Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອາກາດອຸ່ນຂຶ້ນເລັກນ້ອຍ ແຕ່ຍັງເຢັນຫາໜາວເຢັນໃນຕອນເຊົ້າແລະຄໍ່າ

Posted on 08/12/202108/12/2021 By ປະກາດ Pakaad No Comments on ອາກາດອຸ່ນຂຶ້ນເລັກນ້ອຍ ແຕ່ຍັງເຢັນຫາໜາວເຢັນໃນຕອນເຊົ້າແລະຄໍ່າ

ພະຍາກອນອາກາດ ວັນທີ 8 ທັນວາ 2021 ເວລາ 7:00 ໂມງ ເຖິງ 7:00 ໂມງ ວັນທີ 9 ທັນວາ 2021.

ມວນອາກາດໜາວເຢັນທີ່ປະເທດຈີນ ໄດ້ແຜ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງຈະໜາວເຢັນຫລາຍຢູ່ ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີ ໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 05-22 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ. ອຸນຫະພູມໃນ ລະຫວ່າງ 08-29 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 15-29 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 12-30 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 04-23 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດ ແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 15-31 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 08-25 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ລົດຕໍາຜາທາງພູເກົ້າຫຼັກ ເຈັບ 1 ເສຍຊີວິດ 1
Next Post: ຕິດເພີ່ມ 1209 ເສຍຊີວິດ 5 ປົວດີ 488

Related Posts

ມີ 52 ປໍ້າ ເປີດບໍລິການມື້ນີ້ ນະຄອນຫຼວງວຽງຈັນ Featured
ແຂວງຜົ້ງສາລີ ແຈ້ງມາດຕະການໃໝ່ ຮອດ 16/10/2021 Featured
ສຸນທອນພົດ ປະທານປະເທດ ໃນພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ Featured
ກອງປະຊຸມລັດຖະບານສະໄໝວິສາມັນປະຈໍາເດືອນກັນຍາ ໄດ້ຮັບຮອງທາງດ້ານຫຼັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ Featured
ຂະຫຍາຍທຸລະກິດ ດ້ວຍ “ວິທີແຟຣນຊາຍ” Featured
ພະຍາກອນອາກາດປະຈຳວັນທີ 31 ມີນາ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme