Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເສຍຊີວິດ 813 ຄົນ ຈາກອຸບັດຕິເຫດ 5.576 ຄັ້ງ ໃນປີ 2021

Posted on 30/03/202230/03/2022 By ປະກາດ Pakaad No Comments on ເສຍຊີວິດ 813 ຄົນ ຈາກອຸບັດຕິເຫດ 5.576 ຄັ້ງ ໃນປີ 2021

ໃນປີ 2021 ທົ່ວປະເທດມີອຸບັດເຫດເກີດຂຶ້ນ ທັງໝົດ 5.576 ຄັ້ງ ແລະ ເສຍຊີວິດ 813 ຄົນ

ທ່ານ ພັອ ຄໍາສອນ ສີດາວົງ ຮອງຫົວໜ້າກົມສົ່ງຕໍາຫລວດຈະລາຈອນ ໄດ້ລາຍງານໃນກອງປະຊຸມສະຫລຸບວຽກງານຈະລາຈອນ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ໃນວັນທີ 28 ມີນາ ຜ່ານມານີ້ວ່າ: ໃນປີ 2021 ຜ່ານມາ, ທົ່ວປະທດມີອຸບັດເຫດເກີດຂຶ້ນທັງໝົດ 5.576 ຄັ້ງ, ພາຫະນະເປເພ 9.910 ຄັນ, ມີຄົນໄດ້ຮັບບາດເຈັບ 8.388 ຄົນ ແລະ ເສຍຊີວິດ 813 ຄົນ, ເມື່ອທຽບໃສ່ປີ 2020 ການເກີດອຸບັດເຫດ ຫລຸດລົງ 1.198 ຄັ້ງ, ພາຫະນະເປເພ ຫລຸດລົງ 2.079 ຄັນ, ຄົນໄດ້ຮັບບາດເຈັບ ຫລຸດລົງ 1.639 ຄົນ ແລະ ເສຍຊີວິດ ຫລຸດລົງ 200 ຄົນ. ໃນນັ້ນ, ຈາກຄະດີທີ່ເກີດຂຶ້ນ ແລະ ຄະດີທີ່ຄ້າງມາ ຈໍານວນ 6.167 ເລື່ອງ ແລະ ເຈົ້າໜ້າທີ່ສາມາດ ແກ້ໄຂສໍາເລັດແລ້ວ 5.812 ເລື່ອງ ເທົ່າກັບ 94,24%.

ສໍາລັບຢູ່ນະຄອນຫລວງວຽງຈັນ ມີອຸບັດເຫດເກີດຂຶ້ນ 853 ຄັ້ງ, ພາຫະນະເປເພ 1.775 ຄັນ, ຄົນໄດ້ຮັບບາດເຈັບ 720 ຄົນ ແລະ ເສຍຊີວິດ 161 ຄົນ ເຊິ່ງສາເຫດທີ່ພາໃຫ້ເກີດອຸບັດເຫດ ຍ້ອນຜູ້ໃຊ້ລົດ-ໃຊ້ຖະໜົນຈໍານວນໜຶ່ງ ສະຕິເຄົາລົບກົດຈະລາຈອນບໍ່ທັນສູງ ເປັນຕົ້ນ ດື່ມສິ່ງມຶນເມົາແລ້ວຂັບຂີ່, ຂັບຂີ່ລົດໄວເກີດກຳນົດ, ລ່ວງປ້າຍຫ້າມ-ໄຟແດງ, ແລ່ນບໍ່ຖືກຊ່ອງຈະລາຈອນ, ຈອດລົດຊະຊາຍຕາມເສັ້ນທາງຫລວງ ແລະອື່ນໆ.

ທ່ານ ພັອ ຄໍາສອນ ສີດາວົງ ໄດ້ກ່າວຕື່ມວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ຕຳ ຫລວດຈະລາຈອນ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຕາມຂອບເຂດຄວາມຮັບຜິດຊອບຢ່າງເຂັ້ມງວດ ໂດຍຫັນເອົາທິດທາງແຜນການ, ເອກະສານນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບກົດລະບຽບການສັນຈອນທາງບົກ ລົງໂຄສະນາເຜີຍແຜ່ຢູ່ຕາມໂຮງຮຽນ, ສະຖາບັນ, ວິທະຍາໄລ, ສໍານັກງານ-ອົງການ ແລະ ຕາມປ້ອມ-ສາຍທາງຢ່າງເປັນປົກກະຕິ ເພື່ອປຸກລະດົມ-ເຕືອນສະຕິ ໃຫ້ນັກຂັບຂີ່ທຸກຄົນທີ່ໃຊ້ລົດ-ໃຊ້ຖະໜົນ ປະຕິບັດຕາມກົດຈະ ລາຈອນຢ່າງເຂັ້ມງວດ, ຫລີກລ້ຽງບັນຫາລົດແອອັດ-ອັ່ງອໍ ແລະ ຫລຸດຜ່ອນການເກີດອຸ ບັດເຫດທາງທ້ອງຖະໜົນ ເຊິ່ງບັນຫາດັ່ງກ່າວ ອາດນໍາໄປສູ່ຄວາມເສຍຫາຍເປັນຈໍານວນຫລວງຫລາຍ.

ນອກນີ້, ຍັງໄດ້ເອົາໃຈໃສ່ກວດກາການສັນຈອນຕາມເສັ້ນທາງຫລວງແຫ່ງຊາດ, ເສັ້ນທາງຫລັກຂອງແຂວງ ໂດຍສະເພາະການກວດກາຈັບຄວາມໄວ, ທາດເຫລົ້າ, ການບັນທຸກສິນຄ້າ, ໂດຍສານເກີນ ແລະ ບັນດາເອກະສານພາຫະນະ ກໍຄື ໄດ້ຈັດຕັ້ງປະຕິບັດຈຸດກວດກາ 3.974 ຄັ້ງ, ລົງຈັດສັນຄວາມເປັນລະບຽບຕາມສາຍທາງ, ຕະຫລາດ ແລະ ຊຸມຊົນ 4.636 ຄັ້ງ. ໃນນີ້, ພົບເຫັນຜູ້ລ່ວງລະເມີດທັງໝົດ 38.174 ຄົນ ຍິງ 4.636 ຄົນ ແລະ ສາມາດສຶກສາອົບຮົມໄດ້ທັງໝົດ 31.666 ຄົນ.

ຄຽງຄູ່ກັນນີ້, ເຈົ້າໜ້າທີ່ຈະລາຈອນ ຍັງກວດພົບຢາບ້າ ຈໍານວນ 6.970.933 ເມັດ, ຢາໄອສ໌ 11 ກິໂລກຣາມ, ໄມ້ 32 ແມັດກ້ອນ, ອາວຸດປືນ 5 ກະບອກ, ລູກປືນ 115 ລູກ, ສາມາດກັກຕົວຜູ້ຖືກຫາໄດ້ 99 ຄົນ ແລະ ພາຫະນະ 100 ຄັນ.

ຂໍ້ມູນ: ໜັງສືພິມ ປກສ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງຫຼວງນໍ້າທາ ເພີ່ມມາດຕະການ ເພື່ອຮັບມືການລະບາດຂອງໂຄວິດ-19
Next Post: ພະຍາກອນອາກາດປະຈຳວັນທີ 31 ມີນາ 2022

Related Posts

ປັບລາຄານໍ້າມັນຂຶ້ນອີກຄັ້ງ ເລີ່ມ 25 ກຸມພາ 2022 Featured
ແມງກະເບື້ອທ່າຊ້າງ vs ແມງກະເບື້ອຜາຕັ້ງ Featured
ສປປ ລາວ ມີຄົນຕິດເຊື້ອໂຄວິດ-19 ເສຍຊີວິດ 700 ຄົນແລ້ວ Featured
ອັດຕາເສຍພາສີອາກອນລົດທີ່ບໍ່ຖືກກົດໝາຍ Featured
ລັດຖະບານຍີ່ປຸ່ນໃຫ້ທຶນການສຶກສາລະດັບປະລິນຍາໂທ ແລະປະລິນຍາເອກ ແກ່ ສປປ ລາວ Featured
ເສຍຊີວິດເພີ່ມ 1 ຕິດເຊື້ອເພີ່ມ 116 ຄົນ (ຊຸມຊົນ 2) Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme