ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ. ໄດ້ຖະແຫລງຂ່າວ ກ່ຽວກັບຜົນຂອງກອງປະຊຸມ ລັດຖະບານ ສະໄຫມສາມັນ ປະຈຳເດືອນເມສາ 2022

ວັນທີ 27 ເມສາ 2022, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 26 ແລະ ປິດລົງ ໃນຕອນແລງ ຂອງວັນທີ 27 ເມສາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະ ມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະ ຊວງ ເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ ທີ່ສໍາຄັນ ໃນການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້:
1. ກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ເດືອນເມສາ ແລະ ຮັບຮອງເອົາແຜນ ການຈັດຕັ້ງປະຕິບັດວຽກ ງານຈຸດສຸມ ເດືອນພຶດສະພາ 2022 ໂດຍມອບໃຫ້ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ນໍາໄປປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຜົນສຳເລັດທີ່ສາມາດປະ ຕິບັດໄດ້ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂ, ລວມທັງວຽກຈຸດສຸມສຳລັບເດືອນຕໍ່ໄປ ເພື່ອເຮັດໃຫ້ບົດສະຫຼຸບ ມີເນື້ອໃນຄົບຖ້ວນ, ສົມບູນ ຂຶ້ນຕື່ມ ແລະ ໃຫ້ກຳນົດເຂົ້າ ໃນມະຕິກອງປະຊຸມລັດ ຖະບານ ປະຈຳເດືອນເມສາ 2022 ເພື່ອເປັນບ່ອນອີງ ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນຳໄປຈັດຕັ້ງຜັນຂະຫຍາຍ.
ພ້ອມກັນນີ້ ໄດ້ຊີ້ນຳໃຫ້ບັນດາກະຊວງ, ອົງການ ສືບຕໍ່ເປັນເຈົ້າການໃນການແກ້ໄຂບັນຫາ ຕາມສິດຄວາມຮັບຜິດຊອບຂອງຕົນ ເພື່ອຮັບປະກັນການປະຕິບັດວຽກງານໃຫ້ສຳເລັດຕາມແຜນທີ່ວາງໄວ້.
2. ກອງປະຊຸມເຫັນດີດ້ານຫຼັກ ການ ຮັບຮອງຮ່າງບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ ໝົດປີ 2021 ໂດຍມອບໃຫ້ກະ ຊວງແຜນການ ແລະ ການລົງທຶນ ນຳໄປປັບປຸງ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະ ບານ ໂດຍສະເພາະ ໂຄງຮ່າງບົດສະຫຼຸບ, ປັບປຸງເນື້ອໃນໃຫ້ມີຄວາມໜັກແໜ້ນ, ຄົບຖ້ວນ, ຊັດເຈນ ໂດຍສະເພາະ ອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP), ສາເຫດທີ່ແທ້ຈິງ ທີ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນ ມີຜົນສຳ ເລັດ, ລື່ນຄາດໝາຍ ຫຼື ບໍ່ບັນລຸຕາມຄາດໝາຍ ທີ່ສະພາແຫ່ງ ຊາດ ໄດ້ຮັບຮອງ.

3. ກອງປະຊຸມເຫັນດີດ້ານຫຼັກ ການ ຮັບຮອງເອົາຮ່າງນະໂຍບາຍລາຄານໍ້າປະປາ ແຫ່ງ ສປປ ລາວ (ສະບັບປັບປຸງ),ມອບໃຫ້ກະຊວງ ໂຍທາທິການ ແລະ ຂົນສົ່ງ ສົມ ທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ໂຄງສ້າງລາຄາ ໃຫ້ສອດຄ່ອງຕາມແນວທາງ ແລະ ນະໂຍບາຍລວມຂອງ ພັກ-ລັດ, ຄຽງຄູ່ກັບການຮັບປະກັນໃຫ້ລັດວິສາຫະກິດນ້ຳປະປາລາວ ກໍຄືຜູ້ປະກອບການດ້ານນີ້ ສາມາດເຄື່ອນໄຫວກຸ້ມຕົນເອງໄດ້.
ພ້ອມກັນນີ້ ໃຫ້ຄົ້ນຄວ້າຕື່ມ ຄວນແມ່ນຂັ້ນໃດ ເປັນຜູ້ຮັບຮອງລາຄານຳ້ປະປາ.
4. ກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງຮ່າງດຳລັດ ຄື: (1) ຮ່າງດໍາລັດ ວ່າດ້ວຍການເຕົ້າໂຮມຊັບສິນ ທີ່ສານຕັດສິນ ຮິບເປັນຂອງລັດ ແລະ (2) ຮ່າງດຳລັດ ວ່າດ້ວຍກອງທຶນກິລາ- ກາຍຍະກຳ ແລະ ໄດ້ມອບໃຫ້ຄະນະຮັບຜິດຊອບ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງນິຕິກຳ, ການນຳໃຊ້ສັບພາສາ ໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບຕົວຈິງ, ເນື້ອໃນ ສອດຄ່ອງກັບບັນດາກົດໝາຍ ທີ່ໄດ້ປະກາດນຳໃຊ້ແລ້ວ ບົນພື້ນ ຖານຊຸກຍູ້ສົ່ງເສີມ ແລະ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ອັນຈຳເປັນ ຂອງວຽກ ງານ, ທັງໃຫ້ເນື້ອໃນມີຄວາມລະອຽດ, ຈະແຈ້ງ ຮັດກຸມ ແລະ ສົມບູນຂຶ້ນຕື່ມ.

5. ກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄລຍະ 2021-2025 ແລະ ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກ ສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ນິຍາມເພີ່ມຕື່ມບາງຄຳສັບ, ຮູບແບບການຂຽນ, ການກຳນົດມາດຕະການ ແຕ່ລະໄລຍະ, ການຈັດລຽງບູລິມະສິດ ຂົງເຂດທີ່ຈະຊຸກຍູ້ສົ່ງເສີມ, ການກຳນົດຄາດ ໝາຍບາງດ້ານ ໃຫ້ມີຕົວຊີ້ວັດທີ່ຈະແຈ້ງ, ຈຳກັດໄດ້ຊ່ອງຫວ່າງ ການສວຍໂອກາດນຳໃຊ້ນະ ໂຍບາຍສົ່ງເສີມ ທີ່ບໍ່ຖືກເປົ້າໝາຍ, ເອົາໃຈໃສ່ ຂອດທີ່ຕິດພັນກັບການພັດທະນາ ໂດຍສະເພາະ ການສ້າງຈິດສຳນຶກແຕ່ຫົວທີ ດ້ານຄ່ານິຍົມ ໃຫ້ແກ່ສັງຄົມຕໍ່ອາຊີບ ແລະ ຂົງເຂດວຽກງານຕ່າງໆ. ທັງນີ້ ເພື່ອແນໃສ່ເຮັດໃຫ້ ວິສາຫະກິດທຸກລະດັບ ມີການເຕີບໃຫຍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ເຂັ້ມແຂງ ແລະ ຍືນຍົງ.
6. ກອງປະຊຸມ ໄດ້ ຮັບຟັງການ ລາຍງານຜົນການຄົ້ນຄວ້າ ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ ຂອງຜູ້ອອກແຮງງານ ແລະ ໄດ້ເຫັນດີ ດ້ານຫຼັກການໃຫ້ມີ ການປັບຄ່າແຮງຂັ້ນຕ່ຳ ໃໝ່, ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປຶກສາຫາລື ກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດ ທີ່ມີການໃຊ້ແຮງງານ ຈຳນວນຫຼວງຫຼາຍ ຕື່ມອີກ ກ່ຽວກັບ ອັດຕາຄ່າແຮງງານຂັ້ນຕ່ຳ ໃໝ່ ແລະ ກຳນົດເວລາເລີ່ມຕົ້ນຈັດຕັ້ງປະຕິບັດ ເພື່ອຄວາມເປັນເອກະພາບ, ຈາກນັ້ນ ນຳໄປລາຍງານໃນກອງປະຊຸມສູນກາງ ໃນເດືອນ ພຶດສະພາ 2022 ເພື່ອຂໍການຊີ້ນຳ ເພື່ອຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດໄດ້ ໃນຕໍ່ໜ້າ.
7. ກອງປະຊຸມໄດ້ຮັບຟັງການການລາຍງານ ກ່ຽວກັບການກະກຽມການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ໄດ້ເຫັນດີດ້ານຫຼັກການຮັບຮອງເອົາບົດລາຍງານດັ່ງກ່າວ, ພ້ອມທັງ ຊີ້ນໍາໃຫ້ກະ ຊວງການຕ່າງປະເທດ ສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນ: ແຕ່ງຕັ້ງບັນດາອະນຸກໍາມະການຮັບຜິດຊອບດ້ານຕ່າງໆ ແລ້ວມີການປຶກສາຫາລື ລົງເລິກກະ ກຽມບັນດາໜ້າວຽກ ລະອຽດຕົວຈິງຕື່ມອີກ, ມີການແບ່ງຄວາມຮັບຜິດຊອບຈະແຈ້ງ. ພ້ອມດຽວກັນນີ້, ກໍ່ໃຫ້ຖອດຖອນບົດຮຽນ ການເປັນປະທານອາຊຽນ ຂອງປະເທດເຮົາ ກໍ່ຄື ບັນດາປະເທດຕ່າງໆ ໃນຄັ້ງຜ່ານໆມາ.
ສຳລັບທິດທາງແຜນວຽກຈຸດສຸມ ໃນເດືອນພຶດສະພາ 2022, ກອງປະຊຸມ ໄດ້ມີທິດຊີ້ນຳ ດັ່ງນີ້:
1) ສືບຕໍ່ຊຸກຍູ້ ແລະ ຈັດຕັ້ງປະ ຕິບັດແຜນພັດທະນາເສດຖະ ກິດ- ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ແຂງແຮງ ແລະ ມີຜົນໄດ້ຮັບຕົວຈິງຫຼາຍຂື້ນກວ່າເກົ່າ, ໃນນັ້ນ ໃຫ້ສຸມໃສ່ບາງວຽກງານຈໍານວນໜຶ່ງ ດັ່ງນີ້:
– ສຸມໃສ່ການເກັບລາຍຮັບງົບປະ ມານ ຂອງລັດໃຫ້ໄດ້ຕາມແຜນ ການທີ່ວາງໄວ້, ໃນນັ້ນ ໃຫ້ສຸມໃສ່ຄົ້ນຄວ້າແຫຼ່ງລາຍຮັບໃໝ່ ແລະ ການຫັນການເກັບລາຍຮັບເປັນທັນສະໄໝ ໂດຍສະເພາະ ການຫັນການເກັບລາຍຮັບຢູ່ບັນດາດ່ານສາກົນທົ່ວປະເທດ.
– ສືບຕໍ່ຕິດຕາມ ແລະ ຊຸກຍູ້ການເຮັດທົດລອງການຂຸດຄົ້ນແຮ່ທາດ ໂດຍຊຸກຍູ້ໃຫ້ບັນດາບໍລິສັດ ທີ່ໄດ້ຮັບອະນຸຍາດເຮັດທົດລອງແຮ່ເຫຼັກ ຮີບຮ້ອນດໍາເນີນການຂຸດ ຄົ້ນ ແລະ ສົ່ງອອກ ເພື່ອໃຫ້ສາ ມາດເກັບລາຍຮັບໄດ້ໄວ, ພ້ອມ ກັນນັ້ນ ໂຄງການໃດທີ່ມີການທັບຊ້ອນເນື້ອທີ່ ກໍ່ໃຫ້ແກ້ໄຂຢູ່ຂັ້ນຂະແໜງການ ແລະ ທ້ອງຖິ່ນ ໃຫ້ສໍາເລັດກ່ອນ ຈຶ່ງສະ ເໜີລັດ ຖະບານ ພິຈາລະນາ.
– ສືບຕໍ່ປະຕິຮູບບັນດາບໍລິສັດ, ລັດວິສາຫະກິດ ຕາມມະຕິຂອງລັດຖະບານ ສະບັບເລກທີ 10/ລບ, ລົງວັນທີ 15 ຕຸລາ 2021 ໃຫ້ສໍາເລັດໂດຍໄວ ໃນນັ້ນໃຫ້ສຸມໃສ່ປະຕິຮູບລັດວິສາຫະກິດໄຟຟ້າລາວ, ລັດວິສາຫະການບິນລາວ; ປັບປຸງຮູບແບບການເຄື່ອນໄຫວ ແລະ ການດໍາເນີນທຸລະກິດ ຂອງລັດວິສາຫະກິດຫວຍພັດທະນາລາວ ເພື່ອເຮັດໃຫ້ການເກັບລາຍຮັບເພີ່ມຂື້ນ.
– ສືບຕໍ່ປະຕິບັດນະໂຍບາຍປະຢັດ ໂດຍສະເພາະ ການປະຢັດລາຍ ຈ່າຍບໍລິຫານ, ລາຍຈ່າຍສໍາລັບການຈັດຊື້ຖ້າບໍ່ຈໍາເປັນແທ້ ກໍໃຫ້ເລື່ອນໄປກ່ອນ, ການເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຖ້າບໍ່ຈໍາເປັນແທ້ ກໍ່ອາດມອບໃຫ້ເອກະອັກຄະລັດຖະທູດ ຂອງ ສປປ ລາວ ທີ່ຢູ່ປະເທດນັ້ນເຂົ້າຮ່ວມແທນ ຫຼື ເຂົ້າຮ່ວມໃນຮູບແບບກອງປະຊຸມທາງໄກ; ພ້ອມກັນນັ້ນ ກໍຮີບຮ້ອນຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍລົດຂອງລັດ ໃຫ້ເປັນຮູບປະທໍາໂດຍໄວ.
– ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ ໃຫ້ດີກວ່າເກົ່າ ເພື່ອດຶງດູດນັກລົງທຶນຕ່າງປະເທດເຂົ້າມາ ສປປ ລາວ ຫຼາຍຂື້ນ, ຊຸກຍູ້ບັນດາໂຄງການລົງທຶນຂະໜາດໃຫຍ່ ໂດຍສະເພາະ ໂຄງການກໍ່ສ້າງທາງດ່ວນ, ເຂດເສດຖະກິດພິເສດ ແລະ ໂຄງການສໍາຄັນອື່ນໆ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ.
– ຮີບຮ້ອນກໍານົດ ແລະ ຈັດຕັ້ງປະຕິບັດມາດຕາການຕ່າງໆ ໃນການຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີສະຖຽນລະພາບ ໂດຍໃຫ້ມີມາດຕະການສະເພາະໜ້າ, ມາດຕະການໄລຍະກາງ ແລະ ໄລຍະຍາວ ທັງມີກົນໄກ ແລະ ວິທີການຄຸ້ມຄອງໃຫ້ລະອຽດ ແລະ ຮັດກຸມ.
– ຮີບຮ້ອນກໍານົດມາດຕະການທີ່ຈໍາເປັນໃນການແກ້ໄຂ ການເພີ່ມຂື້ນ ຂອງລາຄານໍ້າມັນເຊື້ອໄຟ ເພື່ອຫຼຸດຜ່ອນຄວາມກົດດັນຕໍ່ລາຄາສິນຄ້າ ກໍ່ຄືອັດຕາເງິນເຟີ້.
2) ສືບຕໍ່ປະຕິບັດວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ ຢ່າງຕັ້ງໜ້າ, ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ໂດຍສະເພາະ ການແກ້ໄຂບັນຫາຢາເສບຕິດ ແລະ ອຸປະຕິບັດເຫດຕາມຖະໜົນຫົນທາງ.
3) ສືບຕໍ່ຊຸກຍູ້ການຜະລິດລະດູຝົນ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໃຫ້ໄດ້ຕາມແຜນ ແລະ ສົ່ງອອກເປັນສິນຄ້າ ຕາມເງື່ອນໄຂຂອງແຕ່ລະທ້ອງ ຖິ່ນ ໂດຍກໍານົດບັນຊີໂຄງການຕົວຈິງທີ່ຈະສົ່ງເສີມ ແລະ ດຶງດູດການລົງທຶນ ໃຫ້ລະອຽດ.
4) ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນເງື່ອນໄຂໃໝ່ ພ້ອມທັງຮີບຮ້ອນຈັດຕັ້ງປະຕິບັດມາດຕາການຜ່ອນຜັນ ສໍາລັບການເຂົ້າ-ອອກ ສປປ ລາວ ເພື່ອເປີດຮັບນັກທ່ອງທ່ຽວ ໂດຍໃຫ້ເບິ່ງບົດຮຽນຂອງບັນດາປະເທດອ້ອມຂ້າງ ແລະ ຮັບປະກັນກະກຽມຄວາມພ້ອມຂອງແຕ່ລະພາກສ່ວນ ເພື່ອໃຫ້ສາມາດຟື້ນຟູເສດຖະກິດໄດ້ໄວຂື້ນ.
5) ສືບຕໍ່ກະກຽມຄວາມພ້ອມ ກອງປະຊຸມສະຫຼຸບຕີລາຄາວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ.
6) ສືບຕໍ່ລົງຕິດຕາມ, ຊຸກຍູ້ ແລະ ແກ້ໄຂວຽກງານຕົວຈິງຢູ່ທ້ອງຖິ່ນ ໃຫ້ເປັນປົກກະຕິ, ຖ້າມີບັນ ຫາໃດຫຍຸ້ງຍາກກໍໃຫ້ຮີບຮ້ອນແກ້ໄຂໃຫ້ໄວ ໂດຍສະເພາະ ບັນຫາທີ່ຕິດພັນກັບການສົ່ງອອກສິນຄ້າ.
7) ສືບຕໍ່ຕິດຕາມຢ່າງໃກ້ຊິດ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈຢ່າງເລິກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບດ້ານຕ່າງໆ ຕໍ່ປະເທດເຮົາ; ສືບຕໍ່ສ້າງສະ ພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການຮ່ວມມືໃນພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ ແລະ ການຮ່ວມມື ໃຫ້ແກ່ການສ້າງສາພັດທະນາປະເທດເຮົາ. ພ້ອມດຽວກັນນີ້ ສຸມໃສ່ຈັດຕັ້ງປະຕິບັດຜົນການພົບປະລະຫວ່າງ ຜູ້ນໍາພັກ-ລັດ ປະເທດເຮົາ ກັບປະເທດເພືື່ອນມິດຕ່າງໆ ລວມທັງສົນທິສັນຍາ ທີ່ປະເທດເຮົາເປັນພາຄີ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານ ນາຍົກລັດຖະມົນ
