ໃນຕອນເຊົ້າ ຂອງວັນທີ 6 ກຸມພາ 2021 , ບໍລິສັດ Delivery Hero Lao ຫຼື ເປັນທີ່ຮູ້ຈັກກັນໃນນາມ foodpanda ຮ່ວມກັບໂຄງການແລ່ນເພື່ອນ້ອງ Run For School ໄດ້ຈັດກິດຈະກຳແລ່ນ 5km ຫ່າງຈາກຈຸດມອບເຄື່ອງບໍລິຈາກ, ເຊິ່ງກິດຈະກຳໃນຄັ້ງນີ້ແມ່ນ ນຳພາໂດຍ ທ່ານ ນາງ ທັນຍາລັດ ຈະເລີນສຸກ, ຜູ້ອຳນວຍການບໍລິສັດ Delivery Hero Lao, ແລະ ຜູ້ຈັດງານແລ່ນເພື່ອນ້ອງ ພ້ອມບັນດາອາສາສະໝັກ .
![](https://pakaad.com/wp-content/uploads/2021/02/img_81347728589348703578295-1024x683.jpg)
ໃນກິດຈະກຳຄັ້ງນີ້, ທ່ານ ນາງ ທັນຍະລັດ ຈະເລີນສຸກ, ຜູ້ອຳນວຍການບໍລິສັດ Delivery Hero Lao ໄດ້ກ່າວມອບເຄື່ອງອຸປະກອນການແພດທັງໝົດ ແລະ ກ່າວຮັບໂດຍ ທ່ານນາງ ໄຊພອນ ແສງຈັນ ຄະນະປະຈຳພັກ ເມືອງສັງທອງ,
![](https://pakaad.com/wp-content/uploads/2021/02/img_78076154728638772512467-1024x683.jpg)
ທ່ານ ດຣ ໄຊຍະວົງ ດວງມະນີ ຕາງໜ້າພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ, ທ່ານ ບຸນຮອງ ດວງມາລາ ຕາງຫນ້າສາທາລະນະສຸກ ເມືອງສັງທອງ, ຕາງໜ້າສາທາລະນະສຸກ 4ຕົວເມືອງ ກໍໃຫ້ກຽດເຂົ້າຮ່ວມ.
![](https://pakaad.com/wp-content/uploads/2021/02/img_82874115800583707890923-1024x683.jpg)
ເຊິ່ງອຸປະກອນການແພດ ທີ່ foodpanda ລາວ ໃຫ້ການສະໜັບສະໜູນ ທັງໝົດຮວມມີ :
![](https://pakaad.com/wp-content/uploads/2021/02/img_00616054925427528522774-1024x683.jpg)
- ຊຸດປະສູດ ຈຳນວນ 8 ຊຸດ,
- ຊຸດຜ່າຕັດນ້ອຍ ຈຳນວນ 5 ຊຸດ,
- ຕຽງປະສູດ ກວດພະຍາດພາຍໃນ ພ້ອມຂັ້ນໃດ ຈຳນວນ 6 ຊຸດ,
- ເຄື່ອງອົບໄຟຟ້າ ຈຳນວນ 3 ຊຸດ
- ລວມມຸນຄ່າ 56,000,000 ກີບ.
![](https://pakaad.com/wp-content/uploads/2021/02/img_78937634982963424567811-1024x683.jpg)
![](https://pakaad.com/wp-content/uploads/2021/02/img_81783541650002367918341-scaled.jpg)
![](https://pakaad.com/wp-content/uploads/2021/02/img_02174215764924923556526-scaled.jpg)
ນອກຈາກນັ້ນ, ທ່ານ ນາງ ທັນຍາລັດ ຈະເລີນສຸກ
ຍັງໄດ້ລາຍງານການຂະຫຍາຍໂຕຂອງ foodpanda ໃນລາວວ່າ ‘’ ຮອດປະຈຸບັນນີ້ foodpanda ໄດ້ຢູ່ຄຽງຄູ່ກັບຄົນລາວມາໄດ້ປີປາຍແລ້ວ , ຕະຫຼອດໄລຍະເວລາທີ່ຜ່ານມາພວກເຮົາໄດ້ເອົາໃຈໃສ່ ແລະ ພະຍາຍາມໃນການມອບຄວາມສະດວກສະບາຍໃຫ້ກັບຄົນລາວ ໃນການສັ່ງອາຫານ ຫຼື ສິນຄ້າຕ່າງໆທີ່ມີຢູ່ໃນທ້ອງຕະຫຼາດ ຮອດເຮືອນ ໂດຍບໍ່ໄດ້ເສຍຄ່າສົ່ງໃດໆຜ່ານ foodpanda app ແລະ ປັດຈຸບັນ foodpanda ໄດ້ຂະຫຍາຍທຸລະກິດໄປ 10 ແຂວງທົ່ວປະເທດ ພ້ອມກັນນັ້ນໃນໄວໆນີ້ແມ່ນຈະໄດ້ຂະຫຍາຍໄປອີກ 2 ແຂວງ ນັ້ນກໍ່ຄື: ແຂວງອັດຕະປື ແລະ ແຂວງສາລະວັນ.‘’
![](https://pakaad.com/wp-content/uploads/2021/02/img_01037036421278226812044-1024x683.jpg)