Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງຂ່າວມໍລະນະກຳ ທ່ານ ນາງ ໄມຕຼີ ສຸພານຸວົງ (ລູກຄົນທີ 9 ຂອງ ປະທານ ສຸພານຸວົງ)

Posted on 04/06/202204/06/2022 By ປະກາດ Pakaad No Comments on ແຈ້ງຂ່າວມໍລະນະກຳ ທ່ານ ນາງ ໄມຕຼີ ສຸພານຸວົງ (ລູກຄົນທີ 9 ຂອງ ປະທານ ສຸພານຸວົງ)

ແຈ້ງຂ່າວມໍລະນະກຳ

ທ່ານ ນາງ ໄມຕຼີ ສຸພານຸວົງ, ລູກຄົນທີ 9 ຂອງ ປະທານ ສຸພານຸວົງ

ຫ້ອງວ່າການສູນກາງພັກ, ຄອບຄົວສຸພານຸວົງ, ທ່ານ ດວງແກ້ວ ນໍລະສິງ ພ້ອມດ້ວຍລູກຫຼານຍາດຕິພີ່ນ້ອງ ຂໍແຈ້ງຄວາມເສົ້າສະຫຼົດໃຈມາຍັງການຈັດຕັ້ງພັກ-ລັດ, ເພື່ອນມິດສະຫາຍ, ຍາດຕິພີ່ນ້ອງ ທີ່ຢູ່ໃກ້ ແລະ ຢູ່ໄກ ຊາບທົ່ວເຖິງກັນວ່າ: ທ່ານ ນາງ ໄມຕຼີ ສຸພານຸວົງ, ລູກຄົນທີ 9 ຂອງ ປະທານ ສຸພານຸວົງ; ອະດີດພະນັກງານບຳນານ ຫ້ອງວ່າການສູນກາງພັກ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 3/6/2022, ເວລາ 23 ໂມງ 45 ນາທີ, ດ້ວຍພະຍາດຂອງຜູ້ກ່ຽວ, ລວມອາຍຸໄດ້ 67 ປີ, ປັດຈຸບັນສົບຂອງເພິ່ນໄດ້ບຳເພັນກຸສົນຢູ່ທີ່ ສະໂມສອນສູນກາງພັກ (ຫຼັກ 6), ບ້ານສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

  • ວັນຊາປະນາກິດສົບ (ມື້ສົ່ງສະການ) ວັນອັງຄານ ທີ 7/6/2022, ເວລາ 13 ໂມງ 00 ນາທີ, ທີ່ ວັດເທບນິມິດ (ທາດຝຸ່ນ).
  • ວັນພຸດ ທີ 8/6/2022, ເປັນມື້ຫ້າງຫາກະກຽມຕັ້ງກອງບຸນ, ທີ່ ສະໂມສອນສູນກາງພັກ (ຫຼັກ 6).
  • ວັນພະຫັດ ທີ 9/6/2022, ເປັນມື້ຕັກບາດ ຖວາຍສັງຄະທານ (ພຣະ 9 ອົງ), ທີ່ ສະໂມສອນສູນກາງພັກ (ຫຼັກ 6).
    ດັ່ງນັ້ນ, ຈິ່ງແຈ້ງຂ່າວມາຍັງການຈັດຕັ້ງພັກ-ລັດ, ເພື່ອນມິດສະຫາຍ, ຍາດຕິພີ່ນ້ອງ ມາຮ່ວມອົບອຸ່ນ ແລະ ກິນທານນຳພວກຂ້າພະເຈົ້າດ້ວຍ.
Featured, ຂ່າວສານບ້ານເມືອງ

Post navigation

Previous Post: ສານຂອງທ່ານ ນາຍົກລັດຖະມົນຕີ ເນື່ອງໂອກາດວັນສິ່ງແວດລ້ອມໂລກ
Next Post: ມີ 52 ປໍ້າ ເປີດບໍລິການມື້ນີ້ ນະຄອນຫຼວງວຽງຈັນ

Related Posts

ແຈ້ງຂ່າວ ປິດການສັນຈອນຊົ່ວຄາວທາງແບ່ງນາໂພ ຈຸດບ້ານໂພນສະຫວ່າງ ຫາ ສາມແຍກໂພນໂຮງ 29/7/2021 Featured
ການພົບປະສຸດຍອດສອງຝ່າຍ ລະຫວ່າງ ນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ Featured
ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ເຊື່ອມຕໍ່ລະບົບການຊຳລະ ລະຫວ່າງ ທະນາຄານ ບີ ໄອ ຊີ ລາວ ຈຳກັດ ແລະ ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ Featured
ປັບປຸງກົດໝາຍຄຸ້ມຄອງເງິນຕາ ສະພາພິຈາລະນາຮັບຮອງ Featured
ສະຫລອງວັນສິ່ງແວດລ້ອມໂລກ ພາຍໃຕ້ຄຳຂວັນ “ໂລກມີພຽງໜຶ່ງດຽວ” Featured
ປະຕິທິນບູຮານລາວ ວັດປ່າໂພນເພົາ ຄສ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme