Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມວນອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ

Posted on 05/02/202205/02/2022 By ປະກາດ Pakaad No Comments on ມວນອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ

ພະຍາກອນອາກາດ ປະຈໍາວັນທີ 05/02/2022ເວລາ 7:00 ໂມງ

ມວນອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສ ລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນລົງ ຕື່ມອີກຢູ່ໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ສໍາລັບ ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດ ຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນ ເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 5/2/2022 ຫາເວລາ 7:00 ໂມງ ວັນທີ 6/2/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກ ໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 25% ຂອງພາກ. ອຸນຫະພູມໃນລະຫວ່າງ 07-24 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຈະໜາວເຢັນ ຫາ ໜາວເຢັນ ຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນ ລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນ ລະຫວ່າງ 06-30 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 17-29 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ . ອຸນຫະພູມໃນລະຫວ່າງ 15-30 ອົງສາ.

-ແຂວງໄຊສົມບູນ: ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 07-23 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມ ພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 19-33 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ຈະມີຝົນຕົກໃນ ລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 10%. ອຸນຫະພູມໃນລະຫວ່າງ 10-25 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ຕິດເຊື້ອເພີ່ມ 359 ເສຍຊີວິດໃໝ່ 4
Next Post: ລົມເຢັນຍັງປົກຄຸມທົ່ວປະເທດ ຮັກສາສຸຂະພາບແດ່ເດີພີ່ນ້ອງ

Related Posts

ເຊີນຊວນຜູ້ມີອາຍຸ 6 ປີຂຶ້ນໄປ ໄປສັກວັກຊີນກັນ ພະຍາດໂຄວິດ-19 ເຂັມ 1, ເຂັມ 2 ແລະ ເຂັມກະຕຸ້ນ Featured
ອາກາດຮ້ອນ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ Featured
ເພີ່ມອີກ 5 0 0 ກໍລະນີ ມີຊຸມຊົນ 4 7 1 Featured
ນໍ້ານົມແມ່ດີທີ່ສຸດສໍາລັບລູກ! ເພື່ອປະເທດຊາດມີປະຊາກອນທີ່ສຸຂະພາບແຂງແຮງສົມບູນ Featured
ລາຄານໍ້າມັນຂຶ້ນອີກແລ້ວຂຶ້ນຫຼາຍທີ່ສຸດເດີຮອບນີ້ Featured
ການພົບປະ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme