Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສະພາບພູມອາກາດມື້ນີ້ຍັງສືບຕໍ່ເຢັນ

Posted on 23/02/202223/02/2022 By ປະກາດ Pakaad No Comments on ສະພາບພູມອາກາດມື້ນີ້ຍັງສືບຕໍ່ເຢັນ

ພະຍາກອນອາກາດ ປະຈໍາວັນທີ 23/02/2022 ເວລາ 7:00 ໂມງ

ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນອອກສ່ຽງ ເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດໜາວເຢັນລົງຕື່ມອີກຢູ່ໃນແຕ່ລະ ພາກ ແລະ ອາກາດຍັງຈະໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 23/2/2022 ຫາເວລາ 7:00 ໂມງ ວັນທີ 24/2/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຍັງໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວ ໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນ ລະຫວ່າງ 04-15 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນ ລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 09-25 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 14-24 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 12-23 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 09-21 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 17-26 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມຈະມີຝົນຕົກໃນລະດັບ ຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນ ລະຫວ່າງ 11-23 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ລຸດລົງຢ່າງຕໍ່ເນື່ອງ ມື້ນີ້ເພີ່ມ 140
Next Post: ເສຍຊີວິດໃໝ່ 3 ຕິດເຊື້ອເພີ່ມ 253

Related Posts

ພັດທະນາທ່າແຮງເດັກນ້ອຍລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ໃຫ້ປະກົດຜົນເປັນຈິງ Featured
ສອງມື້ໂຄວິດເຈາະຄ້າຍຄຸມຂັງຕິດ359ຄົນ Featured
ດ່ວນເດີ!ແຂວງຄໍາມ່ວນມີຄໍາສັງໃໝ່ລັອກດ່າວຮອດ11ຕຸລາ Featured
ແມ່ຕູ້ອາຍຸ83ປີຕິດໂຄວິດຈາກໄປຢ່າງສະຫງົບ Featured
ຂ່າວດ່ວນ! ອຸດົມໄຊ ສັ່ງໂຈະການໂດຍສານພາຍໃນແຂວງ ແລະ ຕ່າງແຂວງ Featured
ດ່ວນທີ່ສຸດແຂວງຫຼວງນໍ້າທາເຄັ່ງຄັດມາດຕະການຮອດ 7 ພະຈິກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme