Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ການນໍາ ປກສ ເຂົ້າອວຍພອນ ການນໍາ ປ້ອງກັນປະເທດ

Posted on 18/01/202218/01/2022 By ປະກາດ Pakaad No Comments on ການນໍາ ປກສ ເຂົ້າອວຍພອນ ການນໍາ ປ້ອງກັນປະເທດ

ໃນວັນທີ 17 ມັງກອນ 2022 ນີ້, ທີ່ກະຊວງປ້ອງກັນປະເທດ, ການນຳກະຊວງປ້ອງກັນຄວາມ ສະຫງົບນຳໂດຍ ສະຫາຍ ພົນ ເອກ ວິໄລ ຫຼ້າຄຳຟອງ ລັດຖະ ມົນຕີກະຊວງປ້ອງກັນຄວາມສະ ຫງົບ ພ້ອມດ້ວຍຄະນະໄດ້ນຳເອົາ ກະຕ່າດອກໄມ້ ແລະ ກະຕ່າຂອງ ຂວັນເຂົ້າອວຍພອນຄະນະນຳ ກະຊວງປ້ອງກັນປະເທດ ໃຫ້ກຽດ ຕ້ອນຮັບໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງ ນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະທດ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ຕາງໜ້າ ໃຫ້ພະນັກງານ-ນັກຮົບໃນທົ່ວກຳ ລັງປ້ອງກັນຄວາມສະຫງົບ ກ່າວ ຄໍາອວຍພອນໄຊອັນປະເສີດແກ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະນຳ ກະຊວງປ້ອງກັນປະເທດເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ ແລະ ຜ່ານສະຫາຍໄປຍັງພະນັກ ງານ-ນັກຮົບ ໃນຂອບເຂດທົ່ວ ປະເທດ ທີ່ກຳລັງປະຕິບັດໜ້າທີ່ ວຽກງານກໍຄືຜູ້ທີ່ກຳລັງພະຍາ ບານຕົວຢູ່ໃນໂຮງໝໍຂໍໃຫ້ທຸກສະ ຫາຍພ້ອມດ້ວຍຄອບຄົວ ຈົ່ງມີສຸ ຂະພາບແຂງແຮງ, ມີຄວາມຜາ ສຸກ ແລະ ປະສົບຜົນສຳເລັດໃນໜ້າ ທີ່ວຽກງານທີ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

ໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາ ລາດ ຕາງໜ້າໃຫ້ຄະນະນຳກະ ຊວງປ້ອງກັນປະເທດ ກໍຄືນາຍ ແລະ ພົນທະຫານສະແດງຄວາມ ຂອບໃຈຕໍ່ການນຳກະຊວງປ້ອງ ກັນຄວາມສະຫງົບ ທີ່ຍາມໃດ ກໍມີຄວາມເປັນຫ່ວງເປັນໄຍ, ໃກ້ຊິດຕິດແທດ, ໃຫ້ການພົວ ພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດມາ, ສອງກຳ ລັງປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບແມ່ນກຳລັງສຳ ຄັນຂອງຊາດ ເຊິ່ງໃນສະເພາະໜ້າ ແລະ ຍາວນານ ຍິ່ງມີຄວາມຈໍາ ເປັນຕ້ອງເພີ່ມທະວີການປະສານ ງານພົວພັນຮ່ວມມື ແລະ ຊ່ວຍ ເຫຼືອເຊິ່ງກັນ ແລະ ກັນໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນເພື່ອຄວາມໝັ້ນຄົງ ຂອງປະເທດຊາດ, ຄວາມສົມບູນ ພູນສຸກຂອງປະຊາຊົນ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງ ຄົມ.

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ໃໝ່ຫຼ້າສຸດເງື່ອນໄຂຄົນເຈັບໂຄວິດປົວດີອອກໂຮງໝໍໄດ້
Next Post: ເຕືອນການເດີນທາງ ເສັ້ນທາງພູເກົ້າຫຼັກເປເພໜັກ

Related Posts

ສະພາບໂຄວິດມື້ນີ້ຕິດເພີ່ມ 916 ເສຍຊີວິດ 7 Featured
ຕິດເຊື້ອໃໝ່ 1.317 ປົວດີອອກໂຮງໝໍ 34 Featured
ດີໃຈບໍ່ ນະຄອນຫຼວງວຽງຈັນ ເປີດຂາຍນໍ້າມັນ 70 ປໍ້າມື້ນີ້ Featured
ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ສະຖາບັນການເງິນ ຊັບທະວີ ລົງນາມນໍາໃຊ້ ຜະລິດຕະພັນຂອງ M Money Featured
ເສຍຊີວິດໃໝ່ 7 ຄົນ ຕິດໃໝ່ 929 ຄົນ Featured
ຕິດເຊື້ອໃໝ່ 1083 ຄົນ ເສຍຊີວິດໃໝ່ 2 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme