Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອາກາດຮ້ອນ ຫາ ຮ້ອນເອົ້າຢູ່ຕື່ມອີກ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ

Posted on 25/04/202225/04/2022 By ປະກາດ Pakaad No Comments on ອາກາດຮ້ອນ ຫາ ຮ້ອນເອົ້າຢູ່ຕື່ມອີກ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ

ພະຍາກອນອາກາດ ປະຈໍາວັນທີ 25 ເມສາ 2022

ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສ ລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ກະແສລົມຕາເວັນອອກ ສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້ ຊຶ່ງຍັງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຢູ່ຕື່ມອີກ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຍັງຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 25/04/2022 ເຖິງ ເວລາ 7:00 ໂມງ ວັນທີ 26/04/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນ ລະຫວ່າງ 17-32 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 20-36 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຈະຮ້ອນຂຶ້ນຕື່ມອີກ ພ້ອມມີໝອກ ແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 27-36 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ເອົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 25-38 ອົງສາ.

-ແຂວງໄຊສົມບູນ: ອາກາດເຢັນໃນຕອນເຊົ້າ ແລະ ຍັງຈະມີຝົນຕົກ ໃນລະດັບຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10%. ອຸນຫະພູມໃນລະຫວ່າງ 15-29 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນ ລະຫວ່າງ 25-39 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ ໃນລະດັບຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 15-28 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ນະຄອນຫຼວງວຽງຈັນ +201 (ທົ່ວປະເທດ +378)
Next Post: ການຕິດເຊື້ອຫຼຸດລົງຕໍ່ເນື່ອງ ທົ່ວປະເທດ +229 (ເສຍຊີວິດໃໝ່ 2)

Related Posts

ພະຍາດວໍເຮັດໃຫ້ເສຍຊີວິດໄດ້ໂດຍສະເພາະເດັກນ້ອຍ ແຕ່ສາມາດປ້ອງກັນໄດ້ Featured
ລະບຽງໜ້າເຮືອນ 10 ແບບງາມໆ Featured
ແຂວງໄຊສົມບູນມີຄໍາສັ່ງປ້ອງກັນໂຄວິດຂັ້ນສູງເນື່ອງຈາກມີຕົວເລກເພີ່ມຂຶ້ນ Featured
ສສຊ ສໍາເລັດການພິຈາລະນາວຽກງານຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ Featured
ສູ້ໆເດີອາສາກູ້ໄພທຸກໜ່ວຍງານໃນພາລະກິດສູ້ໄພໂຄວິດ Featured
ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ຄັ້ງທີ 9 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme