ພະຍາກອນອາກາດ ປະຈໍາວັນທີ 10 ເມສາ 2022 ເວລາ 7:00 ໂມງ
ບໍລິເວນຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ພາກເໜືອ ຂອງປະເທດລາວ ດ້ວຍກໍາລັງອ່ອນ ສ່ວນພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ພັດປົກຄຸມດ້ວຍບໍລິເວນຄວາມກົດດັນ ຕໍ່າຂອງອາກາດຮ້ອນ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ໃນຕອນກາງເວັນ, ສໍາລັບແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະເຢັນ ຫາ ໜາວເຢັນ ແລະ ຈະມີ ຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.
ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 10/04/2022 ເຖິງ ເວລາ 7:00 ໂມງ ວັນທີ 11/04/2022
-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 11-28 ອົງສາ.
-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນໃນຕອນ ກາງຄືນ ຫາ ຕອນເຊົ້າ ສ່ວນຕອນບ່າຍອາກາດຈະຮ້ອນຂຶ້ນຕື່ມອີກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 14-33 ອົງສາ.
-ນະຄອນຫລວງວຽງຈັນ: ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ ຢູ່ທົ່ວໄປໃນຕອນກາງເວັນ. ອຸນຫະພູມໃນລະຫວ່າງ 22-33 ອົງສາ.
-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 18-34 ອົງສາ.
-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 15-26 ອົງສາ.
-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງ ໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 20-36 ອົງສາ.
-ເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 13-28 ອົງສາ.

.
