Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມວນອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ

Posted on 23/10/202123/10/2021 By ປະກາດ Pakaad No Comments on ມວນອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ

ພະຍາກອນອາກາດ ປະຈໍາວັນທີ 23 ຕຸລາ 2021. ມວນອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມ ຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອຸນຫະ ພູມອາກາດຫລຸດລົງຕື່ມອີກ ແລະ ຍັງມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພະຍາກອນອາກາດແຕ່ເວລາ 7:00 ໂມງເຊົ້າຂອງວັນທີ 23/10/2021 ຫາ ເວລາ 7:00 ໂມງເຊົ້າຂອງວັນທີ 24/10/2021.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 13-28 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 17-32 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 50%, ອຸນຫະພູມໃນລະຫວ່າງ 22-32 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 21-32 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງແຂວງ, ອຸນຫະພູມໃນລະຫວ່າງ 15-26 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 22-32 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 14-26 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ປິດບ້ານຂວາງແລະບ້ານນໍ້າເງິນ ເມືອງນາໝໍ້ຊົ່ວຄາວ
Next Post: ໂຄວິດມື້ນີ້ເພີ່ມ 467ຄົນ

Related Posts

“ວັນໄຊ ວົງສາ” ຄູສິລະປະຜູ້ສ້າງແຮງບັນດານໃຈແກ່ມະຫາຊົນ ແລະ ສັງຄົມ ທາງດ້ານການແຕ້ມຮູບ ຫຼາຍກວ່າ 100 ຜົນງານ Featured
ພະຍາກອນອາກາດມື້ນີ້ ໃຫ້ລະວັງຝົນຕົກໜັກແລະລົມແຮງ Featured
ມອບຮັບຢ່າງເປັນທາງການແລ້ວວັກຊິກຫ້າແສນກວ່າໂດສຈາກໂຄແວັກ Featured
ສະຖານທີ່ສ່ຽງ ນະຄອນຫຼວງວຽງຈັນ ຖະແຫຼງຂ່າວ 29 ສິງຫາ 2021 Featured
ແຕ່ມື້ເລີ່ມເປີດປະເທດ ຂົວມິດຕະພາບ 1 ມີຄົນເຂົ້າ-ອອກແລ້ວ ຫຼາຍກວ່າ 3.700 ຄົນ Featured
ລະວັງຟ້າຝົນລົມ ພະຍາກອນອາກາດປະຈຳວັນ 26 ມິຖຸນາ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme