Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງການໃຫ້ຍົກເລີກ ຊື່ເອີ້ນນຳໜ້າທີ່ເປັນນາມມະຍົດ ຂອງພຣະສົງ

Posted on 20/01/202220/01/2022 By ປະກາດ Pakaad No Comments on ແຈ້ງການໃຫ້ຍົກເລີກ ຊື່ເອີ້ນນຳໜ້າທີ່ເປັນນາມມະຍົດ ຂອງພຣະສົງ

ແຈ້ງການເລື່ອງ: ການປ່ຽນແປງຊື່ເອີ້ນນຳໜ້າບຸກຄະລາກອນສົງ ພ້ອມດ້ວຍກາຈ້ຳປະທັບຊື່ ໃນຄະນະບໍລິຫານງານພຣະສົງ.

ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ນ້ອມນະມັດສະການແຈ້ງມາຍັງ ພຣະອາຈານ ປະທານ ອພສ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດຊາບວ່າ: ໃນກອງປະຊຸມໃຫຍ່ ຜູ້ແທນພຣະສົງທົ່ວ ປະເທດ ສະໄໝທີ VIII ກອງປະຊຸມໄດ້ມີການຮັບຮອງກ່ຽວກັບການປັບປຸງບາງມາດຕາ ຂອງ ທັມມະນູນສົງລາວ ທີ່ເຫັນວ່າຍັງບໍ່ສອດຄ່ອງກັບສະພາບການປັດຈຸບັນ.

ດັ່ງນັ້ນ ຈິ່ງຂໍນ້ອມນະມັດສະການໃຫ້ຊາບວ່າ:

1. ໃຫ້ຍົກເລີກ ຊື່ເອີ້ນນຳໜ້າທີ່ເປັນນາມມະຍົດຕາມ ມາດຕາ 36 ໃຫ້ໃຊ້ຊື່ເອີ້ນນຳໜ້າຕາມທີ່ເຄີຍ ປະຕິບັດມາວ່າ ພຣະອາຈານໃຫຍ່ ຫຼື ພຣະອາຈານ ຕາມຄວາມເໜາະສົມ.

2. ໃຫ້ຍົກເລີກ ການນຳໃຊ້ກາຈ້ຳປະທັບຊື່ເອີ້ນນຳໜ້າທີ່ເປັນນາມມະຍົດ ໃຫ້ໃຊ້ຊື່ເອີ້ນນຳໜ້າຕາມທີ່ເຄີຍ ປະຕິບັດມາວ່າ ພຣະອາຈານໃຫຍ່ ຫຼື ພຣະອາຈານ ຕາມຄວາມເໜາະສົມ.

ປລ: ອພສ ສູນກາງ

Featured, ຂ່າວສານບ້ານເມືອງ, ລັດຖະບານ, ແຈ້ງການ​

Post navigation

Previous Post: ຖືກໃຈຄົນມັກລ້ຽງໄກ່ແນ່ນອນ
Next Post: ເຕືອນການເດີນທາງ ທາງພູເກົ້າຫຼັກຍັງຫຍຸ້ງຍາກ

Related Posts

ເຟສບຸກສະໜັບສະໜູນຜູ້ປະກອບທຸລະກິດຈັດທ່ອງທ່ຽວທີ່ປອດໄພຈາກ ໂຄວິດ 19 Featured
ສະພາບໂຄວິດມື້ນີ້ນະຄອນຫຼວງຍັງໜັກກວ່າໝູ່ Featured
ແຂວງຫຼວງພະບາງອອກແຈ້ງການສະບັບໃໝ່ Featured
ແຂວງສະຫວັນນະເຂດ ແຈ້ງການ ເລື່ອງການຈັດງານບຸນປະເພນີບຸນເຂົ້າພັນສາ ປະຈຳປີ ພສ 2564 Featured
ແຈ້ງເຕືອນ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມແຮງ 18-19 ເມສາ 2022 Featured
ເດັກນ້ອຍອາຍຸ 5 ເດືອນຕິດໂຄວິດເສຍຊີວິດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme