ອົງການ USAID ມອບເງິນຊ່ວຍເຫຼືອ 2,4 ລ້ານ ໂດລາສະຫະລັດ ໃຫ້ແກ່ ອົງການຢູນິເຊັບ ແລະ ອົງການອານາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ
ທຶນຊ່ວຍເຫຼືອດັ່ງກ່າວຈະເປັນການປະກອບສ່ວນເຂົ້າໃນວຽກງານການສັກວັກຊີນທົ່ວໄປ ເເລະ ວັກຊີນປ້ອງກັນພະຍາດໂຄວິດ-19 ຂອງ ກະຊວງສາທາລະນະສຸກ.
ນະຄອນຫຼວງວຽງຈັນ, ວັນທີ 29 ເດືອນພະຈິກ ປີ 2021 – ໃນມື້ນີ້, ສະຫະລັດ ອາເມລິກາ, ໂດຍຜ່ານອົງການ USAID, ໄດ້ປະກາດມອບເງິນຊ່ວຍເຫຼືອຈຳນວນ 2.4 ລ້ານໂດລາສະຫະລັດໃຫ້ແກ່ ອົງການຢູນິເຊັບ ແລະ ອົງການອານາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ ຢ່າງເປັນທາງການ.

ການສະໜັບສະໜູນດັ່ງກ່າວເເມ່ນຈະສຸມໃສ່ການກຽມຄວາມພ້ອມ ເເລະ ການຈັດຕັ້ງປະຕິບັດການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນ ສປປ ລາວ ພ້ອມດ້ວຍການຕິດຕາມອາການພາຍຫຼັງການສັກວັກຊີນ.
ເພື່ອເປັນການເປີດໂຄງການດັ່ງກ່າວ, ໄດ້ມີການຈັດຕັ້ງພິທີຢູ່ທີ່ກະຊວງສາທາລະນະສຸກ ເຊີ່ງເຂົ້າຮ່ວມໂດຍ ພະນະທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພະນະທ່ານ ດຣ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ທ່ານນາງ ບີອາເຕ ດາສ໌ເທວ, ຮອງຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ແລະ ດຣ. ຈູນ ກາວ, ວ່າການແທນຜູ້ຕາງໜ້າ ອົງການອານາໄມໂລກ ປະຈໍາ ສປປ ລາວ.
ກ່າວຄຳເຫັນໃນພິທີດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈມາຍັງອົງການ USAID ທີ່ໄດ້ໃຫ້ການຊ່ວຍເຫຼືອນີ້ ແລະ ຍັງກ່າວຊົມເຊີຍລັດຖະບານສະຫະລັດອາເມລິກາ, ອົງການຢູນິເຊັບ ແລະ ອົງການອານາໄມໂລກ ທີ່ໄດ້ໃຫ້ ການສະໜັບສະໜູນອັນລ້ຳຄ່າແກ່ປະຊາຊົນລາວໃນຊ່ວງການລະບາດຂອງພະຍາດ ໂຄວິດ-19. ທ່ານໄດ້ກ່າວວ່າ: “ຍ້ອນວ່າ ສປປ ລາວ ປະສົບກັບກໍລະນີ ໂຄວິດ-19 ໃນຊຸມຊົນຫຼາຍຂຶ້ນ, ສະນັ້ນຈື່ງຈໍາເປັນຕ້ອງເສີມສ້າງຄວາມເຂັ້ມແຂງໃນການສັກວັກຊີນຂອງພວກເຮົາ ເຊີ່ງກໍ່ຄືບູລິມະສິດອັນດັບໜຶ່ງຂອງລັດຖະບານໃນປະຈຸບັນ. ສະນັ້ນ ໂຄງການໃໝ່ນີ້, ເຊີ່ງໄດ້ຮັບການສະໜັບສະໜູນຈາກອົງການ USAID ແລະ ຈັດຕັ້ງປະຕິບັດໂດຍ ອົງການຢູນິເຊັບ ແລະ ອົງການອານາໄມໂລກ, ຈະເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຄວາມພະຍາຍາມຂອງພວກເຮົາໃນດ້ານນີ້ ແລະ ເພື່ອບັນລຸເປົ້າໝາຍການສັກວັກຊີນກັນພະຍາດຂອງພວກເຮົາ.”
ພະນະທ່ານ ດຣ. ປີເຕີ ເຮມອນ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ໄດ້ສະເເດງຄວາມຊົມເຊີຍຕໍ່ລັດຖະບານເເຫ່ງ ສປປ ລາວ ໃນຄວາມມານະພະຍາຍາມຮັກສາຄວາມປອດໄພຂອງປະຊາຊົນລາວ ພ້ອມທັງຍົກໃຫ້ເຫັນຜົນສຳເລັດລະຫວ່າງ ສະຫະລັດອາເມລິກາ, ສປປ ລາວ, ອົງການ ອະນາໄມໂລກ ແລະ ອົງການຢູນິເຊັບ. ທ່ານໄດ້ກ່າວວ່າ: “ການຊ່ວຍເຫຼືອຄັ້ງໃໝ່ນີ້ ໄດ້ສະທ້ອນໃຫ້ເຫັນເຖິງການເປັນຄູ່ຮ່ວມງານທີ່ແໜັ້ນແຟ້ນລະຫວ່າງລັດຖະບານ ແລະ ປະຊາຊົນຂອງສະຫະລັດອາເມລິກາ ແລະ ສປປ ລາວ. ມາຮອດປະຈຸບັນ, ສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜູນທຶນຈຳນວນທັ້ງໝົດ 13 ລ້ານກວ່າໂດລາສະຫະລັດ ແກ່ ສປປ ລາວ ເພື່ອຮັບມືກັບພະຍາດ ໂຄວິດ-19. ນອກເໜືອຈາກວຽກງານສາທາລະນະສຸກແລ້ວ, ສະຫະລັດອາເມລິກາ ຈະສືບຕໍ່ໃຫ້ການຊ່ວຍເຫຼືອເເກ່ ສປປ ລາວ ເພື່ອແກ້ໄຂຜົນກະທົບຈາກພະຍາດ ໂຄວິດ-19 ຕໍ່ລະບົບການສຶກສາ, ເສດຖະກິດ ແລະ ລະບຽບກົດໝາຍ. ການຊ່ວຍເຫຼືອທັງໝົດຂອງພວກເຮົາກໍ່ແມ່ນເພື່ອຊ່ວຍໃຫ້ ສປປ ລາວ ສາມາດຟື້ນຕົວຄືນ.”

ທຶນຈຳນວນ 1 ລ້ານໂດລາສະຫະລັດ ຂອງຈໍານວນທຶນທັງໝົດຈາກອົງການ USAID ນັ້ນເເມ່ນຈະປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ອົງການອານາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ເພື່ອຮັບປະກັນການສັກວັກຊີນທີ່ປອດໄພສຳລັບປະຊາຊົນລາວ.
ການຊ່ວຍເຫຼືອຄັ້ງນີ້ແມ່ນເພື່ອແນໃສ່ການສະໜັບສະໜູນວຽກງານການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍການເພີ່ມທະວີລະບຽບການເພື່ອຮັບປະກັນການຈັດຕັ້ງປະຕິບັດ ສິດອະນຸຍາດການນຳໃຊ້ແບບສຸກເສີນ (emergency use authorization) ຂອງວັກຊີນຕ່າງໆ, ສະໜັບສະໜູນການຈັດຊື້ວັດສະດຸ ແລະ ອຸປະກອນ ເພື່ອຊ່ວຍຕິດຕາມ ເເລະ ເເກ້ໄຂອາການຜົນຂ້າງຄຽງພາຍຫຼັງການສັກວັກຊີນ.
ນອກນັ້ນ, ການຈັດຕັ້ງປະຕິບັດໂຄງການຂອງ ອົງການອານາໄມໂລກ ຍັງຈະເນັ້ນໃສ່ການພັດທະນາອຸປະກອນການສຶກສາ ແລະ ການຈັດການຝຶກອົບຮົມໃຫ້ແກ່ພະນັກງານສາທາລະນະສຸກ ພ້ອມທັງປັບປຸງຄຸນນະພາບ ແລະ ການເຂົ້າເຖີງຂໍ້ມູນສໍາລັບການວາງແຜນ ກ່ຽວກັບການສັກວັກຊີນກັນພະຍາດ ໂຄວິດ-19 ເພື່ອຊ່ວຍໃຫ້ສາມາດເຂົ້າເຖິງປະຊາຊົນໃນເຂດຫ່າງໄກສອກຫຼີກທີ່ຢູ່ໃນກຸ່ມສ່ຽງເພື່ອໃຫ້ໄດ້ຮັບການສັກຢາວັກຊີນ.
ດຣ. ຈູນ ກາວ, ວ່າການແທນ ຜູ້ຕາງໜ້າ ອົງການອານາໄມໂລກ ປະຈໍາ ສປປ ລາວ, ກ່າວວ່າ: “ອົງການອານາໄມໂລກ ຂໍຂອບໃຈຢ່າງຍິ່ງຕໍ່ການປະກອບສ່ວນ ຈາກອົງການ USAID, ເຊີ່ງຈະຊ່ວຍປະກອບສ່ວນເຂົ້າໃນເປົ້າໝາຍລວມຂອງການເສີມສ້າງ ແລະ ຜັນຂະຫຍາຍວຽກງານການຕິດຕາມກວດກາຄວາມປອດໄພຂອງວັກຊີນ. ນອກຈາກນີ້ເເລ້ວ, ການປະກອບສ່ວນໃນຄັ້ງນີ້ຍັງຈະປັບປຸງຄຸນນະພາບຂອງຂໍ້ມູນກ່ຽວກັບການສັກວັກຊີນ ໂຄວິດ-19, ເຊິ່ງສາມາດນຳໃຊ້ກັບການວາງແຜນ, ຕິດຕາມ ແລະ ການຈັດຕັ້ງເພື່ອຮັບປະກັນວ່າ ປະຊາຊົນທີ່ມີຄວາມສ່ຽງທີ່ສຸດສາມາດໄດ້ຮັບການສັກວັກຊີນ.”
ຄຽງຄູ່ກັນກັບທຶນຈຳນວນ 1 ລ້ານໂດລາສະຫະລັດ ທີ່ມອບໃຫ້ແກ່ ອົງການອານາໄມໂລກ, ເງິນທຶນຈໍານວນ 1,4 ລ້ານໂດລາສະຫະລັດ ຂອງຈໍານວນທຶນທັງໝົດຈາກອົງການ USAID ນັ້ນເເມ່ນຈະປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ອົງການຢູນິເຊັບ ໃນການໃຫ້ຄໍາແນະນໍາດ້ານວິຊາການຕໍ່ລັດຖະບານ ກ່ຽວກັບການຕິດຕາມກວດກາ ລະບົບຄວາມເຢັນ ແລະ ການຂົນສົ່ງວັກຊີນ, ການສື່ສານກັບຊຸມຊົນເພື່ອສ້າງຄວາມເຂົ້າໃຈຕໍ່ການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ເເລະ ຕິດຕາມເຫດການປະຕິປັກພາຍຫຼັງການສັກວັກຊີນ. ນອກນີ້ ເເມ່ນຍັງຈະຊ່ວຍໃນການສະໜອງອຸປະກອນອະນາໄມໃຫ້ແກ່ສູນກັກກັນ ເພື່ອຮັບມືກັບຈຳນວນຄົນເຈັບທີ່ເພີ່ມຂຶ້ນ ແລະ ພົນລະເມືອງທີ່ກັບຄືນເຂົ້າ ສປປ ລາວ ຈາກຕ່າງປະເທດ.
ທ່ານນາງ ບີອາເຕ ດາສ໌ເທວ, ຮອງຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ ກ່າວວ່າ: “ພວກເຮົາຮູ້ວ່າການສັກວັກຊີນກັນພະຍາດແມ່ນເປັນເສົາຄ້ຳອັນສຳຄັນຂອງການຕອບໂຕ້ຕໍ່ພະຍາດ ໂຄວິດ-19 ໃນ ສປປ ລາວ ແລະ ເປັນກຸນແຈສຳຄັນໃນຄວາມພະຍາຍາມຂອງພວກເຮົາເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໃນຊຸມຊົນ ແລະ ສືບຕໍ່ຊ່ວຍເຫຼືອບັນດາຄອບຄົວໃນການຟື້ນຟູຈາກຜົນກະທົບອັນຮ້າຍແຮງຂອງມັນ. ດັ່ງນັ້ນ, ອົງການຢູນິເຊັບ ຍິນດີທີ່ຈະເປີດໂຄງການໃໝ່ນີ້ ໂດຍເນັ້ນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດການສັກວັກຊີນໃນ ສປປ ລາວ, ເຊີ່ງຍັງຈະສ້າງຜົນບວກຕໍ່ວຽກງານການສັກວັກຊີນທົ່ວໄປສຳລັບເດັກອີກດ້ວຍ. ພວກເຮົາຂໍຂອບໃຈຢ່າງຈິງໃຈທີ່ສຸດຕໍ່ອົງການ USAID ສໍາລັບການຊ່ວຍເຫຼືອຂອງພວກເຂົາ.”