Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມາດຕະການໃໝ່ ຈາກກະຊວງສຶກສາທິການແລະກິລາ ໃນການຮັບມືໂຄວິດ-19

Posted on 23/03/202223/03/2022 By ປະກາດ Pakaad No Comments on ມາດຕະການໃໝ່ ຈາກກະຊວງສຶກສາທິການແລະກິລາ ໃນການຮັບມືໂຄວິດ-19

ຫົວໜ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການໃນວັນທີ 23 ມີນາ 2022 ດັ່ງນີ້:

1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ທຸກທ່ານໃຫ້ມາປະຈໍາການປົກກະຕິ, ກໍລະນີີຫ້ອງການມີຄວາມແອອັດ ແລະ ມີຄວາມສ່ຽງໃນການຕິດເຊື້ອພະຍາດ COVID-19 ແມ່ນໃຫ້ຈັດຕັ້ງຜັດປ່ຽນກັນມາປະຈໍາການ ເຮັດວຽກທາງໄກຢູ່ເຮືອນ, ການເຂົ້າຮ່ວມກິດຈະກໍາທາງສັງຄົມໃຫ້ມີສະຕິລະມັດລະວັງ ແລະ ໃຫ້ທຸກທ່ານສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດ COVID-19 ຢ່າງເຂັ້ມງວດ;

2. ບໍ່ອະນຸຍາດໃຫ້ຈັດກອງປະຊຸມ, ສໍາມະນາ, ປາຖະກະຖາ, ຝຶກອົບຮົມຕ່າງໆຢູ່ສະຖານທີ່ຕ່າງໆ ໃນຮູບແບບເຊິ່ງໜ້າ ທີ່ມີຜູ້ເຂົ້າຮ່ວມເກີນຈໍານວນ 50 ທ່ານ, ໃນກໍລະນີໜ້ອຍກວ່າ 50 ທ່ານ ແມ່ນ ອະນຸຍາດໃຫ້ຈັດໄດ້ ຫຼື ຫຼຸດຈໍານວນລົງຍິ່ງດີ ໃຫ້ເນັ້ນໃສ່ກອງປະຊຸມທາງໄກເປັນຫຼັກ ແລະ ຕ້ອງຮັບປະກັນວ່າສະຖານທີ່ດັ່ງກ່າວບໍ່ແອອັດ ແລະ ສາມາດຮັກສາໄລຍະຫ່າງໄດ້ຢ່າງໜ້ອຍ 1 ແມັດ, ຜູ້ເຂົ້າຮ່ວມກອງປະຊຸມຈະຕ້ອງໄດ້ຮັບການກວດຫາເຊື້ອ COVID-19 ດ້ວຍເຄື່ອງກວດແບບໄວ ທີ່ໄດ້ຮັບການອະນຸມັດ ຈາກກະຊວງສາທາລະນະສຸກ ຫຼື ກວດດ້ວຍ RT-PCR;

3. ສະຖານການສຶກສາ ທີ່ໄດ້ເປີດການຮຽນ-ການສອນ ໃຫ້ສົມທົບກັບຄະນະສະເພາະກິດຂັ້ນທ້ອງຖິ່ນ ເພື່ອປະເມີນຄວາມສ່ຽງຄືນ ແລະ ໃຫ້ພິຈາລະນາການຈັດການຮຽນ-ການສອນຕາມສະພາບຕົວຈິງ ແຕ່ລະທ້ອງຖິ່ນ ແລະ ຕາມການອະນຸມັດຂອງຄະນະສະເພາະກິດຂັ້ນແຂວງ ແລະ ນະຄອນຫຼວງ ແລະ ໃຫ້ປະຕິບັດຕາມ 10 ມາດຕະການ ແລະ 40 ຂໍ້ແນະນຳ ເພື່ອປ້ອງກັນພະຍາດ COVID-19 ຢ່າງເຂັ້ມງວດ;

4. ໃຫ້ໂຈະການເປີດການຮຽນ-ການສອນແບບເຊິ່ງໜ້າ, ໃຫ້ຈັດການຮຽນ-ການສອນແບບທາງໄກ ໃນສະຖານການສຶກສາກ່ອນໄວຮຽນ ແລະ ຊັ້ນປະຖົມ ປີທີ 1 – ປີທີ 4 ທັງພາກລັດ ແລະ ເອກະຊົນ ໃນແຂວງ, ນະຄອນຫຼວງ ແລະ ໃນເຂດທີ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນຫຼາຍ;

5. ຫ້າມພະນັກງານ, ຄູອາຈານ, ນັກຮຽນ ນັກສຶກສາ ກິນເຂົ້າຮ່ວມກັນ ແລະ ຫຼີກລ່ຽງການນຳໃຊ້ ຖ້ວຍ, ບ່ວງ, ຈອກ ແລະ ສິ່ງຂອງ ທີ່ຄາດວ່າຈະ ເປັນແຫຼ່ງແຜ່ເຊື້ອພະຍາດ COVID-19 ໃນຂອບເຂດຄວາມຮັບຜິດຊອບຂອງແຕ່ລະບ່ອນ.

6. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງວຽງຈັນ ຊີ້ນຳ-ນຳພາ ນັກຮຽນ-ນັກສຶກສາໃນເກນອາຍຸ ໄດ້ຮັບວັກຊີນປ້ອງກັນພະຍາດ COVID-19 ໃນຂອບເຂດທົ່ວປະເທດ ໃຫ້ບັນລຸໄດ້ຕາມແຜນການຂອງກະຊວງສາທາລະນະສຸກ.

7. ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຜັນຂະຫຍາຍແຈ້ງການສະບັບນີ້ເປັນອັນລະອຽດ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ເປັນປົກກະຕິ. ພ້ອມດຽວກັນນີ້ ໃຫ້ຕິດຕາມແຈ້ງການຂອງຄະນະສະເພາະກິດສູນກາງ ແລະ ຂອງທ້ອງຖິ່ນຕົນເປັນປົກກະຕິ.

8. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ໃນກໍລະນີທີ່ມີການປ່ຽນແປງ ຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ຈະແຈ້ງໃຫ້ຊາບ ເປັນແຕ່ລະໄລຍະ.

ຮອງລັດຖະມົນຕີ

ຫົວໜ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ.

.

.

Featured, ຂ່າວສານບ້ານເມືອງ, ແຈ້ງການ​, ໂຄວິດ-19

Post navigation

Previous Post: ປັບລາຄານໍ້າມັນລົງຄັ້ງທໍາອິດປີ 2022
Next Post: ປະທານປະເທດ ຕ້ອນຮັບ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ

Related Posts

ເມືອງປະທຸມພອນ ປະກາດລັອກດາວ 4 ບ້ານ ວັນທີ 2-15 ກັນຍາ 2021 Featured
ທະນາຄານແຫ່ງ ສປປ ລາວ ອອກນະໂຍບາຍດ້ານສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກໂຄວິດ-19 Featured
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ I ສຳເລັດການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂ່າວສານບ້ານເມືອງ
ເສຍຊີວິດ 8 ຄົນ ຕິດເພີ່ມ 1333 ຄົນ Featured
ລາຍງານມື້ນີ້1170ຄົນສະຖິຕິໃໝ່ສູງທີ່ສຸດ Featured
ຖວທ ແຈ້ງການ ຂໍ້ຫ້າມເດັດຂາດ 5-30 ເມສາ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme