Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເມືອງປາກທາແກ້ຕົ້ນເຫດເລີຍຮ້ານໃດຂາຍເຫຼົ້າເບຍໂທດໜັກ

Posted on 27/10/202127/10/2021 By ປະກາດ Pakaad No Comments on ເມືອງປາກທາແກ້ຕົ້ນເຫດເລີຍຮ້ານໃດຂາຍເຫຼົ້າເບຍໂທດໜັກ

ເພື່ອປະຕິບັດຕາມຄໍາສັ່ງຂອງຄະນະສະເພາະກິດ ເມືອງປາກທາ ແຂວງບໍ່ແກ້ວ ເລກທີ່ 700/ສພກ,ບກ, ລົງວັນທີ 25 ຕຸລາ 2021 ວ່າດ້ວຍການເພີ່ມທະວີ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ພາຍໃນເມືອງປາກທາ,

ເພື່ອເຮັດໃຫ້ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ ກໍ່ຄືເມືອງປາກທາ ໃຫ້ຫລຸດນ້ອຍຖອຍລົງ ແລະ ປ້ອງກັນການແຜ່ເຊື້ອພະຍາດໄປເປັນວົງກວ້າງ.

ໃນວັນທີ 26 ຕຸລາ 2021ນີ້, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກທາ ແຂວງບໍ່ແກ້ວ ສົມທົບກັບ ປກສ ເມືອງ ໄດ້ລົງກວດກາບັນດາຮ້ານບໍລິການຈຳໜ່າຍເບຍ ພ້ອມທັງເຮັດບົດບັນທຶກ ກັບເຈົ້າຂອງຮ້ານ, ນໍາໂດຍທ່ານ ສູນທອນ ສີຟອງສັກ ຮອງຫົວໜ້າຫ້ອງການ ຖວທ ເມືອງ ແລະ ທີມງານເຈົ້າໜ້າທີ່ ປກສ ແລະ ຜູ້ບໍລິການຈຳໜ່າາຍທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການລົງກວດກາບັນດາຮ້ານບໍລິການຈຳໜ່າຍເບຍໃນຄັ້ງນີ້, ທາງທີມງານແມ່ນໄດ້ຜ່ານຄໍາສັ່ງ ຂອງຄະນະສະເພາະກິດ ແຂວງບໍ່ແກ້ວ ເລກທີ 201/ສພກ,ບກ, ລົງວັນທີ 25 ຕຸລາ 2021 ວ່າດ້ວຍການເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ພາຍໃນເມືອງປາກທາ,

ພ້ອມທັງສ້າງບົດບັນທຶກໄວ້ກັບເຈົ້າຂອງຮ້ານ ຢຸດບໍລິການຂາຍເບຍຊົ່ວຄາວ ຈົນກວ່າຈະມີມາດຕະການຜ່ອນຜັນ, ຖ້າຫາກມີການລະເມີດ ຫຼື ບໍ່ປະຕິບັດຕາມຄຳສັ່ງຂອງຄະນະສະເພາະກິດຄວບຄຸມ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຂອງແຂວງ, ເມືອງ ວາງອອກແລ້ວຈະໄດ້ປະຕິບັດຕາມລະບຽບກົດໝາຍ.

ພາບ-ຂ່າວ: ວັນນະເດດ

Featured, ໂຄວິດ-19

Post navigation

Previous Post: ເພີ່ມໃໝ່733ຄົນໃນ12ແຂວງ
Next Post: ຂົນລັງເບຍບັງໜ້າທາງໃນຍັດຢາຫຼາຍສິບລ້ານເມັດທີ່ບໍ່ແກ້ວ (ມີຄລິບ)

Related Posts

ໜາວເຢັນຫາໜາວເຢັນຫລາຍໃນແຂວງພາກເໜືອແລະເຂດພູພຽງບໍລະເວນ Featured
ປັບລາຄານໍ້າມັນຂຶ້ນອີກຄັ້ງທົ່ວປະເທດ ເລີ່ມ 28 ມັງກອນ 2022 Featured
ກອງປະຊຸມລັດຖະບານ ຊຸດທີ IX ເປີດກວ້າງຄັ້ງທີ I ປຶກສາຫາລືຫຼາຍບັນຫາສຳຄັນຂອງຊາດ Featured
ສາທາແຂວງຫຼວງພະບາງແຈ້ງການສັກຢາວັກຊິນໃຫ້ເດັກ 12 ປີ ຂຶ້ນໄປແລະ ວັກຊິນເຂັມ 3 Featured
ໂຄວິດຍັງສືບຕໍ່ລະບາດໃນຊຸມຊົນເປັນວົງກວ້າງໃນ 11ແຂວງ Featured
ປະຫວັດຫຍໍ້ຜູ່ສະໝັກເລືອກຕັ້ງ ສສຊ ແຕ່ລະແຂວງ ອ່ານໃຫ້ລະອຽດ ແລ້ວໄປໃຊ້ສິດເລືອກຕັ້ງໃນວັນທີ 21 ກຸມພາ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme