Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂ່າວດີ! ລູກຄ້າທະນາຄານລາວກໍ່ສ້າງ ຈະໄດ້ຮັບເງິນຄືນ ພາຍໃນເດືອນສິງຫາ 2021

Posted on 14/07/202114/07/2021 By ປະກາດ Pakaad No Comments on ຂ່າວດີ! ລູກຄ້າທະນາຄານລາວກໍ່ສ້າງ ຈະໄດ້ຮັບເງິນຄືນ ພາຍໃນເດືອນສິງຫາ 2021

ໃນທ້າຍປີ 2019 ຜ່ານມາ, ກົມຄຸ້ມຄອງທະນາຄານທຸລະກິດ (ກຄທ) ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກແຈ້ງການໃຫ້ລູກຄ້າເງິນຝາກ ແລະ ເຈົ້າໜີ້ຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ເຂົ້າແຈ້ງຂໍ້ມູນເງິນຝາກ ແລະ ໜີ້ສິນຂອງຕົນ ຢູ່ທະນາຄານ ລາວກໍ່ສ້າງ ເພື່ອແກ້ໄຂບັນຫາທະນາຄານດັ່ງກ່າວ ທີ່ຕົກຢູ່ໃນພາວະຂາດສະພາບຄ່ອງ, ຂາດຄວາມໝັ້ນຄົງ, ທຫລ ມີຄວາມຈໍາເປັນເຂົ້າຄວບຄຸມ ເພື່ອແກ້ໄຂບັນຫາດັ່ງກ່າວ ຕາມລະບຽບກົດໝາຍ ໄດ້ກໍານົດໄວ້.

ຕໍ່ກັບບັນຫາດັ່ງກ່າວ, ໃນຕອນເຊົ້າ ຂອງວັນທີ 12 ກໍລະກົດ 2021  ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງທະນາຄານ ທຸລະກິດ ທຫລ ໄດ້ເປີດເຜີຍຢ່າງເປັນທາງການ ຕໍ່ສື່ມວນຊົນ ກ່ຽວກັບການເບີກຈ່າຍເງິນຝາກ ຂອງລູກຄ້າ ເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດ ໂດຍອີງຕາມຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຄຸ້ມຄອງຊັບສິນ ແລະ ດໍາເນີນຄະດີທະນາຄານ ລາວກໍ່ສ້າງ ຈໍາກັດ ສະບັບເລກ ທີ 689/ທຫລ ລົງວັນທີ 03 ທັນວາ 2020 ແລະ ອີງຕາມຂໍ້ຕົກລົງ ວ່າດ້ວຍການຈ່າຍຄືນເງິນຝາກ ໃຫ້ລູກຄ້າເງິນຝາກ ສະບັບເລກທີ 09/ຄຊ. ທລກ ລົງວັນທີ 30 ມິຖຸນາ 2021.

ປະຈຸບັນ, ທຫລ ກະກຽມ ຈ່າຍຄືນເງິນຝາກ ໃຫ້ແກ່ລູກຄ້າເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດ. ສຳລັບການຈ່າຍຄືນເງິນຝາກ ແມ່ນອີງຕາມຈໍານວນເງິນ ຕົວຈິງ ທີ່ສາມາດເກັບກູ້ຊັບສິນຂອງທະນາຄານຮອດປະຈຸບັນ ໂດຍການນໍາໃຊ້ຖານຕົວເລກເງິນຝາກຮອດມື້ ທີ່ທະນາຄານດັ່ງກ່າວ ຖືກຄວບຄຸມໃນວັນທີ 22 ພະຈິກ 2019 ໂດຍຈະຈ່າຍຕົ້ນທຶນກ່ອນ 80% ດ້ວຍການໂອນຊໍາລະຄືນເຂົ້າບັນຊີເງິນຝາກຂອງລູກ ຄ້າທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ເປີດໄວ້ຢູ່ທະນາຄານທຸລະກິດຂອງລັດ (ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ, ທະ ນາຄານ ພັດທະນາລາວ ແລະ ທະນາຄານ ສົ່ງເສີມກະສິກໍາ), ສ່ວນທີ່ເຫຼືອ ແມ່ນຈະໄດ້ເບີກຈ່າຍເພີ່ມຕື່ມພາຍຫຼັງທີ່ສານໄດ້ຕັດສິນ ແລະ ການປະຕິບັດຕາມຄໍາຕັດສິນຂອງສານ.

ທ່ານຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ທຫລ ຮຽກຮ້ອງມາຍັງລູກຄ້າເງິນຝາກ ຂອງທະນາຄານ ລາວກໍ່ ສ້າງ ຈໍາກັດ ປະຕິບັດຄື:

– ສໍາລັບລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ມີບັນຊີເງິນຝາກເປີດໄວ້ຢູ່ທະນາຄານທຸ ລະກິດຂອງລັດແລ້ວ ກໍໃຫ້ໄປສະໜອງຂໍ້ມູນເງິນຝາກຂອງຕົນ ແລະ ປະກອບເອກະສານໃນການເບີກຈ່າຍເງິນຕາມການແນະນໍາ ຂອງຄະນະຮັບຜິດຊອບຢູ່ທະນາຄານ ລາວກໍ່ສ້າງ ຈໍາກັດ (ພ້ອມກັນນັ້ນ ໃຫ້ກຽມເອກະສານ ເພື່ອມາຢັ້ງຢືນຄວາມຖືກຕ້ອງຂອງ ເງິນຝາກ ຄື: ປື້ມບັນຊີເງິນຝາກ, ບັດປະຈໍາໂຕ, ໜັງສືຜ່ານແດນ ຫຼື ປຶ້ມ ສໍາມະໂນຄົວ).

– ສໍາລັບລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງຈໍາກັດ ທີ່ຍັງບໍ່ທັນໄດ້ເປີດບັນຊີນໍາທະນາຄານທຸລະກິດຂອງລັດ ກໍ່ໃຫ້ໄປເປີດບັນຊີເງິນຝາກນໍາທະນາຄານທຸລະກິດຂອງລັດ ໂດຍແຈ້ງຈຸດປະສົງຂອງການເປີດບັນຊີ ແມ່ນເພື່ອຮອງຮັບການຊໍາລະຄືນເງິນຝາກຂອງຕົນ ທີ່ໄດ້ຝາກໄວ້ນໍາທະນາຄານ ລາວກໍ່ສ້າງ ຈໍາກັດ.

– ໃຫ້ລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງຈໍາກັດ ໄປສະໜອງຂໍ້ມູນເງິນຝາກຂອງຕົນ ທີ່ທະນາ ຄານ ລາວກໍ່ສ້າງ ຈໍາກັດ ດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂ້າງເທິງ ນັບແຕ່ວັນທີ 12 ຫາ 30 ກໍລະກົດ 2021.

ທ່ານ ອາລຸນ ບຸນຍົງ ຢືນຢັນວ່າ: ການເບີກຈ່າຍເງິນຄືນແມ່ນ ທຫລ ຈະໂອນເງິນ ຜ່ານທະນາຄານທຸລະກິດລັດ 3 ແຫ່ງ ເພື່ອເຂົ້າບັນຊີເງິນຝາກ ຂອງລູກຄ້າພ້ອມກັນທັງໝົດ ຕາມຂໍ້ມູນທີ່ລູກຄ້າມາແຈ້ງໄວ້ກັບຄະນະຮັບຜິດຊອບ ແລະ ຈະຈ່າຍໃຫ້ສຳເລັດພາຍຫຼັງ ທີ່ລູກຄ້າມາແຈ້ງຂໍ້ມູນຄົບຖ້ວນ ເຊິ່ງຈະໃຫ້ສຳເລັດພາຍໃນເດືອນສິງຫາ 2021 ນີ້.

ຫາກລູກຄ້າທີ່ຝາກເງິນຢູ່ ທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ຢາກຊອບຖາມຂໍ້ມູນເພີ່ມເຕີມ ກະລຸນາໂທຕິດຕໍ່ ມາຍັງຄະນະຮັບຜິດຊອບການເບີກຈ່າຍເງິນຝາກ ຂອງລູກຄ້າເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດໄດ້ ທີ່ເບີໂທລະສັບ 030 9336690; 030 9338065; 030 9335094 ຕາມໂມງລັດຖະການ ແລະ ຂໍໃຫ້ທຸກທ່ານ ຈົ່ງປະຕິບັດຕາມມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ຂອບໃຈເປັນຢ່າງສູງ! ອາເມລິກາ ບໍລິຈາກ ວັກຊິນ ໃຫ້ ສປປລ ລາວ 1.008.000 ໂດສ
Next Post: ຂ່າວດີ! ບ້ານແດງນະຄອນຫຼວງ ບໍ່ມີແລ້ວ! ແຕ່ທົ່ວປະເທດມີຄົນຕິດເຊື້ອນໍາເຂົ້າ 75 ຄົນ

Related Posts

ປັບໃໝໜັກ ໃຜລັກຕໍ່ໄຟຟ້າ ຫຼື ດັດແປງໝໍ້ນັບໄຟ Featured
ສະພາບໂຄວິດມື້ນີ້ເພີ່ມຂຶ້ນຫຼາຍໂດຍສະເພາະນະຄອນຫຼວງວຽງຈັນ Featured
ແຂວງບໍ່ແກ້ວໂຈະການນໍາເຂົ້າໝູແລະຜະລິດຕະພັນໝູ ຊົ່ວຄາວ ຈາກຫຼວງນໍ້າທາແລະໄທ ຂ່າວສານບ້ານເມືອງ
ສະຫວັນນະເຂດຕົວເລກຕິດເຊື້ອສູງທີ່ສຸດມື້ນີ້ Featured
ພີທີທີ ລາວ ຊີ້ແຈ້ງ ກໍລະນີປໍ້າ ວຽງຈະເລີນ ເປັນການກະທໍາ ໂດຍພາລະການ Featured
ທຸກຄົນຕ້ອງຍົກລະດັບປ້ອງກັນຕົນເອງແລະຄອບຄົວຈາກໂຄວິດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme