Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອາກາດຍັງຈະເຢັນຫາໜາວເຢັນຢູ່ໃນແຕ່ລະພາກ

Posted on 28/11/202128/11/2021 By ປະກາດ Pakaad No Comments on ອາກາດຍັງຈະເຢັນຫາໜາວເຢັນຢູ່ໃນແຕ່ລະພາກ

ພະຍາກອນອາກາດ ວັນທີ 28 ພະຈິກ 2021 ເວລາ 7:00 ໂມງ ເຖິງ 7:00 ໂມງ ວັນທີ 29 ພະຈິກ 2021

ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາແຮງ, ສົມທົບກັບກະແສລົມຕາເວັນອອກ-ຕາ ເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນຢູ່ໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາປານກາງ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນແຂວງພາກໃຕ້.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 09-22 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາໜາວເຢັນ ພ້ອມມີໝອກ ໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 14-29 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນ ຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 19-31 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 16-30 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ແລະ ມີລົມພັດແຮງເປັນບາງ ໂອກາດ. ອຸນຫະພູມໃນລະຫວ່າງ 11-24 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 19-30 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມຈະມີຝົນຕົກໃນລະດັບ ຄ່ອຍ ຫາປານກາງ ແລະ ມີລົມພັດແຮງເປັນບາງໂອກາດ ຫລຶ ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 13-26 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ເສຍຊີວິດ 7 ຄົນ ຕິດເພີ່ມ 1491 ຄົນ
Next Post: ເມືອງທຸລະຄົມຕະລຸມບອນສັກວັກຊິນຮອດເຮືອນໃຫ້ປະຊາຊົນ

Related Posts

ຕິດເຊື້ອໃໝ່ 1083 ຄົນ ເສຍຊີວິດໃໝ່ 2 Featured
ລັດຖະບານລາວ ຮ່ວມມືກັບ ອົງການສາກົນ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ Featured
ຖວທ ອອກຄໍາແນະນໍາ ໃນການຮັບນັກທ່ອງທ່ຽວເຂົ້າ ສປປລາວ Featured
ໜັກໜ່ວງຈາກໄປພ້ອມກັນສີ່ຄົນທີ່ນະຄອນວຽງຈັນ Featured
ເຟສບຸກສະໜັບສະໜູນຜູ້ປະກອບທຸລະກິດຈັດທ່ອງທ່ຽວທີ່ປອດໄພຈາກ ໂຄວິດ 19 Featured
ສສຊ ສໍາເລັດການພິຈາລະນາວຽກງານຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme