Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກດ້ວຍກໍາລັງປານກາງ ຫາແຮງ

Posted on 30/11/202130/11/2021 By ປະກາດ Pakaad No Comments on ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກດ້ວຍກໍາລັງປານກາງ ຫາແຮງ

ພະຍາກອນອາກາດ ວັນທີ 30 ພະຈິກ 2021 ເວລາ 7:00 ໂມງ ເຖິງ 7:00 ໂມງ ວັນທີ 1 ທັນວາ 2021.

ມວນອາກາດເຢັນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງ ເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາໜາວເຢັນຢູ່ໃນ ແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະ ດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ດ້ານຕາເວັນອອກ ແລະ ພາກໃຕ້.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 15% ຂອງພາກ. ອຸນຫະພູມໃນລະຫວ່າງ 08-21 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ບາງທ້ອງຖິ່ນໃນຕຫາໜາວເຢັນຫລາຍໂດຍສະເພາະຢູ່ເຂດອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 12-28 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນ ຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 18-30 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 15-30 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 08-22 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 20-28 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມຈະມີຝົນຕົກໃນລະດັບ ຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດ ຫລຶ ເນື້ອທີ່ການປົກຫຸ້ມຂອງ ຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 11-25 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ໂຄແວັກມອບວັກຊິນໃຫ້ ສປປລາວອີກ 6 ແສນກວ່າໂດສ
Next Post: USAID ຊ່ວຍເຫຼືອ 2,4 ລ້ານໂດລາເພື່ອສ້າງຄວາມເຂັ້ມແຂງໃນວຽກງານສັກວັກຊີນກັນ ໂຄວິດ-19 ໃນ ສປປ ລາວ

Related Posts

ກະຊວງ ຖວທ ມອບໃບຍ້ອງຍໍ ໃຫ້ທີມແພດໂຮງໝໍເດັກ ທີ່ໄດ້ຊ່ວຍເຫລືອສັກວັກແຊງ ໃຫ້ແກ່ພະນັກງານ Featured
ອາກາດຮ້ອນ ຫາ ຮ້ອນເອົ້າ ໃນຕອນບ່າຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພະຍາກອນອາກາດປະຈໍາວັນ
ບັດສະມາຊິກ ອິອອນ (AEON) ຊ່ວຍໃຫ້ລູກຄ້າໃຊ້ຈ່າຍປະຢັດກວ່າເກົ່າ ກັບຮ້ານຄ້າຄູ່ຮ່ວມທຸລະກິດ Featured
ຈັບຄູ່ທຸລະກິດອອນລາຍ ໄທ-ລາວ ຂະຫຍາຍຕະຫຼາດອອນລາຍ ຕອບຮັບເທນສັງຄົມ ຜູ້ທີ່ມີສູງອາຍຸອີກ ດ້ວຍລະບົບຕົວແທນ (ດ໋ອບຊິບ) ບໍ່ຕ້ອງສະຕ໋ອກສິນຄ້າ Featured
ປົວດີ 708 ຕິດໃໝ່ 1471 ເສຍຊີວິດ 11 Featured
ແຂວງຄໍາມ່ວນອອກຄໍາສັ່ງສະບັບໃໝ່ຮອດທ້າຍເດືອນທັນວາ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme