Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໂຮງງານນໍ້າກ້ອນທ້າວໂບ້ພົບຜູ້ຕິດເຊື້ອ 6ຄົນ

Posted on 23/10/202123/10/2021 By ປະກາດ Pakaad No Comments on ໂຮງງານນໍ້າກ້ອນທ້າວໂບ້ພົບຜູ້ຕິດເຊື້ອ 6ຄົນ

ໂຮງງານນໍ້າກ້ອນ ທ້າວໂບ້! ຫຼັງຈາກໄດ້ຮັບແຈ້ງວ່າພະນັກງານຕິດໂຄວິດ-19 ກໍ່ເລັ່ງສະກັດກັ້ນ ໂຮງງານນໍ້າກ້ອນ ທ້າວໂບ້ ໄດ້ໃຫ້ຮູ້ວ່າ: ຫຼັງຈາກໄດ້ຮັບແຈ້ງວ່າມີພະນັກງານ ຖືກກັກບໍລິເວນຢູ່ທີ່ຫ້ອງພັກຂອງພະນັກງານເອງນັ້ນ ວ່າຖືກກວດພົບເຊື້ອພະຍາດໂຄວິດ-19 ເຊິ່ງພະນັກງານຜູ້ທີ່ຕິດເຊື້ອທັງໝົດແມ່ນໄດ້ຮັບການສັກວັກຊີນຄົບສອງເຂັມແລ້ວ

ໂຮງງານກໍ່ໄດ້ແຍກປ່ຽວພະນັກງານ ແລະ ມີການກວດຫາເຊື້ອພະຍາດທັນທີ, ສຳລັບພະນັກງານຜູ້ທີ່ຕິດເຊື້ອແມ່ນກໍາລັງໄດ້ຮັບການປິ່ນປົວຢ່າງໃກ້ຊິດໃນສະຖານທີ່ທີ່ພັກລັດໄດ້ຈັດສັນໄວ້ ໄດ້ມີການປະຕິບັດຕາມຂັ້ນຕອນທີ່ຈໍາເປັນໃນການແຍກປ່ຽວຕົນເອງ ລວມເຖິງສະມາຊິກໃນຄອບຄົວທັນທີພາຍຫຼັງທີ່ໄດ້ຮູ້ວ່າໂຕເອງມີຄວາມສ່ຽງ

.

ນີ້ແມ່ນເຫດການທຳອິດທີ່ພະນັກງານຂອງ ໂຮງງານນໍ້າກ້ອນທ້າວໂບ້ ຫຼືວ່າ (BO ICE) ກວດພົບເຊື້ອໂຄວິດ-19, ຢ່າງໃດກໍ່ຕາມ ກ່ອນໜ້ານັ້ນໂຮງງານນ້ຳກ້ອນ ທ້າວໂບ້ ກໍ່ໄດ້ປະຕິບັດຄໍາສັ່ງຂອງລັດຖະບານຢ່າງເຂັ້ມງວດເພື່ອຄວບຄຸມ ພ້ອມຂ້າເຊື້ອໃນພື້ນທີ່ເຮັດວຽກເປັນປະຈໍາ ແລະພະນັກງານທັງໝົດໃນ ໂຮງງານນໍ້າກ້ອນ ທ້າວໂບ້ ກໍ່ໄດ້ຮັບວັກຊີນຄົບຕາມຈຳນວນ.

Featured, ໂຄວິດ-19

Post navigation

Previous Post: ຂ່າວດ່ວນໂຄວິດແຂວງວຽງຈັນແມ່ຕູ້ໄວ 70ປີເສຍຊີວິດ
Next Post: ໂທດສູງສຸດຕິດຄຸກຕະຫຼອດຊີວິດພ້ອມປັບໃໝ 150ລ້ານກີບ

Related Posts

ມື້ດຽວເພີ່ມອີກ 1504 ຄົນ Featured
ຂ່າວດີ! ຖະແຫຼງການເປີດປະເທດ Featured
ພະຍາກອນອາກາດ ປະຈໍາວັນທີ 22 ເມສາ 2022 Featured
ຫຼາຍພາກ ອາກາດຮ້ອນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ Featured
ບ້ານແດງນະຄອນຫຼວງຕົວເລກສູງທີ່ສຸດ Featured
ເມືອງທຸລະຄົມຕະລຸມບອນສັກວັກຊິນຮອດເຮືອນໃຫ້ປະຊາຊົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme