Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລົດຕໍາຜາທາງພູເກົ້າຫຼັກ ເຈັບ 1 ເສຍຊີວິດ 1

Posted on 08/12/202108/12/2021 By ປະກາດ Pakaad No Comments on ລົດຕໍາຜາທາງພູເກົ້າຫຼັກ ເຈັບ 1 ເສຍຊີວິດ 1

ຫນ່ວຍກູ້ຊີບອົງການກາແດງລາວກວດ ຫຼວງພະບາງ ແຈ້ງໃຫ້ຮູ້ວ່າ ມີອຸບັດຕິເຫດຂັບຂີ່ລົດໃຫ່ຍ 6 ລໍ້ເສຍຫລັກຕຳໜ້າຜາ ຜູ້ບາດເຈັບສາຫັດ 1 ຄົນ, ເສຍຊີວິດຄາທີ01ຄົນ.

ໃນວັນທີ່ 07 ທັນວາ 2021 ເວລາ21:25ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີອຸບັດຕິເຫດ ຢູ່ບ້ານນາເມືອງ ເສັ້ນທາງພູເກົ້າຫຼັກ ເມືອງນານ ແຂວງຫລວງພະບາງ ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບ1ຄົນ ເພດຍິງ ແລະເສຍຊີວິດຄາທີ01ຄົນ ເພດຊາຍ.

ຜູ້ບາດເຈັບ ມີບາດແຜຈີີກຢູ່ຕາມໃບໜ້າ,ເລືອດອອກດັງ,ເລືອດອອກປາກ ແລະ ແຂນຫັກປິດເບື້ອງຊ້າຍ (ບໍ່ມີສະຕິ). ຈຶ່ງໄດ້ປະຖົມພະຍານ ແລ້ວນຳສົ່ງໂຮງໝໍແຂວງຫລວງພະບາງ.

ຜູ້ເສຍຊິວິດ ຊື່ທ້າວ ໂອລຳ ແກ້ວມະນີວົງ ບ້ານ ຄຳຮຸ່ງ ນະຄອນຫລວງ (ຍັງບໍ່ຮູ້ຍາດຕິພີ່ນ້ອງ). ດັ່ງນັ້ນທາງທີມງານຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງໜໍແຂວງ. ເພື່ອຕິດຕໍ່ໃຫ້ຍາດພີ່ນ້ອງມາຮັບເພືອເຮັດພິທີຕາມສາສະຫນາ

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຂອງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນນນນນ…🙏🙏🙏🙏

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625- ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.

ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດສາມາດບໍລິຈາກຜ່ານບັນຊີຂອງຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ

🚑050110001513810001🚑 ຊື່ບັນຊີ LAO RED CROSS LUANGPHABANG – PROVINCE RESCUE🚑🚑🚑ຕິດຕໍ່ເຂົ້າເບີ 0309211625

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ເພີ່ມຫຼາຍກວ່າເກົ່່າ 1378 ຄົນ ເສຍຊີວິດ 4
Next Post: ອາກາດອຸ່ນຂຶ້ນເລັກນ້ອຍ ແຕ່ຍັງເຢັນຫາໜາວເຢັນໃນຕອນເຊົ້າແລະຄໍ່າ

Related Posts

ຂ່າວດີແທ້ໆແຂວງຫົວພັນຜ່ອນຄາຍມາດຕະການ Featured
ສົງສານແມ່ຕູ້ທັງສອງ Featured
ລະວັງໄພພາຍຸດຽນມູ Dianmu 24-26 ກັນຍາ ພາກກາງພາກໃຕ້ Featured
ເວທີເຈລະຈາຈັບຄູ່ທຸລະກິດ ພາຍໃຕ້ຫົວຂໍ້ ໄທ-ລາວ ເຊື່ອມຕໍ່ການຄ້າໄຮ້ພົມແດນ Featured
ພະຍາກອນອາກາດ ປະຈໍາວັນທີ 25 ພຶດສະພາ 2022 Featured
ຍົກກາໝາຍຊາດໃສ່ຫໍສະພາແຫ່ງຊາດຫລັງໃໝ່ແລ້ວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme