Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຂວງຫລວງພະບາງ ທຳລາຍຢາເສບຕິດແລະອຸປະກອນການເສບຢາຈໍານວນຫຼາຍ

Posted on 12/10/202012/10/2020 By ປະກາດ Pakaad No Comments on ແຂວງຫລວງພະບາງ ທຳລາຍຢາເສບຕິດແລະອຸປະກອນການເສບຢາຈໍານວນຫຼາຍ

ວັນທີ 12 ຕຸລາ 2020 ຢູ່ເດີ່ນກິລາໃນຮົ່ມ ບ້ານນາສ້າງເຫວີຍ ນະຄອນຫລວງພະບາງ ອົງການປົກຄອງ ແຂວງຫລວງພະບາງ ຈັດພິທີສະເຫຼີມສະຫຼອງ ວັນແຫ່ງຊາດຕ້ານຢາເສບຕິດ ວັນທີ່ 12 ຕຸລາ ຄົບຮອບ 19 ປີ ໂດຍການເຂົ້າ ຮ່ວມຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫລວງພະບາງ.

ທ່ານ ວົງສະຫວັນ ເທບພະຈັນ ມີຄຳເຫັນວ່າ: ໃນໄລ ຍະຜ່ານມາ, ພັກ ແລະລັດຖະບານ, ກໍ່ຄືອົງການປົກຄອງທຸກຂັ້ນໃນທົ່ວແຂວງ ໄດ້ຖືເອົາວຽກງານສະກັດກັ້ນ ຕ້ານ ແລະແກ້ໄຂບັນຫາຢາເສບຕິດ ເປັນບູລິມະສິດໜຶ່ງທີ່ສໍາຄັນໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ໃນນັ້ນ ໄດ້ຖື ເອົາການສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າຮັບຮູ້, ເຂົ້າ ໃຈຢ່າງຖືກຕ້ອງກ່ຽວກັບຜົນຮ້າຍຂອງຢາເສບຕິດ, ລວມທັງແນວທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດກ່ຽວ ກັບບັນຫາຢາເສບຕິດ, ທັງໄດ້ຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ, ທົດແທນການປູກຝິ່ນ, ພ້ອມທັງໄດ້ປິ່ນປົວ, ຟື້ນຟູສຸຂະພາບ ແລະຝຶກວິຊາຊີບຜູ້ຖືກເຄາະຮ້າຍຈາກຢາເສບຕິດ, ເອົາໃຈໃສ່ສ້າງບ້ານ, ສະຖາບັນການສຶກສາ, ກົມກອງ, ຫົວໜ່ວຍທຸລະ ກິດ ໃຫ້ປອດຈາກຢາເສບຕິດ, ແຕ່ປະກົດການຫຍໍ້ທໍ້ດ້ານຢາເສບຕິດພາຍໃນແຂວງຍັງມີທ່າອ່ຽງເພີ່ມຂື້ນ ຍ້ອນທຸກພາກສ່ວນໃນສັງຄົມຍັງບໍ່ມີສ່ວນຮ່ວມໃນການຕ້ານ ແລະສະກັດກັ້ນໄດ້ດີເທົ່າທີ່ຄວນ.

ໃນສົກ 2019-2020 ອົງການໄອຍາການປະຊາຊົນແຂວງ ໄດ້ຖະແຫລງສັ່ງຟ້ອງຄະດີຢາເສບຕິດຂື້ນສານມີ 244 ເລື່ອງ, ມີຜູ້ຖືກຫາ 247 ຄົນ, ຍີງ 23 ຄົນ, ໃນນັ້ນ ສານປະຊາຊົນແຂວງໄດ້ທຳການຕັດສີນໃຊ້ໄດ້ຢ່າງເດັດຂາດແລ້ວ ມີ 161 ເລື່ອງ, ມີນັກໂທດ 182 ຄົນ, ຍີງ 15 ຄົນ, ໃນນີ້ ຕັດສິນປະຫານຊີວິດ 4 ຄົນ, ຕັດສີນຕະຫລອດຊີວິດມີ 9 ຄົນ, ມີຂອງກາງປະເພດຢາບ້າ 103.125 ເມັດ, ເຮໂລອີນ 400 ກຣາມ, ຢາໄອສ໌ 320,3 ກຣາມ, ກັນຊາແຫ້ງ 138,4 ກຣາມ, ຄາເຟອີນ 418,65 ກຣາມ, ສານເຄມີ 1,3 ກຣາມ, ແປ້ງຟຸ່ນສີຂາວ 6,41 ກຣາມ, ແປ້ງຟຸ່ນສີແດງ 0,90 ກຣາມ, ຢາຟີ່ນ 679,61 ກຣາມ, ແກ່ນຟີ່ນ 400 ກຣາມ, ລວມທັງອຸປະກອນການເສບຢາ ແລະສິ່ງຫຸ້ມຫໍ່ ເຊີ່ງໄດ້ນຳມາທຳລາຍໃນພິທີສະເຫລີມສະຫລອງ ຍົກເວັ້ນຢາຟີ່ນ ເພາະຈະນຳໃຊ້ເຂົ້າທາງວິທະຍາສາດການແພດໃນຂັ້ນຕໍ່ໄປ.

ຫລັງຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນຈູດທຳລາຍຢ່າງເປັນທາງການ.

ໂດຍ: ອາພຸດເດດ ບຸບຜາ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ການພັດທະນາວຽກງານສຶກສາຢູ່ແຂວງຫຼວງພະບາງ ມີຫລາຍຢ່າງຕ້ອງໄດ້ປັບປຸງໃຫ້ດີຂຶ້ນ
Next Post: ຄໍາແນະນໍາ ສຳລັບຜູ້ທີ່ຈະເດີນທາງມາຈາກປະເທດທີ່ບໍ່ມີການລະບາດຂອງພະຍາດ COVID-19

Related Posts

ມື້ນີ້! ຊຸມຊົນ +19 ນໍາເຂົ້າ + 265 Featured
ພະຍາກອນອາກາດ ເຊົ້າວັນທີ 17 ກໍລະກົດ 2021 Featured
ຮ້ອນໝົດມື້ ແຕ່ບາງເຂດຈະມີຝົນແລະລົມ Featured
ຂໍ້ມູນປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ ທັງສອງ ຂອງວັນທີ 20 ເມສາ 2021 Uncategorized
ພະແນກ ຖວທ ແຂວງຫລວງພະບາງ ມອບອຸປະກອນການແພດໃຫ້ໂຮງໝໍແຂວງ ຂ່າວສານບ້ານເມືອງ
ເມືອງຜາອຸດົມ ເກີດເຫດການງົວຕາຍກະທັນຫັນ 5 ໂຕ ແບບບໍ່ຮູ້ສາເຫດ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme