Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂໍໃຫ້ລະວັງ ຝົນລົມແຮງຟ້າຮ້ອງຟ້າເຫຼືອມຍັງປົກຄຸມຫຼາຍພາກ

Posted on 29/04/202229/04/2022 By ປະກາດ Pakaad No Comments on ຂໍໃຫ້ລະວັງ ຝົນລົມແຮງຟ້າຮ້ອງຟ້າເຫຼືອມຍັງປົກຄຸມຫຼາຍພາກ

ແຈ້ງເຕືອນຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ ປະຈໍາວັນທີ 29 ເມສາ 2022

ເນື່ອງຈາກຄວາມກົດດັນຕໍ່າຂອງອາກາດຮ້ອນຈະມີກຳລັງແຮງເພີ່ມຂຶ້ນແພ່ລົງມາປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ອາກາດຮ້ອນອົບເອົ້າ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ຕົກໜັກ ແລະ ລົມພັດແຮງ
ຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໃນໄລຍະ ວັນທີ 29 ເມສາ 2022 ຫາ 02 ພຶດສະພາ 2022 .

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໃສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕ່ໍສະພາບຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ຟ້າຜ່າ ໝາກເຫັບຕົກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາຫັກລົ້ມ ແລະ ຫລັງຄາເຮືອນເປ່ເພ. ພ້ອມນີ້ຂໍໃຫ້ຕິດຕາມ ຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1-4 ວັນຕໍ່ໜ້ານີ້.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ຄັ້ງທີ 9
Next Post: ເກີດແຜ່ນດິນໄຫວ 3.0 ຣີກເຕີ ໃນບໍລິເວນເມືອງປາກລາຍ

Related Posts

ລາຍລະອຽດຜູ້ເສຍຊີວິດໃໝ່ຈາກເມືອງວັງວຽງ Featured
ຂ່າວດີ 63 ປໍ້າເປີດມື້ນີ້ ທີ່ ນະຄອນຫລວງວຽງຈັນ Featured
ພົບໝົດແລ້ວ! ຜູ້ເດີນທາງຈາກແຂວງບໍ່ແກ້ວ ເຂົ້າມາ ແຂວງຫຼວງພະບາງ Featured
ມື້ນີ້ເພີ່ມພັນສີ່ສິບເກົ້າຄົນທົ່ວປະເທດ Featured
ຄວາມໜາວຈາກປະເທດຈີນສືບຕໍ່ປົກຄຸມຢູ່ທົ່ວໜາວທົ່ວທຸກພາກ Featured
ກຽມຮັບມືຝົນຕົກໜັກ 18-21 ກຸມພາ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme