Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂໍ້ມູນປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ ທັງສອງ ຂອງວັນທີ 20 ເມສາ 2021

Posted on 20/04/202107/05/2021 By ປະກາດ Pakaad No Comments on ຂໍ້ມູນປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ ທັງສອງ ຂອງວັນທີ 20 ເມສາ 2021

ດ່ວນ!!! ວັນທີ​ 20​ ເມສາ​ ພົບຜູ້ຕິດເຊື້ອໂຄວິດ ເພີ່ມອີກ 2 ຄົນ

ປະຫວັດການເຄື່ອນໄຫວຜູ້ຕິດເຊື້ອໂຄວິດ ກໍລະ ນີ 59 ພົວພັນຜູ້ລັກລອບເຂົ້າມາປະເທດ ແລະ ກໍ ລະນີ 60 ລັກລອບເຂົ້າມາແບບບໍ່ຖືກຕ້ອງ

+ ອີງຕາມຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວໃນວັນທີ 20 ເມສາ 2021 ໂດຍ ທ່ານ ຮສ. ດຣ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ພ້ອມດ້ວຍ ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາໃຫ້ຮູ້ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່

+2 ກໍລະນີ ດັ່ງລາຍລະອ ກໍລະນີຢັ້ງຢືນທີ 59- ເພດຍິງ, ອາຍຸ: 25 ປີ, ສັນຊາດ: ລາວ, ອາຊີບ: ນັກສຶກສາ.

– ທີ່ຢູ່ປະຈຸບັນ: ບ້ານໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ. ປະຫວັດການເຄື່ອນໄຫວ ວັນທີ 6 ເມສາ 2021 – ໝູ່ຂອງເອື້ອຍຮັກ 2 ຄົນ (ເພດຊາຍ) ລັກລອບຂີ່ເຮືອຂ້າມມາຈາກປະເທດໄທ ແລະ ເຂົ້າພັກຢູ່ບ້ານພັກ ໂຮງແຮມສາຍແພໄໝ 2 ຢູ່ແຂວງສະຫັວນນະເຂດ ແລ້ວໄດ້ມາພົບເອື້ອຍຮັກ ຂອງຜູ້ກ່ຽວ, ທັງ 3 ຄົນ ໄດ້ໄປຮ້ອງຄາຣາໂອເກະ (ບໍ່ຊື່ຮ້ານ). ເວລາ 20:30 ໂມງ ຈຶ່ງໄດ້ຂຶ້ນລົດຈາກຄິວລົດແຂວງສະຫວັນນະເຂດ ມານະຄອນຫຼວງວຽງຈັນ.

ວັນທີ 7 ເມສາ 2021ເວລາ 5:40 ໂມງເຊົ້າ ເດີນທາງມາຮອດນະຄອນຫຼວງວຽງຈັນ, ທັງ 3 ຄົນ ເດີນທາງໄປຮ້ານຄາຣາໂອເກະ 8118 ຕັ້ງຢູ່ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ, ຫຼັງຈາກນັ້ນ ເຂົ້າພັກຢູ່ໂຮງແຮມເຈືອງ 2, ບ້ານສີບຸນເຮືອງ, ເມືອງຈັນທະບູລີ. ວັນທີ 8 ເມສາ 2021

– ຜູ້ກ່ຽວ ໄດ້ຮັບທັງ 3 ຄົນຢູ່ໂຮງແຮມດັ່ງກ່າວ ມາກິນເຂົ້າຢູ່ຮ້ານອາຫານ Funny 89 ຕັ້ງຢູ່ບ້ານທ່າສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ . ວັນທີ 9 ເມສາ 2021 – ຕອນແລງ ໄດ້ເດີນທາງໄປຮັບທັງ 3 ຄົນ ຢູ່ໂຮງແຮງດັ່ງກ່າວ ໄປວັດສີເມືອງ, ເມືອງສີສັດຕະນາກ ແລະ ກັບໄປສົ່ງພວກກ່ຽວຢູ່ໂຮງແຮມຄືນ.

– ຫຼັງຈາກນັ້ນ ຜູ້ກ່ຽວ ເດີນທາງໄປຮຽນພາສາອັງກິດຢູ່ໂຮງຮຽນ Vientiane College.

– ຕອນຄໍ່າ ມາຮັບທັງ 3 ຄົນຢູ່ໂຮງແຮມ ມາກິນເຂົ້າຢູ່ຮ້ານອາຫານ Funny 89 ຈົນຮອດເວລາປິດຮ້ານ ແລະ ໄປສົ່ງພວກກ່ຽວຢູ່ໂຮງແຮມ. ວັນທີ 11 ເມສາ 2021 – ຕອນຄ່ຳ ຜູ້ກ່ຽວໄດ້ຮັບຂ່າວວ່າ ທັງ 3 ຄົນ ເດີນທາງໄປສະຖານທີ່ບັນເທິງ WhatClub ແລະ ໄປຮ້ານຄາຣາໂອເກະ 8118. ວັນທີ 12 ເມສາ 2021

– ຕອນບ່າຍ ຜູ້ກ່ຽວພາທັງ 3 ຄົນໄປຮ້ານນວດ 111 ຢູ່ບ້ານໜອງບອນ, ພາຍຫຼັງນວດແລ້ວ ໄດ້ພາກັນໄປກິນເຂົ້າປຽກໄກ່ຜູ້ໂອກ ຢູ່ໃນປ້ຳນ້ຳມັນສີບຸນເຮືຶອງ (ໃຊ້ເວລາ 1 ຊົ່ວໂມງ) ແລະ ກັບໄປສົ່ງທັງ 3 ຢູ່ໂຮງແຮມ. – ຕອນຄ່ຳ ຜູ້ກ່ຽວ ແລະ ເອື້ອຍຮັກ ເດີນທາງໄປກິນປິ້ງປາໝຶກ ຢູ່ທ່ົງຂັນຄຳ, ຕໍ່ໜ້າສະຖານີດັບເພິງ, ເມືອງຈັນທະບູລີ. ວັນທີ 13 ເມສາ 2021- ໝູ່ເອື້ອຍຮັກທັງ 2 ຄົນ ມີໄຂ້ ແລະ ເມື່ອຍ. ບໍ່ໄດ້ພົບກັບຜູ້ກ່ຽວ. ວັນທີ 14-15 ເມສາ 2021

– ຜູ້ກ່ຽວຮູ້ສຶກເມື່ອຍ ວັນທີ 16-17 ເມສາ 2021 – ທັງ 3 ຄົນ ອອກຈາກໂຮງແຮມ (ບໍ່ຮູ້ເດີນທາງດ້ວຍວິທີໃດ) ໄດ້ກາຍຂີີ່ລົດກາຍບ້ານໝາກນາວ ມາຂຶ້ນເຮືອ ໄປທ່າບໍ່, ແຂວງໜອງຄາຍ, ປະເທດໄທ. – ຜູ້ກ່ຽວໄດ້ຮັບໂທລະສັບ ວ່າ ທັງ 3 ຄົນ ຕິດເຊື້ອ COVID-19 ແລະ ໜຶ່ງໃນໝູ່ເອື້ອຍຮັກ ມີອາການໜັກ.

– ຜູ້ກ່ຽວເດີນທາງໄປກວດຢູ່ໂຮງໝໍລາວຫວຽດ ດ້ວຍອາການໄຂ້, ເມື່ອຍ, ຖອກທ້ອງ ແລະ ໄດ້ຢາຈຳນວນໜຶ່ງມາກິນຢູ່ບ້ານ ອາການດີຂຶ້ນ.ວັນທີ 19 ເມສາ 2021 – ເດີນທາງມາກິນເຂົ້າຢູ່ເຮືອນໝູ່ ມີ 3 ຄົນ (ລວມທັງຜູ້ກ່ຽວ).- ຮູ້ສຶກອ່ອນເພຍ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ, ຖືກເກັບຕົວຢ່າງ ແລະ ເຂົ້ານອນແຍກປ່ຽວ

– ຜົນກວດວິເຄາະ ແມ່ນພົບເຊື້ອ COVID-19 – ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ. • ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 19 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.• ກໍລະນີຢັ້ງຢືນທີ 60

– ເພດຍິງ, ອາຍຸ: 28 ປີ, ສັນຊາດ: ລາວ, ອາຊີບ: ແມ່ເຮືອນ- ທີ່ຢູ່ປະຈຸບັນ: ບ້ານ ນາຊອນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນປະຫວັດການເຄື່ອນໄຫວ ວັນທີ 7 ເມສາ 2021- ເສີມດັງຢູ່ກຸງເທບວັນທີ 8-9 ເມສາ 2021- ບໍ່ໄດ້ເດີນທາງໄປໃສ ວັນທີ 10 ເມສາ 2021 – ມີໄຂ້, ເຈັບຄໍ, ໄອ ແລະ ຖ່າຍແຫຼວເປັນມູກວັນທີ 11-17 ເມສາ 2021- ບໍ່ໄດ້ເດີນທາງໄປໃສ ວັນທີ 18 ເມສາ 2021

– ຂຶ້ນລົດແທັກຊີຈາກກຸງເທບ ມາຮອດ ໜອງຄາຍ, ຫຼັງຈາກນັ້ນ ມີຄົນໄທຕິດຕໍ່ຜູ້ຂັບເຮືອ ໃຫ້ມາສົ່ງຢູ່ຝັ່ງລາວ ແລະ ມີລົດມາສົ່ງຜູ້ກ່ຽວຢູ່ທ່າເຮືອ. ວັນທີ 19 ເມສາ 2021- ຂ້າມເຮືອນ້ອຍມາຮອດຝັ່ງລາວ ຢູ່ເຂດເກົ້າລ້ຽວ, ເມືອງສີໂຄດຕະບອງ, ມີລົດຮູນໃດ ມາຮັບເອົາຜູ້ກ່ຽວ.

– ຜູ້ກ່ຽວແວ່ໄປຫາໝູ່ ຢູ່ເຂດຊ້າງສາມຫົວ.- ຈ້າງລົດຕຸກໆ ໄປກວດຢູ່ໂຮງໝໍມະໂຫສົດ ເພື່ອຂໍກວດຊອກຫາ COVID-19, ແພດແນະນຳໃຫ້ໄປກວດຢູ່ໂຮງໝໍມິດຕະພາບ. ເມື່ອມາຮອດໂຮງໝໍມິດຕະພາບໄດ້ຖືກເກັບຕົວຢ່າງກວດ. ວັນທີ 20 ເມສາ 2021 – ຜົນກວດວິເຄາະ ພົບເຊື້ອ COVID-19

– ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 04 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ. ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 148,745 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 60 ຄົນ.

32323 Comments10 SharesLikeCommentShare

Uncategorized, ຂ່າວສານບ້ານເມືອງ

Post navigation

Previous Post: ຈັບຄູ່ທຸລະກິດອອນລາຍ ໄທ-ລາວ ຂະຫຍາຍຕະຫຼາດອອນລາຍ ຕອບຮັບເທນສັງຄົມ ຜູ້ທີ່ມີສູງອາຍຸອີກ ດ້ວຍລະບົບຕົວແທນ (ດ໋ອບຊິບ) ບໍ່ຕ້ອງສະຕ໋ອກສິນຄ້າ
Next Post: ລັອກດາວ ນະຄອນຫຼວງວຽງຈັນ 14 ວັນ ເພື່ອຄວບຄຸມການລະບາດຂອງ ໂຄວິດ-19

Related Posts

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ Featured
ການຕິດຕໍ່ຂອງພະຍາດ Monkeypox ໝາກສຸກລີງ Featured
ພິທີຕ້ອນຮັບປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຢ່າງເປັນທາງການ Featured
ແຂວງຫຼວງພະບາງອອກມາດຕະການເພີ່ມເຕີມມື້ນີ້ Featured
ເມືອງໄຊຍະບູລີ ຈັດພິທີທາ ສາສະໜາ ວັງສະຫງວນ 3 ຈຸດ ຢູ່ເຂດບ້ານຫ້ວຍຂົວຫລວງ ແລະ ຄົກຟາກ ຂ່າວສານບ້ານເມືອງ
ຈັບໄວລຸ້ນ 2 ຄົນ ພ້ອມຂອງກາງເຮໂລອິນ 20 ແທ່ງ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme