ່ມີການລະບາດໃນຊຸມຊົນ.
-ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫລື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫລາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ; ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫລື ຂັ້ນແຂວງ. ສຳລັບບັນດາກະຊວງ-ອົງການທຽບເທົ່າທີ່ຈະດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກຕົນ ແມ່ນໃຫ້ສະເໜີແຜນປ້ອງກັນ ແລະ ຄວບຄຸມ ພະ ຍາດໂຄວິດ-19 ໃນໄລຍະດໍາເນີນກອງປະຊຸມ, ແລ້ວສະເໜີຫາຄະນະສະເພາະກິດ ພິຈາ ລະນາເປັນແຕ່ລະກໍລະນີ.
-ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ວິສາຫະກິດ ຢູ່ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ທີ່ມີການລະບາດໃນຊຸມຊົນ ອະນຸຍາດໃຫ້ພະນັກງານ ແລະ ລັດຖະກອນ ຜັດປ່ຽນກັນມາປະຈຳການ ຫລື ເຮັດວຽກຢູ່ເຮືອນ ຜ່ານລະບົບເອເລັກໂຕຣນິກ, ສຳລັບຜູ້ທີ່ມີຄວາມສ່ຽງ ແລະ ຜູ້ຍິງຖືພາ ທີ່ບໍ່ສາມາດຮັບວັກຊິນໄດ້ ແມ່ນໃຫ້ເຮັດວຽກຢູ່ເຮືອນ.
-ໃນໂອກາດຖະແຫລງຂ່າວ ໃນຕອນແລງວັນທີ 30 ກັນຍາ 2021 ທີ່ນະຄອນ ຫລວງວຽງຈັນ, ທ່ານ ນາງ ທິບພະກອນຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາ ກ່າວວ່າ: ການສືບຕໍ່ເພີ່ມທະວີຈັດປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ແມ່ນຄວາມຈໍາເປັນ ເຊິ່ງລັດຖະບານ ໄດ້ພິຈາລະນາຖີ່ຖ້ວນ ແລະ ວາງເປົ້າໝາຍ ເພື່ອເຮັດແນວໃດໃຫ້ພົນລະເມືອງລາວ ກໍຄື ຊາວຕ່າງດ້າວ ທີ່ອາໄສຢູ່ດິນແດນລາວຕິດເຊື້ອໜ້ອຍທີ່ສຸດ ກໍຄືສູນເສຍໜ້ອຍທີ່ສຸດ;
ທັງພະຍາຍາມນຳພາປະຊາຊົນບັນດາເຜົ່າ ຫັນປ່ຽນແບບແຜນການດຳລົງຊິວິດຈາກອັນເປັນປົກກະຕິ ກ່ອນການລະບາດຂອງພະຍາດໂຄວິດ-19 ກ້າວສູ່ການດຳລົງຊິວິດປົກກະຕິແບບໃໝ່ໃນເງື່ອນໄຂໂຄວິດ-19 ເຊິ່ງແນວທາງໃນການຈັດຕັ້ງປະຕິບັດ ການດຳລົງຊິວິດປົກກະຕິແບບໃໝ່ໃນເງື່ອນໄຂ ໂຄວິດ-19 ຢູ່ ສປປ ລາວ ແມ່ນຕ້ອງສອດ ຄ່ອງກັບສະພາບ ແລະ ຈຸດພິເສດຂອງປະເທດເຮົາ ໂດຍທີ່ລັດຖະບານມີການຮຽນຮູ້ບົົດຮຽນ ຂອງຕ່າງປະເທດ ເພື່ອນມິດສາກົນ, ຮັບຟັງຄຳເຫັນທີ່ສ້າງສັນ ຂອງປະຊາຊົນເຮົາ ໃນແງ່ມູມດ້ານຕ່າງໆ ແລ້ວໄດ້ພິຈາລະນາວ່າ: ພວກເຮົາຕ້ອງໄດ້ພະຍາຍາມສູງສຸດ ເພື່ອໃຫ້ມີການສົມດຸນ ແລະ ກົມກຽວກັນ ລະຫວ່າງ ມາດຕະການດ້ານການແພດ, ມາດຕະການດ້ານການບໍລິຫານ ແລະ ມາດຕະການດ້ານເສດຖະກິດ, ໝາຍຄວາມວ່າ ມາດຕະ ການຕ່າງໆ ທີ່ລັດຖະບານວາງອອກ ຕ້ອງຮັບປະກັນໄດ້ຄາດໝາຍການປ້ອງກັນພະຍາດໂຄວິດ-19. ພ້ອມກັນນັ້ນ, ກໍຕ້ອງໄດ້ຄຳນຶງເຖິງຜົນກະທົບທາງລົບ ຕໍ່ການພັດທະນາເສດຖະ ກິດ ແລະ ການດຳລົງຊິວິດຂອງປະຊາຊົນ. ບົນພື້ນຖານນັ້ນ, ຄະນະພັກ-ອົງການປົກຄອງຂັ້ນຕ່າງໆ ຕ້ອງໄດ້ຄົ້ນຄວ້າຜັນຂະຫຍາຍ ແລະ ຫັນເປັນແຜນປະຕິບັດຕົວຈິງ ອັນລະອຽດ ໃນແຕ່ລະຂົງເຂດ ແຕ່ລະທ້ອງຖິ່ນ ທີ່ຕົນຮັບຜິດຊອບ ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງກົມກອງທ້ອງຖິ່ນຕົນ ເປັນແຕ່ລະໄລຍະ.

.

.

.

.

.

.
