Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຜ່ນດິນໄຫວ 4.1 ຣີກເຕີ ໃນບໍລິເວນເມືອງຫົງສາ

Posted on 18/04/202218/04/2022 By ປະກາດ Pakaad No Comments on ແຜ່ນດິນໄຫວ 4.1 ຣີກເຕີ ໃນບໍລິເວນເມືອງຫົງສາ

ເກີດແຜ່ນດິນໄຫວ 4.1 ຣີກເຕີ ໃນບໍລິເວນແຂວງໄຊຍະບູລີ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຄັ້ງວັນທີ 17 ເມສາ 2022 ໃນເວລາ 21:11 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 01 ຄັ້ງ ເຊິ່ງຈຸດເກີດເຫດຢູ່ທີ່ບ້ານນໍ້າສິບ ເມືອງຫົງສາ ແຂວງໄຊຍະບູລີ ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.584 ອົງສາເໜືອ ແລະ ເສັ້ນແວງທີ 101.375 ອົງສາຕາເວັນອອກ ດ້ວຍຄວາມ ແຮງສັ່ນສະເທືອນວັດແທກໄດ້ 4.1 ຣີກເຕີ

ມີຄວາມເລິກຈາກເທິງໜ້າດິນ ປະມານ 04 ກິໂລແມັດ ເຊິ່ງຈຸດສູນກາງເກີດແຜ່ນດິນໄຫວແມ່ນຫ່າງຈາກ ເທສະບານເມືອງຫົງສາ ປະມານ 14 ກິໂລແມັດ.

ເຫດການແຜ່ນດິນໄຫວ ດັ່ງກ່າວໃນເບື້ອງຕົ້ນ ຍັງບໍ່ມີລາຍງານຜົນເສຍຫາຍ.

.

Featured, ຂ່າວສານບ້ານເມືອງ, ໄພທໍາມະຊາດ

Post navigation

Previous Post: ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 7 ຄົນ ຈາກອຸບັດຕິເຫດ 3 ວັນປີໃໝ່ລາວ
Next Post: ແຈ້ງເຕືອນ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມແຮງ 18-19 ເມສາ 2022

Related Posts

ສປປລາວ ມີຍອດສະສົມຄົນຕິດເຊື້ອກາຍສອງແສນຄົນແລ້ວ Featured
ຜູ້ເສຍຊີວິດໃໝ່ສາມຄົນລາຍງານມື້ນີ້ມີນັກໂທດຄົນໜຶ່ງ Featured
24 ມິຖຸນາ 2022 ປັບລາຄານໍ້າມັນທຸກຊະນິດຂຶ້ນອີກຄັ້ງ Featured
ຜູ້ລົງຮັບສະໝັກເລືອກຕັ້ງ ເປັນ ສສຊ ຊຸດທີ IX ເຂດເລືອກຕັ້ງທີ 18 ລົງເຄື່ອນໄຫວຫາສຽງ ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຂ່າວສານບ້ານເມືອງ
ແຈ້ງການຈາກ ປກສ ນະຄອນຫຼວງວຽງຈັນ Featured
ພິທີສະເຫຼີມສະຫຼອງ ວັນປະຖົມພະຍາບານໂລກ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme